ການໂຈມຕີທາງອາກາດໃສ່ສອງເຂດສຸດທ້າຍຂອງກຸ່ມລັດອິສລາມ ທີ່ຍັງມີການຕໍ່ສູ້
ຕ້ານຢັນ ແມ່ນແນໃສ່ພວກນັກລົບ ທີ່ຍັງບໍ່ຍອມຈຳນົນ ຢູ່ທີ່ໝັ້ນນ້ອຍໆຊຶ່ງເປັນພາກ
ສ່ວນນຶ່ງຂອງດິນແດນ ທີ່ປະກາດຕົນເອງເປັນລັດອິສລາມຫຼືຄາລີເຟດຂອງພວກຫົວ
ຮຸນແຮງນັ້ນ.
ການໂຈມຕີທາງອາກາດ ໃນຕອນແລງວັນພະຫັດວານນີ້ ມີຂຶ້ນຫຼັງຈາກການປະຕິບັດ
ງານກວດລ້າງທີ່ເມືອງບາກຸສໃນພາກຕາເວັນອອກສຽງເໜືອຂອງຊີເຣຍບ່ອນທີ່ພວກ
ນັກລົບກຸ່ມລັດອິສລາມຫຼາຍຮ້ອຍຄົນ ໄດ້ຍອມຈຳນົນເມື່ອຕົ້ນອາທິດນີ້ຕໍ່ກຳລັງປະຊາ
ທິປະໄຕຊີເຣຍ ຫຼື SDF.
ເຈົ້າໜ້າທີ່ສື່ມວນຊົນທີ່ປະຈຳການຢູ່ກັບກຳລັງທະຫານບ້ານຊາວເຄີດ ຫຼື YPG ທີ່ໃຫ້
ການສະໜັບສະໜຸນໃນການບຸກໂຈມຕີຂອງກຳລັງປະຊາທິປະໄຕຊີເຣຍກ່າວວ່າ ການ
ໂຈມຕີສ່ວນນຶ່ງແມ່ນແນໃສ່ພວກນັກລົບກຸ່ມລັດອິສລາມ ທີ່ພວມພະຍາຍາມຈະບຸກໄປ
ຫາ ແຄມຝັ່ງແມ່ນ້ຳຢູເຟຣຕິສ. ສ່ວນທີ່ເຫຼືອນັ້ນແມ່ນແນໃສ່ກຸ່ມທີສອງທີ່ພາກັນຫລົບລີ້
ຢູ່ເທິງພູ ໃນເຂດຊານເມືອງອ້ອມແອ້ມ.
ແຕ່ເຖິງແມ່ນໄດ້ມີການໂຈມຕີຖິ້ມລະເບີດ ກຳລັງແນວໂຮມພາຍໃຕ້ການນຳພາຂອງ
ສະຫະລັດກ່າວໃນແລງວັນພະຫັດວານນີ້ວ່າ ກຸ່ມລັດອິສລາມ ຍັງໄດ້ທຳການຕ້ານຢັນ
“ຢ່າງແຂງແກ່ນ.”
ກຳລັງແນວໂຮມກ່າວວ່າຢູ່ໃນຖະແຫຼງການສະບັບນຶ່ງທີ່ສົ່ງໃຫ້ວີໂອເອວ່າ “ກຸ່ມລັດອິສ
ລາມພວມສະແດງໃຫ້ເຫັນວ່າ ພວກເຂົາຕັ້ງໃຈ ທີ່ຈະຕໍ່ສູ້ຕໍ່ໄປ ໃຫ້ດົນເທົ່າທີ່ຈະດົນໄດ້.”
ກຳລັງແນວໂຮມຍັງໄດ້ກ່າວຫາກຸ່ມລັດອິສລາມວ່າ ຕັ້ງໃຈນຳເອົາພວກພົນລະເຮືອນ
ທີ່ຍັງເຫຼືອຢູ່ນັ້ນ ໃຫ້ຕົກຢູ່ໃນອັນຕະລາຍ.
ແນວໂຮມກ່າວວ່າ “ກຸ່ມລັດອິສລາມຍັງສືບຕໍ່ໃຊ້ກົນລະຍຸດທີ່ໜ້າຢ້ານກົວ ເຊັ່ນການ
ໂຈມຕີສະຫຼະຊີບ ແລະໃຊ້ພວກເດັກນ້ອຍເປັນເຄື່ອງກຳບັງລູກປືນ.”
ບັນດາກຸ່ມໃຫ້ຄວາມຊ່ວຍເຫຼືອ ເຊັ່ນອົງການກູ້ໄພສາກົນ ໄດ້ຮຽກຮ້ອງໃຫ້ກຳລັງປະ
ຊາທິປະໄຕຊີເຣຍ ແລະແນວໂຮມ ຊ່ວຍໃຫ້ພວກແມ່ຍິງ ແລະເດັກນ້ອຍ ທີ່ຍັງຢູ່ໃນ
ເຂດຄວບຄຸມຂອງກຸ່ມລັດອິສລານັ້ນ ຕົກຢູ່ໃນອັນຕະລາຍໜ້ອຍທີ່ສຸດ.
ທ່ານນາງເວັນດີ ໂທເບີ ຈາກອົງການກູ້ໄພສາກົນກ່າວຢູ່ໃນຖະແຫຼງການສະບັບໃນ
ຕອນເຊົ້າວັນພຸດວານນີ້ໂດຍໃຫ້ຂໍ້ສັງເກດວ່າ ສ່ວນນຶ່ງຂອງພວກແມ່ຍິງແລະເດັກ
ນ້ອຍຫຼາຍພັນຄົນ ທີ່ຖືກຍົກຍ້າຍອອກມາຈາກເມືອງບາກຸສ ໃນໄລຍະສອງສາມມື້
ຜ່ານມານີ້ ຫາກໍເດີນທາງໄປເຖິງສູນອົບພະຍົບທີ່ເມືອງ ອາລ-ໂຮລ.
ສ່ວນກຸ່ມອື່ນໆ ເຊັ່ນອົງການສິ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີສຳນັກງານຕັ້ງຢູ່
ປະເທດອັງກິດ ໄດ້ກ່າວຫາໃນວັນພະຫັດວານນີ້ວ່າ ມີພົນລະເຮືອນຫຼາຍຮ້ອຍຄົນ
ເສຍຊີວິດໃນການໂຈມຕີທາງອາກາດຮອບທຳອິດ.