ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍງານສະເພາະກິດ ທີ່ໜຸນຫຼັງໂດຍສະຫະລັດ ຢຶດຊັບສິນ ຫຼາຍກວ່າ 30 ຕື້ໂດລາ ຂອງຊາວຣັດເຊຍ ທີ່ມີອຳນາດ


ເຮືອຢາດຂະໜາດໃຫຍ່ ມູນຄ່າ 325 ລ້ານໂດລາ ໄດ້ຖືກຢຶດໂດຍສະຫະລັດ ຈາກຊາວຣັດເຊຍທີ່ມີອຳນາດ ຜູ້ທີ່ໄດ້ຖືກວາງມາດຕະການລົງໂທດ ແລ່ນເຂົ້າທຽບທ່າໃນນະຄອນແຊນດີເອໂກ ລັດຄາລີຟໍເນຍ, ວັນທີ 27 ມິຖຸນາ 2022.
ເຮືອຢາດຂະໜາດໃຫຍ່ ມູນຄ່າ 325 ລ້ານໂດລາ ໄດ້ຖືກຢຶດໂດຍສະຫະລັດ ຈາກຊາວຣັດເຊຍທີ່ມີອຳນາດ ຜູ້ທີ່ໄດ້ຖືກວາງມາດຕະການລົງໂທດ ແລ່ນເຂົ້າທຽບທ່າໃນນະຄອນແຊນດີເອໂກ ລັດຄາລີຟໍເນຍ, ວັນທີ 27 ມິຖຸນາ 2022.

ໜ່ວຍງານສະເພາະກິດລະຫວ່າງປະເທດ ທີ່ໄດ້ສ້າງຕັ້ງຂຶ້ນ ໃນເດືອນມີນາ ທີ່ເປັນພາກສ່ວນນຶ່ງໃນຄວາມພະຍາຍາມຂອງປະເທດຕາເວັນຕົກ ເພື່ອກົດດັນຣັດເຊຍ ໃຫ້ຍຸຕິການບຸກລຸກຢູເຄຣນຂອງຕົນນັ້ນ ກ່າວວ່າ ຕົນໄດ້ກີດກັນ ຫຼື ຢຶດຊັບສິນມູນຄ່າຫຼາຍກວ່າ 30 ພັນລ້ານໂດລາ ທີ່ພວກຊາວຣັດເຊຍຜູ້ມີອຳນາດ ເປັນເຈົ້າຂອງ.

ນອກຈາກນັ້ນ ກໍໄດ້ຢຶດເອົາ ເຮືອຢາດຫລູຫລາ ເຮືອບິນອາຍພົ່ນ ເຮືອນຫຼັງໃຫຍ່ແລະຊັບສິນອື່ນໆ ທີ່ພັນທະມິດທັງຫຼາຍຂອງປະທານາທິບໍດີ ວລາດີເມຍ ປູຕິນ ເປັນເຈົ້າຂອງ ຊຶ່ງໜ່ວຍງານສະເພາະກິດ ທີ່ຮູ້ຈັກກັນໃນຊື່ຫຍໍ້ຄື ຣີໂປ (REPO) ກ່າວວ່າ ຕົນໄດ້ກັກເງິນສຳຮອງ ປະມານ 300 ຕື້ໂດລາ ທີ່ຢູ່ໃນທະນາຄານກາງຂອງຣັດເຊຍ.

“ວຽກງານ ຂອງ REPO ແມ່ນຍັງບໍ່ທັນສຳເລັດເທື່ອ” ກຸ່ມນີ້ ໄດ້ກ່າວຢູ່ໃນຖະແຫລງການຮ່ວມສະບັບນຶ່ງ ທີ່ໄດ້ນຳອອກເຜີຍແຜ່ ໃນວັນພຸດວານນີ້. ຖະແຫລງການ ກ່າວອີກວ່າ “ໃນບໍ່ເທົ່າເດືອນຈະມາເຖິງນີ້ ບັນດາສະມາຊິກຂອງ REPO ຈະສືບຕໍ່ຕິດຕາມຫາຊັບສິນຕ່າງໆຂອງຣັດເຊຍ ແລະສະກັດກັ້ນພວກຊາວຣັດເຊຍ ທີ່ຖືກວາງມາດຕະການລົງໂທດ ບໍ່ໃຫ້ເປັນບ່ອນທຳລາຍມາດຕະການຕ່າງໆ ທີ່ບັນດາສະມາຊິກຂອງ REPO ຮ່ວມກັນວາງອອກໄປນັ້ນ.”

ກະຊວງຍຸຕິທຳ ແລະກະຊວງການເງິນຂອງສະຫະລັດ ໄດ້ຈັດຕັ້ງໜ່ວຍງານສະເພາະກິດລະຫວ່າງອົງການ ຂຶ້ນມາເພື່ອຈຸດປະສົງອັນນີ້ ທີ່ເອີ້ນວ່າ “ໜ່ວຍງານສະເພາະກິດ ແຄລັບໂຕແຂັບເຈີ ຫຼື Task Force KleptoCapture” ໃນຂະນະດຽວກັນ ຄະນະກຳມາທິການຂອງຢູໂຣບ ກໍໄດ້ສ້າງຕັ້ງໜ່ວຍງານຂອງຕົນເອງ ທີ່ເອີ້ນວ່າ “ໜ່ວຍງານສະເພາະກິດ ກັກແລະຢຶດ ຫຼື Freeze and Seize Task Force” ເພື່ອບັງຄັບໃຊ້ມາດຕະການລົງໂທດຕ່າງໆຂອງສາກົນຕໍ່ຣັດເຊຍ.

ມາເຖິງປັດຈຸບັນນີ້ ຄວາມພະຍາຍາມຂອງໜ່ວຍງານແຄລັບໂຕແຂັບເຈີ ກໍໄດ້ຮັບຜົນໃນການຢຶດຊັບສິນຢ່າງຫຼວງຫຼາຍ. ໃນເດືອນເມສາ ທາງການຂອງສະເປນ ໂດຍການປະຕິບັດຕາມຄຳຮ້ອງຂອງກະຊວງຍຸຕິທຳສະຫະລັດ ໄດ້ຢຶດເຮືອຢາດຂະໜາດໃຫຍ່ມູນຄ່າ 90 ລ້ານໂດລາ ທີ່ມະຫາເສດຖີພັນລ້ານ ທ້າວວິກເຕີ ແວັກແຊລເບີກ (Viktor Vekselberg) ເປັນເຈົ້າຂອງ.

ໃນເດືອນພຶດສະພາ ເຈົ້າໜ້າທີ່ປະຕິບັດກົດໝາຍຂອງຟີຈີ ໄດ້ຢຶດເຮືອຢາດຂະໜາດໃຫຍ່ ມູນຄ່າ 300 ລ້ານໂດລາ ທີ່ເປັນຂອງ ທ້າວຊູເລມານ ແຄຣີມັອຟ (Suleiman Kerimov) ຊາວຣັດເຊຍຜູ້ທີ່ມີອຳນາດອີກຄົນນຶ່ງ ທີ່ຖືກວາງມາດຕະການລົງໂທດ. ເຮືອຫລູຫລາດັ່ງກາວ ມີຄວາມຍາວ 106 ແມັດ ຊື່ວ່າ ອາມາເດ (Amadea) ໄດ້ແລ່ນໄປຮອດອ່າວຂອງນະຄອນແຊນດີເອໂກ ໃນວັນຈັນຜ່ານມາ ອີງຕາມການກ່າວຂອງກະຊວງຍຸຕິທຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG