ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳລັງ​ອີຣັກ ທີ່​ ສຫລ ໜູນຫຼັງ ເຂົ້າຄວບຄຸມ ສະໜາມບິນ ເມືອງ Mosul


ກຳລັງພິເສດອີຣັກ ບຸກຄືບໜ້າ ສູ່ພາກຕາເວັນຕົກເມືອງ Mosul.
ກຳລັງພິເສດອີຣັກ ບຸກຄືບໜ້າ ສູ່ພາກຕາເວັນຕົກເມືອງ Mosul.

ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ​ອີຣັກກ່າວ​ວ່າ ກຳລັງ​ທີ່​ໄດ້​ຮັບ​ການໜູນ​ຫລັງຈາກ​ສະຫະລັດ
ໄດ້​ຍຶດ​ເອົາ​ສະໜາມບິນໃນ​ເມືອງ Mosul ທີ່​ໄດ້​ຖືກ​ຄວບຄຸມ​ໂດຍ​ກຸ່ມ​ລັດ​ອິສລາມ​ ມາ
​ແຕ່​ປີ 2014.

ລາຍ​ງານ​ຂ່າວ​ດ່ວນ​ຂອງໂທລະພາບລັດຖະບານ​ໄດ້​ປະກາດ​ວ່າ “ກຳລັງ​ຕອບ​ໂຕ້​ຢ່າງ
​ວ່ອງ​ໄວ ​ແລະ​ຕຳຫລວດ​ລັດຖະບານ​ກາງ ​ໄດ້​ເຂົ້າ​ຄວບ​ຄຸມສະໜາມ​ບິນ ໃນ ເມືອງ
Mosul ທັງໝົດ​ແລ້ວ.”

ພວກ​ເຈົ້າ​ໜ້າ​ທີ່ກ່າວໃນ​ວັນ​ສຸກ​ມື້​ນີ້ວ່າ ທະຫານ​ເວລາ​ນີ້​ຍັງ​ໄດ້​ເຂົ້າຍຶດ​ເອົາ​ຄ້າຍ​ທະ
ຫານຫຼາຍ​ແຫ່ງ ​ທີ່​ຕັ້ງ​ຢູ່​ໃກ້​ກັບ​ສະໜາມ​ບິນ ​ແລະ​ໄດ້​ເຂົ້າ​ໄປ​ຄຸ້ມ​ຕ່າງໆ​ຂອງ ເມືອງ
Mosul​ ເປັນ​ເທື່ອ​ທຳ​ອິດ ​ໃນ​ຫລາຍ​ເດືອນ​ທີ່​ຜ່ານມາ.

ກຳລັງ​ອີ​ຣັກ​ໄດ້​ເລີ້ມ​ບຸກ​ໂຈມ​ຕີຄັ້ງ​ໃໝ່ ​ເພື່ອ​ເຂົ້າຍຶດ​ເອົາກຳ​ຕາ​ເວັນ​ຕົກ​ຂອງ​ເມືອງ
Mosul ​ຊຶ່ງ​ເປັນ​ຫົວ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ອີຣັກ ໃນ​ວັນ​ອາທິດ​ແລ້ວ ຫລັງ​ຈາກ
ໄດ້ກ່າວ ​ໃນ​ທ້າຍ​ເດືອນ​ມັງກອນ​ທີ່​ຜ່ານ​ມານີ້ວ່າ ເຂົາ​ເຈົ້າ​ໄດ້​ປົດ​ປ່ອຍກ້ຳ​ຕາ ​ເວັນ
​ອອກ​ຂອງ​ເມືອງດັ່ງກ່າວ​ແລ້ວ.

ໜ່ວຍຕໍ່ຕ້ານ "Daesh (ລັດອິສລາມ) ທີ່ເຫັນບໍ່ສຳຄັນ ເຂົາເຈົ້າພະຍາຍາມ ທີ່ຈະຮັກສາຄວາມ ເຂັ້ມແຂງໄວ້ຢູ່ໃນເມືອງ.

ນາຍ​ພົນ​ໂທ​ອີຣັກ ທ່ານ Raid Shakir Jaudat ກ່າວ​ວ່າ ກຳລັງຂອງ​ແບັກ​ແດັດ ທີ່​
ໜູນ​ຫລັງ​ໂດຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ແລະ​ປືນ​ໃຫຍ່ ​ໄດ້ບຸກ​ຄືບ​ໜ້າ​ເຂົ້າ​ສູ່​ສະໜາມບິນ​
ຈາກ​ຫລາຍ​ທິດ​ທາງ. ລາຍ​ງານ​ຂັ້ນຕົ້ນ ​ໃນການເຂົ້າຍຶດ​ເອົາ​ສະໜາມບິນແຈ້ງ​ວ່າ
​ມີ​ການ​ຕໍ່ຕ້ານພຽງ​ເລັກ​ນ້ອຍ​ ຈາກ​ກຸ່ມລັດ​ອິສລາມ ​ແຕ່​ພາຍ ຫລັງ​ມາ​ໄດ້​ມີ​ລາຍ​ງານ
ວ່າ​ ພວກ​ນັກ​ລົບ​ອີຣັກ ​ໄດ້​ສູ້​ລົບ​ກັບ​ພວກ​ຫົວ​ຮຸນ​ແຮງ​ທີ່ ຕັ້ງ​ຄ້າຍ​ຢູ່​ບັນດາຕຶກ​ອາຄານ​
ສະໜາມ​ບິນ.

ຊາວອີຣັກ ບ່ມີທີ່ຢູ່ໃສ ຫລົບໜີຈາກບ້ານເຮືອນຂອງເຂົາເຈົ້າ.
ຊາວອີຣັກ ບ່ມີທີ່ຢູ່ໃສ ຫລົບໜີຈາກບ້ານເຮືອນຂອງເຂົາເຈົ້າ.




ເຈົ້າ​ໜ້າ​ທີ່ກຳລັງ​ພິ​ເສດຄົນ​ນຶ່ງ​ຂອງ​ອີຣັກ ​ໄດ້​ລາຍ​ງານ​ວ່າ​ ພວກ​ນັກ​ລົບຂອງ​ກຸ່ມ ລັດ​
ອິສລາມ​ໄ​ດ້ແນ​ເປົ້າ​ໝາຍ​ໃສ່​ພວກ​ນັກ​ລົບຂອງ​ແບັກ​ແດັດໃນ​ການ​ໂຈມ​ຕີດ້ວຍ ​ລະ​
ເບີດ​ລົດ​ສະຫຼະ​ຊີບ ​ແລະ​ການ​ຖີ້ມລະ​ເບີດ​ຫລາຍ​ສິບ​ໜ່ວຍ ​ຈາກ​ເຮືອບິນ​ບໍ່​ມີ​ຄົນ​ຂັບ.
​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ ​ມີ​ຢ່າງ​ໜ້ອຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ເຖິງ​ແມ່ນ​ວ່າ​ຫລາຍ​ໆ​ຄົນ​ໄດ້
​ຮັບ​ບາດ​ເຈັບ​ພຽງ​ເລັກ​ນ້ອຍ.

ຕຳຫລວດລັດຖະບານກາງອີຣັກ ສະຫລອງໃນຂະຂະທີ່ຢືຢູ່ ລະຫວ່າງການປົດປ່ອຍເອົາສະໜາມບິນ.
ຕຳຫລວດລັດຖະບານກາງອີຣັກ ສະຫລອງໃນຂະຂະທີ່ຢືຢູ່ ລະຫວ່າງການປົດປ່ອຍເອົາສະໜາມບິນ.



ຮ້ອຍ​ໂທ Ahmed al-Ghalabi ຈາກ​ກຳລັງ​ຕອບ​ໂຕ້​ຢ່າງ​ວ່ອງ​ໄວ ​ໄດ້​ກ່າວ​ຢູ່​ນອກ
​ທາງ​ເຂົ້າ​ສະໜາມ​ບິນ​ວ່າ ພວກຕໍ່ຕ້ານຂອງ​ກຸ່ມລັດ​ອິສລາມ ບໍ່​ໄດ້ທຳ​ການ ຕ້ານ​ຢັນ
​ຢ່າງ​ແຂງ​ຂັນ ແຕ່​ພວກເຂົາ​ອາດ​ຈະ​ພະຍາມ​ຮັກສາ​ກຳລັງໄວ້​ເພື່ອ​ສູ້​ລົບ ຢູ່​ໃນ​ເມືອງ.”

ການ​ເຂົ້າຍຶດ​ເອົາ​ສະໜາມ​ບິນ ຈະ​ເຮັດ​ໃຫ້​ກອງ​ກຳລັງ​ຂອງ​ອີຣັກ ມີຊ່ອງ​ທາງ​ທີ່​ຈະ
ບຸກ​ເຂົ້າໄປ​ຫາ​ໂຕ​ເມືອງຈາກພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ​ແລະ​ເປັນ​ເທື່ອ​ທຳ​ອິດ ທີ່​ໄດ້
​ເຂົ້າ​ຄວບຄຸມ​ບໍລິ​ເວນ​ຢູ່​ເລາະ​ລຽບ ​ແຄມ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ Tigris.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Iraq Mosul
please wait
Embed

No media source currently available

0:00 0:01:38 0:00

XS
SM
MD
LG