ກອງກຳລັງປະຊາທິປະໄຕ ຊີເຣຍ ຫຼື SDF ທີ່ໄດ້ຮັບການໜູນຫຼັງຈາກ ສະຫະລັດ ໄດ້
ດຳເນີນການ “ປະຕິບັດການກວາດລ້າງ” ໃນວັນອາທິດວານນີ້ ຢູ່ເຂດສຸດທ້າຍທີ່ຍຶດ
ມາໄດ້ຈາກພວກລັດອິສລາມ, ນຶ່ງວັນຫຼັງຈາກໄດ້ປະກາດການສິ້ນສຸດຂອງເມືອງຫຼວງ
ທີ່ປະກາດຂຶ້ນມາເອງ ໂດຍກຸ່ມກໍ່ການຮ້າຍນັ້ນ.
ການປະຕິບັດການນຳໜ້າໂດຍ ສະຫະລັດ ທີ່ໄດ້ທຳການຕໍ່ສູ້ກັບພວກ IS ໄດ້ກ່າວວ່າ
ກອງກຳລັງ SDF ແມ່ນພວມເຮັດວຽກ ເພື່ອລະບຸຕົວພວກຫົວຮຸນແຮງທີ່ຍັງຫລົງເຫຼືອ
ຢູ່ເຊິ່ງອາດຫຼົບລີ້ຢູ່ໃນຂົງເຂດນັ້ນ ແລະ ກຳຈັດອາວຸດທີ່ເຫຼືອຂອງພວກລັດອິສລາມ
ໃຫ້ໝົດໄປ.
ຮອດຕອນເຊົ້າຂອງວັນເສົາທີ່ຜ່ານມາ, ທຸກຢ່າງທີ່ຍັງເຫຼືອຢູ່ ກໍແມ່ນຊາກຂອງລົດທີ່ຖືກ
ໄຟໄໝ້, ສະຖານທີ່ຕັ້ງຄ້າຍທີ່ຖືກຖິ້ມ ແລະ ສະບຽງອື່ນໆທີ່ພວກນັກຮົບ ຂອງກຸ່ມກໍ່ການ
ຮ້າຍກຸ່ມສຸດທ້າຍ ແລະ ຄອບຄົວຂອງພວກເຂົາໄດ້ປະຖິ້ມໄວ້.
ຢູ່ເທິງຕຶກຫຼັງນຶ່ງຈາກຫຼາຍຫຼັງທີ່ຍັງຕັ້ງຢູ່ນັ້ນ, ກອງກຳລັງປະຊາທິປະໄຕທີ່ໄດ້ຮັບການ
ໜູນຫຼັງໂດຍ ສະຫະລັດ ໄດ້ປັກທຸງຂອງເຂົາເຈົ້າໃສ່ ແລະ ໄດ້ສະຫຼອງ ການສິ້ນສຸດ
ຂອງເມືອງຫຼວງທີ່ຖືກປະກາດຂຶ້ນມາເອງຂອງພວກກໍ່ການຮ້າຍ ທີ່ ໄດ້ນຳເອົາຄວາມ
ຢ້ານກົວ ແລະ ຄວາມຕາຍມາສູ່ປະຊາຊົນທີ່ພວກເຂົາພະຍາ ຍາມທີ່ຈະປົກຄອງ.
ຫົວໜ້າໃຫຍ່ຂອງກອງກຳລັງປະຊາທິປະໄຕ ຊີເຣຍ ທ່ານ ມາສລູມ ໂຄບານີ ໄດ້ກ່າວ
ຕໍ່ບັນດາເຈົ້າໜ້າທີ່ ແລະ ຄູ່ຮ່ວມພັນທະມິດ ໃນພິທີສະຫຼອງ ເພື່ອເປັນ ຂີດໝາຍໄຊ
ຊະນະທີ່ລໍຖ້າມາດົນ, ດ້ວຍການໃຊ້ຊື່ຫຍໍ້ສຳລັບກຸ່ມກໍ່ການຮ້າຍວ່າ “ຫຼັງຈາກການຕໍ່ສູ້
ດົນຫ້າປີ, ພວກເຮົາໄດ້ຢືນຢູ່ທີ່ນີ້ເພື່ອປະກາດການເອົາຊະ ນະກຸ່ມ ISIS ດ້ວຍ ກຳລັງ
ແລະ ສິ້ນສຸດບັນຫາທາງສັງຄົມຂອງພວກເຂົາ ຕໍ່ມວນມະນຸດ.”
ທ່ານໄດ້ກ່າວວ່າ “ພວກເຮົາຂໍປະກາດມື້ນີ້ ເປັນການທຳລາຍອັນທີ່ເອີ້ນວ່າ ອົງການ
ລັດອິສລາມ ແລະ ສິ້ນສຸດການຄວບຄຸມພື້ນດິນຂອງພວກເຂົາ ໃນເຂດ ແດນແຫ່ງສຸດ
ທ້າຍຂອງພວກເຂົາໃນພາກພື້ນ ບາກຸສ.”
ແຕ່ວ່າໃນລະຫວ່າງການຕົບມື ແລະ ສຽງເພງຂອງກອງດຸຣິຍາງນັ້ນ, ຜູ້ບັນຊາການ
SDF ແລະ ເຈົ້າໜ້າທີ່ຂອງພັນທະມິດກໍໄດ້ສະແດງຄວາມເຄົາລົບຕໍ່ກອງ ກຳລັງ
SDF, ເຊິ່ງໄດ້ສູນເສຍເລືອດເນື້ອ ແລະ ສົມບັດຂອງເຂົາເຈົ້າໄປເພື່ອຍາດເອົາໄຊ
ຊະນະ, ຄາດວ່າປະມານ 11,000 ຄົນຖືກຂ້າຕາຍໃນລະຫວ່າງການຕໍ່ສູ້ ເພື່ອ ຕ້ານ
ພວກ IS, ທີ່ໃນຈຸດນຶ່ງພວກເຂົາໄດ້ຄວບຄຸມພື້ນທີ່ ສາມສ່ວນສີ່ຂອງ ຊີເຣຍ ແລະ
ຫຼາຍເກືອບເທົ່າກັນໃນປະເທດ ອີຣັກ.
ແລະ ຈົນຮອດທ້າຍ ຫຼືບາງເທື່ອຕອນຄ່ຳຂອງວັນສຸກ ຮອດຕອນເຊົ້າຂອງວັນເສົານີ້ນັ້ນ,
ພວກ IS ກໍໄດ້ທຳການໂຈມຕີຢ່່າງໂຫດຮ້າຍ, ດ້ວຍການໃຊ້ມືລະ ເບີດສະຫຼະຊີບ ແລະ
ແມ່ນກະທັ້ງໃຊ້ເດັກນ້ອຍເປັນເຄື່ອງກຳບັງມະນຸດ ໃນ ຄວາມພະຍາຍາມທີ່ຈະຍຶດໜ່ຽວ
ເຂດແດນແຫ່ງສຸດທ້າຍໄວ້ ເພື່ອພວກເຂົາຈະ ປັກທຸງດຳຂອງພວກເຂົາໄດ້.
ຊະຕາກຳທີ່ແນ່ນອນຂອງພວກນັກຮົບ IS ກຸ່ມສຸດທ້າຍ, ບາງເທື່ອຜູ້ຕິດຕາມທີ່ອຸດທິດ
ຕົນຢ່າງສູງຂອງກຸ່ມກໍ່ການຮ້າຍສອງສາມຮ້ອຍຄົນນັ້ນ, ແມ່ນບໍ່ເປັນທີ່ຮູ້ ຈັກຢ່າງຊັດ
ເຈນໃນວັນເສົາວານນີ້.