ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ຢ້ຽມຢາມແຫຼມ Balkans


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ຢ້ຽມຢາມນະຄອນຫຼວງ ຊາຣາເຢໂວ ຂອງບອສເນຍ (11 ຕຸລາ 2010)
ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ຢ້ຽມຢາມນະຄອນຫຼວງ ຊາຣາເຢໂວ ຂອງບອສເນຍ (11 ຕຸລາ 2010)

ລັດຖະມົນຕີການຕ່າງປະເທດປະເທດສະຫະລັດ ທ່ານນາງ Hillary Clinton ກຳລັງຢູ່ທີ່ Bosnia-Herzegovina ໃນລະຫວ່າງການຢ້ຽມຢາມແຫຼມ Balkans ເປັນເວລາ 3 ມື້ ຊຶ່ງເປັນການຢ້ຽມຢາມ ເຂດດັ່ງກ່າວເທື່ອທຳອິດ ນັບແຕ່ ທ່ານນາງ ໄດ້ເຂົ້າຮັບໜ້າທີ່.

ໃນວັນອັງຄານມື້ນີ້ ທ່ານນາງ Clinton ມີ​ກໍານົດເຈລະຈາ ຫາລືກັບຄະນະປະທານາທິບໍດີ ທີ່ປະກອບດ້ວຍສະມາຊິກ 3 ຄົນ ຂອງປະເທດດັ່ງກ່າວ ຄືຜູ້ຕາງໜ້າຈາກປະຊາຄົມ ໂຄຣເອເຊຍ ມຸສລິມ ແລະເຊີເບຍ.

ເຈົ້າໜ້າທີ່ກະຊວງການຕ່າງປະເທດຂອງສະຫະລັດ ກ່າວວ່າ ທ່ານນາງມີແຜນການ ທີ່ຈະ ກ່າວຢໍ້າເຖິງຄວາມສຳຄັນ ກ່ຽວກັບການປະຕິຮູບ ທາງດ້ານການເມືອງ ແລະການເຂົ້າເປັນ ສະມາຊິກໃນສະຫະພາບຢູໂຣບ ແລະອົງການເນໂຕ້.

ລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ທ່ານ Philip Gordon ເວົ້າວ່າ ທ່ານນາງ Clinton ຈະບໍ່ບັງຄັບ ໃຫ້ມີການຮັບເອົາ ການຕົກລົງໃດໆທີ່ຈະກໍ່ໃຫ້ ເກີດຄວາມວຸ້ນວາຍໃນການເມືອງທີ່ມີການແບ່ງແຍກຢູ່ແລ້ວໃນບອສເນຍນັ້ນ. ທ່ານເວົ້າວ່າ ລັດຖະທຳມະນູນສະບັບໃໝ່ຂອງປະເທດ ແມ່ນສິ່ງທີ່ຊາວບອສເນຍຈະຕ້ອງໄດ້ດຳເນີນການ ດ້ວຍຕົນເອງ.

XS
SM
MD
LG