ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຫ້າມທໍານຽບ 5 ແຈ ໃນການນໍາໃຊ້ທ່າເຮືອທີ່ກາງຕໍ່ຖານໂລຈິສຕິກຂອງຈີນ


ພາບລວມຂອງທ່າກໍາປັ່ນບາເຊລໂລນາ, ສະເປນ, ວັນທີ 23 ກັນຍາ 2017. ທ່າກໍາປັ່ນດັ່ງກ່າວ ເປັນນຶ່ງໃນຫຼາຍທ່າກໍາປັ່ນໃນຢູໂຣບ ທີ່ເປັນລັດວິສາຫະກິດ ເຊິ່ງກາງຕໍ່ຖານໂລຈິສຕິກຂອງຈີນ ຫຼືຮູ້ຈັກກັນຄື LOGINK.
ພາບລວມຂອງທ່າກໍາປັ່ນບາເຊລໂລນາ, ສະເປນ, ວັນທີ 23 ກັນຍາ 2017. ທ່າກໍາປັ່ນດັ່ງກ່າວ ເປັນນຶ່ງໃນຫຼາຍທ່າກໍາປັ່ນໃນຢູໂຣບ ທີ່ເປັນລັດວິສາຫະກິດ ເຊິ່ງກາງຕໍ່ຖານໂລຈິສຕິກຂອງຈີນ ຫຼືຮູ້ຈັກກັນຄື LOGINK.

ລັດຖະສະພາສະຫະລັດ ໄດ້ຮັບຜ່ານກົດໝາຍທີ່ຈະຫ້າມທຳນຽບຫ້າແຈ ຈາກການນຳໃຊ້ທ່າເຮືອໃດໆໃນໂລກ ທີ່ກາງຕໍ່ຖານໂລຈິສຕິກຂອງຈີນ ທີ່ຮູ້ຈັກກັນຄື LOGINK.

LOGINK ໂດຍຕິດຕາມສິນຄ້າ ແລະການເຄື່ອນໄຫວຂອງກຳປັ່ນ, ອຳນວຍໃຫ້ປັກກິ່ງຕິດຕາມກວດກາເບິ່ງລະບົບຕ່ອງໂສ້ການສະໜອງກອງທັບຂອງອາເມຣິກາ, ຊຶ່ງກາງຕໍ່ທ່າເຮືອດ້ານກ້ານຄ້າຕ່າງໆ ອີງຕາມບັນດາຜູ້ອຸປະຖຳ ເຊັ່ນ ສະມາຊິກສະພາສູງ ທ່ານທອມ ຄອຕຕັນ ແລະສະມາຊິກສະພາຕ່ຳ ທ່ານນາງ ມິແຊລ ສະຕີລ.

ການດັດແກ້ກົດໝາຍວ່າດ້ວຍການອະນຸຍາດດ້ານປ້ອງກັນປະເທດ ຫຼື ເອີ້ນຫຍໍ້ວ່າ NDAA ຂອງພວກເພິ່ນນັ້ນ ສຳລັບງົບປະມານປະຈຳປີ 2024 ຍັງໄດ້ຫ້າມການໃຊ້ທຶນຂອງລັດຖະບານກາງ ເພື່ອທ່າເຮືອໃດໆທີ່ນຳໃຊ້ LOGINK. ຮ່າງກົດໝາຍວ່າ ດ້ວຍການໃຊ້ຈ່າຍໄດ້ຖືກຮັບຜ່ານໃນວັນທີ 14 ທັນວາ ແລະການຫ້າມ LOGINK ມີຜົນບັງຄັບໃຊ້ຫົກເດືອນຫຼັງຈາກຮ່າງກົດໝາຍນີ້ ໄດ້ຖືກລົງນາມ. ປະທານາທິບໍດີ ໂຈ ໄບເດັນ ຍັງບໍ່ທັນໄດ້ລົງນາມໃນຮ່າງກົດ NDAA ເທື່ອ.

ທ່ານນາງສະຕີລ ໃນການໃຫ້ສຳພາດທາງອີເມລ ກັບວີໂອເອ ໄດ້ເອີ້ນໄພຄຸກຄາມຂອງ LOGINK ວ່າ “ຮ້າຍແຮງແທ້ໆ” ເພາະວ່າ ມັນປະຕິບັດງານພາຍໃຕ້ພັກຄອມມິວນິສຂອງຈີນ. ປັກກິ່ງ ໄດ້ລົງທຶນໃນທ່າເຮືອຕ່າງໆປະມານ 100 ແຫ່ງໃນຫຼາຍກວ່າ 60 ປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG