ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ກຳ​ລັງ ໜູນຫຼັງ​ໂດຍ ສະ​ຫະ​ລັດ ປະ​ກາດ​ຈຸດ​ຈົບ​ ເມືອງຫຼວງ ຂອງ​ພວກ IS


ຄວັນ​ໄຟ ປິວ​ຂຶ້ນ​ເທິງ​ຟ້າ​ຈາກ​ການ​ໂຈມ​ຕີ​ໃນ​ເມືອງ ບາ​ກຸ​ສ, ເຂດ​ຄວບ​ຄຸມ​ແຫ່ງ​ສຸດ​ທ້າຍ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ໃນ ຊີ​ເຣຍ. 22 ມີ​ນາ, 2019.
ຄວັນ​ໄຟ ປິວ​ຂຶ້ນ​ເທິງ​ຟ້າ​ຈາກ​ການ​ໂຈມ​ຕີ​ໃນ​ເມືອງ ບາ​ກຸ​ສ, ເຂດ​ຄວບ​ຄຸມ​ແຫ່ງ​ສຸດ​ທ້າຍ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ໃນ ຊີ​ເຣຍ. 22 ມີ​ນາ, 2019.

ລະ​ເບີດ​ຈຳ​ນວນຫຼາຍ​ໄດ້​ຖືກ​ຖິ້ມ​ລົງ​ໃສ່​ເຂດ​ແດນ​ແຫ່ງ​ສຸດ​ທ້າຍ ທີ່​ພວກ​ລັດ​ອິ​ສ​ລາມ ​ປົກ​
ຄອງ ເປັນເວລາຫຼາຍຄືນລຽນຕິດ, ເຮັດໃຫ້ທ້ອງຟ້າຕອນຄ່ຳໃນເມືອງ ບາກຸສ ທີ່ຕັ້ງຢູ່
ພາກຕາເວັນອອກສຽງເໜືອຂອງ ຊີເຣຍ ແຈ້ງສະຫວ່າງ.

ຮອດ​ຕອນ​ເຊົ້າ​ຂອງວັນ​ເສົາ​ວານນີ້, ທຸກ​ຢ່າງ​ທີ່​ຍັງ​ເຫຼືອ​ຢູ່ກໍ​ແມ່ນ​ຊາກ​ຂອງ​ລົດ​ທີ່​ຖືກ​ໄຟ
ໄໝ້, ສະຖານທີ່ຕັ້ງຄ້າຍທີ່ຖືກຖິ້ມ ແລະ ສະບຽງອື່ນໆທີ່ພວກນັກຮົບຂອງກຸ່ມກໍ່ການ
ຮ້າຍກຸ່ມສຸດທ້າຍ ແລະ ຄອບຄົວຂອງພວກເຂົາໄດ້ປະຖິ້ມໄວ້.

ຢູ່​ເທິງຕຶກຫຼັງ​ນຶ່ງ​ຈາກຫຼາຍຫຼັງ​ທີ່​ຍັງ​ຕັ້ງ​ຢູ່ນັ້ນ, ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ທີ່​ໄດ້​ຮັບ​ການ
ໜູນຫຼັງໂດຍ ສະຫະລັດ ໄດ້ປັກທຸງຂອງເຂົາເຈົ້າໃສ່ ແລະ ໄດ້ສະຫຼອງການສິ້ນ​ສຸດຂອງ
ເມືອງຫຼວງທີ່ຖືກປະກາດຂຶ້ນມາເອງຂອງພວກກໍ່ການຮ້າຍ ທີ່ໄດ້ນຳເອົາຄວາມຢ້ານກົວ
ແລະ ຄວາມຕາຍມາສູ່ປະຊາຊົນທີ່ພວກເຂົາພະຍາຍາມທີ່ຈະປົກຄອງ.

ຫົ​ວ​ໜ້າ​ໃຫຍ່​ຂອງກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ທ່ານ ມາ​ສ​ລູມ ໂຄ​ບາ​ນີ ໄດ້​ກ່າວ​ຕໍ່
ບັນດາເຈົ້າໜ້າທີ່ ແລະ ຄູ່ຮ່ວມພັນທະມິດ ໃນພິ​ທີສະຫຼອງ ເພື່ອເປັນຂີດໝາຍໄຊຊະນະ
ທີ່ລໍຖ້າມາດົນ, ດ້ວຍການໃຊ້ຊື່ຫຍໍ້ສຳລັບກຸ່ມກໍ່ການຮ້າຍວ່າ “ຫຼັງຈາກການຕໍ່ສູ້ດົນຫ້າ
ປີ, ພວກເຮົາໄດ້ຢືນຢູ່ທີ່ນີ້ເພື່ອປະກາດການເອົາຊະນະກຸ່ມ ISIS ດ້ວຍກຳລັງ ແລະ ສິ້ນ
ສຸດບັນຫາທາງສັງຄົມຂອງພວກເຂົາ ຕໍ່ມວນມະນຸດ.”

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຂໍ​ປະ​ກາດມື້ນີ້ ເປັນ​ການນ​ທຳ​ລາຍ​ອັນ​ທີ່​ເອີ້ນ​ວ່າ ອົງ​ການ
ລັດອິສລາມ ແລະ ສິ້ນສຸດການຄວບຄຸມພື້ນດິນຂອງພວກເຂົາ ໃນເຂດແດນແຫ່ງສຸດ
ທ້າຍຂອງພວກເຂົາໃນພາກພື້ນ ບາກຸສ.”

ແຕ່​ວ່າ​ໃນ​ລະ​ຫວ່າງ​ການ​ຕົບ​ມື ແລະ ສຽງ​ເພງ​ຂອງກອງ​ດຸ​ຣິ​ຍານ​ນັ້ນ, ຜູ້​ບັນ​ຊາ​ການ
SDF ແລະ ເຈົ້າໜ້າທີ່ຂອງພັນທະມິດກໍໄດ້ສະແດງຄວາມເຄົາລົບຕໍ່ກອງກຳລັງ SDF,
ເຊິ່ງໄດ້ສູນເສຍເລືອດເນື້ອ ແລະ ສົມບັດຂອງເຂົາເຈົ້າເພື່ອໄຊຊະນະ, ຄາດວ່າປະມານ
11,000 ຄົນຖືກຂ້າຕາຍໃນລະຫວ່າງການຕໍ່ສູ້ເພື່ອຕ້ານພວກ IS, ທີ່ໃນຈຸດນຶ່ງພວກ
ເຂົາໄດ້ຄວບຄຸມພື້ນທີ່ສາມສ່ວນສີ່ຂອງ ຊີເຣຍ ແລະ ຫຼາຍເກືອບເທົ່າກັນໃນປະ
ເທດ ອີຣັກ.

ແລະ ຈົນ​ຮອດ​ທ້າຍ ຫຼື​ບາງ​ເທື່ອ​ຕອນ​ຄ່ຳ​ຂອງວັນ​ສຸກ ຮອດ​ຕອນ​ເຊົ້າ​ຂອງວັນ​ເສົາ​ວານ
ນີ້ນັ້ນ,ພວກ IS ກໍໄດ້ທຳການໂຈມຕີທີ່ໂຫດຮ້າຍ, ດ້ວຍການໃຊ້ມືລະເບີດສະຫຼະຊີບ
ແລະ ແມ່ນກະທັ້ງໃຊ້ເດັກນ້ອຍເປັນເຄື່ອງກຳບັງມະນຸດ ໃນຄວາມພະຍາຍາມທີ່ຈະ
ຍຶດເກາະກັບເຂດແດນແຫ່ງສຸດທ້າຍ ເພື່ອທີ່ພວກເຂົາຈະປັກທຸກດຳຂອງພວກເຂົາ
ໄດ້.

ສະ​ຕາ​ກຳ​ທີ່​ແນ່ນອນ​ຂອງ​ພວກ​ນັກ​ຮົບ IS ກຸ່ມ​ສຸດ​ທ້າຍ, ບາງ​ເທື່ອ​ຜູ້​ຕິດ​ຕາມ​ທີ່​ອຸດ​ທິ​ດ
ຕົນຢ່າງສູງຂອງກຸ່ມກໍ່ການຮ້າຍສອງສາມຮ້ອຍຄົນນັ້ນ, ແມ່ນບໍ່ເປັນທີ່ຮູ້ຈັກຢ່າງຊັດ
ເຈນໃນວັນເສົາວານນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG