ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈັດເອົາລາວ ເຂົ້າໃນບັນຊີແດງ ຂອງການເດີນທາງ ທີ່ຖືວ່າມີຄວາມສ່ຽງສຸດຂີດ ໃນການຕິດ ພະຍາດ ໂຄວິດ


ເວັບໄຊທ໌ຂອງກະຊວງການຕ່າງປະເທດສະຫະລັດ ທີ່ຫ້າມຄົນເດີນທາງໄປລາວ
ເວັບໄຊທ໌ຂອງກະຊວງການຕ່າງປະເທດສະຫະລັດ ທີ່ຫ້າມຄົນເດີນທາງໄປລາວ

ສະຫະລັດຈັດລາວ ເຂົ້າໃນບັນຊີແດງໃນເລື້ອງເດີນທາງ ຍ້ອນການລະບາດ ຂອງໂຄວິດ-19 ຂະນະທີ່ລາວມີການປິດບ້ານປິດເມືອງ ເກືອບໝົດທຸກບ່ອນ.

ນັບແຕ່ວັນທີ ໃນວັນທີ 19 ເມສາ ກໍມີຜູ້ຕິດເຊື້ອໃນລາວເພີ້ມຂຶ້ນ 451 ຄົນ ຊຶ່ງເປັນການເພີ້ມວ່ອງໄວຢ່າງເປັນປະຫວັດການ ຊຶ່ງເຮັດໃຫ້ມີຜູ້ຕິດເຊື້ອສະສົມທີ່ ເພີ້ມ ຂຶ້ນມາເປັນ 511 ລາຍແລ້ວ ໃນວັນອັງຄານມື້ນີ້. ເຫດ ການນີ້ເຮັດໃຫ້ລັດຖະບານ ສະຫະລັດຈັດເອົາລາວເຂົ້າໃນບັນຊີປະເທດທີ່ຢູ່ໃນ ຂີດແດງ ກໍຄືອັນດັບ ທີ 4 ຫລື ອັນດັບສູງ ສຸດດ້ານອັນຕະລາຍຂອງການຕິດ ພະຍາດ ແລະອອກລະບຽບ ຫ້າມຄົນອາເມຣິກັນເດີນທາງໄປລາວນັບແຕ່ວັນທີ 22 ເມສາເປັນຕົ້ນໄປ ຊຶ່ງກົງກັນກັບການປະກາດປິດປະເທດ ແລະປິດບ້ານ ປິດເມືອງ ຕ່າງໆ ໃນນະຄອນຫລວງວຽງຈັນທີ່ຫ້າມຄົນເດີນທາງໄປຕ່າງແຂວງ ແລະຫ້າມ ຄົນອອກເຮືອນຖ້າບໍ່ຈໍາເປັນ ນັບແຕ່ວັນທີ 22 ເມສາຫາວັນທີ 5 ພຶດສະພາ.

ເນື່ອງຈາກເປັນຈຸດເດືອດຂອງການລະບາດຂອງພະຍາດນີ້ນະຄອນຫຼວງວຽງຈັນ ທີ່ແຕ່ກ່ອນທີ່ເຄີຍມີຄົນ ແລະລົດ ສັນຈອນໄປມາແບບ ແອອັດຢູ່ຕາມທ້ອງ ຖະໜົນ ກໍຕົກຢູ່ໃນສະພາບງຽບເຫງົາ ດັ່ງການບອກເລົ່າເຖິງສະພາບການດັ່ງກ່າວ ແລະການຕິດ ໂຄວິດ-19 ຢ່າງຫລວງຫລາຍ ຈາກແມ່ຍິງຄົນນຶ່ງທີ່ຂາຍເຄື່ອງ ທາງອອນລາຍໃນເຂດນະຄອນຫລວງວຽງຈັນສູ່ຟັງວ່າ:
“ປິດຄັກ ປິດແນ່ ເມືອງວຽງຈັນມິດອິ່ມຊີ່ມ. ປາດໂທ. ຄົນຕິດບັກຫລາຍໆ ຫລາຍລ້ອຍແລ້ວ ພີ່ນ້ອງເຮົາກະຕິດ ຕິດເຊື້ອຫັນໜະ.”

ການຕັ້ງປ້ອມຍາກກວດກາຫ້າມຄົນເຂົ້າໄປໃນບາງບ້ານໃນນະຄອນຫລວງວຽງຈັນ ຖ້າບໍ່ຈໍາເປັນ
ການຕັ້ງປ້ອມຍາກກວດກາຫ້າມຄົນເຂົ້າໄປໃນບາງບ້ານໃນນະຄອນຫລວງວຽງຈັນ ຖ້າບໍ່ຈໍາເປັນ

ລາວຊຶ່ງເປັນປະເທດນຶ່ງ ທີ່ສາມາດຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ໄດ້ດີສົມຄວນມາໄດ້ປີກວ່າຈົນມາເຖິງກາງເດືອນເມສາ ກໍຄືຊ່ວງປີໃໝ່ລາວປີນີ້ ຫລັງຈາກມີການລັກລອບເຂົ້າປະເທດຂອງຜູ້ຊາຍໄທສອງຄົນ ແລະແມ່ຍິງລາວຄົນນຶ່ງທີ່ລັກລອບເຂົ້າປະເທດ ແລະນໍາເຊື້ອໄປຕິດໃສ່ນາງສາວລາວ ອາຍຸ 25 ປີ ຄົນນຶ່ງ ທີ່ເປັນຜູ້ປ່ວຍກໍລະນີ 59 ແລະອີກຫລາຍຄົນ. ເນື່ອງຈາກພວກກ່ຽວໄດ້ໄປຫລາຍສະຖານທີ່ນັບ ທີ່ເປັນຈຸດເຕົ້າໂຮມຜູ້ຄົນໃນວັນ ສົງການ, ລວມທັງວັດສີເມືອງອີກດ້ວຍ ຜູ້ຊ່ຽວຊານຝ່າຍລາວ ແລະອົງການອະນາໄມໂລກຄາດນະເນເບື້ອງຕົ້ນຄາດວ່າ ຢູ່ນະຄອນ ຫຼວງວຽງຈັນ ຈະມີຜູ້ຕິດເຊື້ອພະຍາດດັ່ງກ່າວສູງເຖິງ 2,000 ຄົນ, ອີງຕາມ ການລາຍງານຂອງ ຂ່າວສານໃນທ້ອງຖິ່ນ.

XS
SM
MD
LG