ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງ ທີ່ໜຸນຫຼັງ ໂດຍສະຫະລັດ ເຂົ້າຄວບຄຸມ ທີ່ໝັ້ນ ລັດອິສລາມ ໃນຊີເຣຍ


ນັກລົບຂອງກຳລັງປະຊາທິປະໄຕຊີເຣຍ ໂອ້ລົມກັບພວກທີ່ ໄດ້ຮັບບາດເຈັບ.
ນັກລົບຂອງກຳລັງປະຊາທິປະໄຕຊີເຣຍ ໂອ້ລົມກັບພວກທີ່ ໄດ້ຮັບບາດເຈັບ.

ກອງ​ກຳລັງ​ປະຊາທິປະ​ໄຕ​ຊີ​ເຣຍ ຫຼື SDF ​ໄດ້​ເຂົ້າຄວບ​ຄຸມ ທີ່​ໝັ້ນ ຂອງ​ກຸ່ມ​ລັດອິສລາມ ທັງ​ໝົດຢູ່​ເມືອງ Manbij ​ທີ່​ຕັ້ງຢູ່​ໃກ້​ກັບ​ຊາຍ​ແດນ​ເທີ​ກີ ໃນ​ວັນ​ສຸກ​ວານ​ນີ້ ອີງ​ຕາມ​ໂຄສົກ​ຂອງ​ກຸ່ມ​ດັ່ງກ່າວ.

ກຳລັງ​ປະຊາທິປະ​ໄຕ​ຊີ​ເຣຍ ​ແຈ້ງ​ໃຫ້​ອົງການ​ຂ່າວຣອຍ​ເຕີ້ຊາບ​ວ່າ ທະຫານ​ຂອງ​ຕົນ​ໄດ້​ເຂົ້າຍຶດ​ເອົາ​ເມື​ອງດັ່ງກ່າວ ຫລັງ​ຈາກ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ພາກັນ​ຫລົບໜີ​ອອກ​ໄປ.

ກອງ​ກຳ​ລັງປະຊາທິປະ​ໄຕ​ຊີ​ເຣຍ ທີ່​ໄດ້ຮັບ​ການ​ໜຸນ​ຫລັງຈາກ​ສະຫະລັດຍັງ​ໄດ້​ປ່ອຍ​ໂຕ​ປະກັນ​ພົນລະ​ເຮືອນ​ຫລາຍ​ກວ່າ 2,000 ຄົນ ທີ່​ຖືກ​ກຸ່ມ​ລັດ​ອິສລາມ​ໃຊ້ ​ເປັນ​ເຄື່ອງ​ກຳ​ບັງ ອີງ​ຕາມ​ຄຳ​ເວົ້າຂອງ​ທ່ານ Sharfan Darwish ຈາກ​ກຳລັງປະຊາທິປະ​ໄຕ​ແລະ​ສະພາ​ພັນທະ​ມິດ​ທະຫານ Manbij.

ທ່ານ Darwish ​ແຈ້ງໃຫ້​ອົງການ​ຂ່າວ​ຣອຍ​ເຕີ້ຊາບ​ວ່າ ​“​ເວລາ​ນີ້​ເມືອງ​ດັ່ງກ່າວ ​ແມ່ນ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ເຮົາໂດຍ​ເຕັມ ​ແຕ່​ພວກ​ເຮົາພວມ​ທຳ​ການກວດ​ລ້າງ​ຢູ່.”

​ໃນ​ຕອນ​ເຊົ້າວັນ​ສຸກ​ວານ​ນີ້ ທ່ານ Gordon Trowbridge ຮອງ​ໂຄສົກ​ຂອງ​ທຳ ນຽບຫ້າ​ແຈ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ວໍ​ຊິງ​ຕັນ​ວ່າ ກຸ່ມ​ລັດ​ອິສລາມ​ແມ່ນ​ຈະ​ແຈ້ງ ​ກຳລັງ​ຈະ​ໄດ້​ຮັບ​ການ​ປະລາ​ໄຊ ​ແລະ​ເວົ້າວ່າ ການ​ແຕກ​ຂອງ​ເມືອງ Manbij ​ແມ່ນ ຄາດ​ວ່າ​ຈະ​ມີ​ຂຶ້ນ ຊຶ່ງ​ເປັນ​ໄຊຊະນະ​ທີ່ສຳຄັນເທື່ອຫລ້າ​ສຸດ​ ສຳລັບ​ການ​ດຳ​ເນີນ​ຄວາມພະຍາຍາມ​ຂອງ​ແນວ​ໂຮມ​ທີ່​ຈະ​ຕັດຂາດ​ຫຼືກຳຈັດ​ສູນ​ກາງການ​ເຄື່ອນ​ໄຫວຂອງ​ກຸ່ມລັດ​ອິສລາມ.”

​ເຈົ້າໜ້າ​ທີ່​ສະຫະລັດ​ແລະ​ແນວ​ໂຮມ ​ໄດ້​ມອງ​ເຫັນ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ​ວ່າ ​ເມືອງ Manbij ​ເປັນ​ສູນ​ກາງຂອງ​ກຸ່ມ​ກໍ່​ການ​ຮ້າຍ​ດັ່ງກ່າວ.​

​ເມືອງ​ດັ່ງກ່າວ​ນີ້ຖືກ​ໃຊ້​ເປັນທັງ​ສູນ​ກາງ​ອອກ​ເອກ​ກະສາ​ນ​ໃຫ້​ແກ່​ພວກ​ນັກ​ລົບ​ຕ່າງປະ​ເທດ​ທີ່​ເດີນທາງ​ໄປ​ຮອດ​ ແລະບ່ອນ​ສົ່ງ​ພວກ​ນັກ​ລົບ ​ໄປ​ປະຕິບັດ​ງານ​ໂຈມຕີ ​ກໍ່​ການ​ຮ້າຍ​ຢູ່​ປະ​ເທດ​ຕາ​ເວັນ​ຕົກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US-backed Forces Liberate Key Syrian Town
please wait

No media source currently available

0:00 0:00:37 0:00

XS
SM
MD
LG