ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດສະໜັບສະໜຸນລີທົວເນຍໃນການຖົກຖຽງກັບຈີນກ່ຽວກັບໄຕ້ຫວັນ


ລັດຖະມົນຕີກະຊວງການຕ່າງປະເທດໄຕ້ຫວັນ ທ່ານໂຈເຊັຟ ຫວູ ກ່າວກ່ຽວກັບການແລກປ່ຽນຫ້ອງການຜູ້ຕາງໜ້າ ກັບລີທົວເນຍ ໃນລະຫວ່າງການຖະແຫລງຂ່າວທີ່ໄທເປ, ໃນວັນທີ 20 ກໍລະກົດ, ປີ 2021. ໃນພາບນີ້ທີ່ຖ່າຍຈາກວີດີໂອ.
ລັດຖະມົນຕີກະຊວງການຕ່າງປະເທດໄຕ້ຫວັນ ທ່ານໂຈເຊັຟ ຫວູ ກ່າວກ່ຽວກັບການແລກປ່ຽນຫ້ອງການຜູ້ຕາງໜ້າ ກັບລີທົວເນຍ ໃນລະຫວ່າງການຖະແຫລງຂ່າວທີ່ໄທເປ, ໃນວັນທີ 20 ກໍລະກົດ, ປີ 2021. ໃນພາບນີ້ທີ່ຖ່າຍຈາກວີດີໂອ.

ສະຫະລັດສະໜັບສະໜຸນລີທົວເນຍ ໃນການປະເຊີນໜ້າກັບອັນທີ່ເຈົ້າໜ້າທີ່ອາເມຣິກັນອະທິບາຍວ່າ ເປັນ “ການປະພຶດແບບບີບບັງຄັບ” ຂອງຈີນ ຫລັງຈາກທີ່ວີລນຽສ (Vilnius) ກາຍມາເປັນປະເທດທໍາອິດໃນຢູໂຣບໃນຕັ້ງແຕ່ປີ 2003 ທີ່ອະນຸຍາດໃຫ້ໄຕ້ຫວັນເປີດຫ້ອງການຜູ້ຕາງໜ້າຂອງພວກເຂົາເຈົ້າຢູ່ທີ່ນັ້ນ.

ໃນມື້ວັນພຸດວານນີ້, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດທ່ານແອນໂທນີ ບລິງເກັນ ແລະລັດຖະມົນຕີກະຊວງການຕ່າງປະເທດຂອງລີທົວເນຍທ່ານກາບຣີລຽສ ແລນສ໌ເບີກິສ (Gabrielius Landsbergis) ໄດ້ພົບປະກັນເພື່ອປຶກສາຫາລືຢູ່ທີ່ກະຊວງການຕ່າງປະເທດ. ການປະຊຸມດັ່ງກ່າວມີຂຶ້ນຫລັງຈາກການຮຽກຮ້ອງໃນວັນທີ 21 ສິງຫາ, ເຊິ່ງທ່ານບລິງເກັນ “ໄດ້ເນັ້ນຢໍ້າເຖິງຄວາມເປັນເອກະພາບທີ່ເຂັ້ມແຂງ” ກັບລີທົວເນຍໃນການປະເຊີນໜ້າກັບ “ການປະພຶດແບບບີບບັງຄັບ” ຂອງຈີນ.

https://www.state.gov/secretary-blinkens-call-with-lithuanian-foreign-minister-landsbergis

“ລີທົວເນຍ ແລະສະຫະລັດ ເປັນພາຄີທີ່ເຂັ້ມແຂງຢູ່ໃນອົງການ NATO. ພວກເຮົາຢືນຢັດຮ່ວມກັນເພື່ອຄວາມໝັ້ນຄົງ ແລະປ້ອງກັນຄວາມຖືກຕ້ອງ. ພວກເຮົາຢືນຢັດຕໍ່ຕ້ານການບີບບັງຄັບທາງດ້ານເສດຖະກິດ ເຊິ່ງລວມເຖິງການໃຊ້ຄວາມພະຍາຍາມຂອງຈີນ,” ທ່ານບລິງເກັນໄດ້ກ່າວ ໃນມື້ວັນພຸດວານນີ້.

ວັນພຸດວານນີ້ ແມ່ນວັນປະຊາທິປະໄຕສາກົນ ຂອງສະຫະປະຊາຊາດ. ທ່ານແລນສ໌ເບີກິສ ກ່າວວ່າມັນ “ມັນເປັນສັນຍາລັກທີ່ແທ້ຈິງ” ທີ່ປະເທດພັນທະມິດ NATO “ຢືນຢັນເຖິງຄວາມພະຍາຍາມປົກປ້ອງປະຊາທິປະໄຕ, ເສລີພາບ, ແລະສິດທິມະນຸດ ໃນທົ່ວໂລກຂອງພວກເຮົາ.”

https://twitter.com/SecBlinken/status/1438102532283371526

ບັນດາສະມາຊິກລັດຖະສະພາ ຍັງໄດ້ສະແດງການສະໜັບສະໜຸນຕໍ່ທ່າທີຂອງລີທົວເນຍກ່ຽວກັບໄຕ້ຫວັນ. ປະທານຄະນະກໍາມະການຄວາມສໍາພັນລະຫວ່າງປະເທດຂອງສະພາສູງທ່ານ ບັອບ ເມີເນັນເດສ (Bob Menendez) ກ່າວຊື່ນຊົມໃນທະວິດເຕີວ່າ “ລີທົວເນຍມີຄວາມພາຍາຍາມຢ່າງກ້າຫານໃນການຢືນຢັດເພື່ອໄຕ້ຫວັນ, ເຊັ່ນດຽວກັນກັບນັກເຄື່ອນໄຫວຢູ່ໃນເບລາຣຸສ, ຣັດເຊຍ ແລະຄິວບາ.” ທ່ານເມີເນັນເດສ ພົບກັບທ່ານແລນສ໌ເບີກິສ ໃນວັນອັງຄານທີ່ຜ່ານມາ.

https://twitter.com/SFRCdems/status/1437898246580539395/photo/1

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG