ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ກຳ​ລັງ​ທີ່​ສະ​ໜັບ​ສະ​ໜູນ​ໂດຍ ສ​ຫລ ເລີ້ມ​ທຳ​ການ​ໂຈມ​ຕີ​ເທື່ອ​ສຸດ​ທ້າຍ ເພື່ອກວດ​ລ້າງ​ລັດ​ອິດ​ລາມ


ນັກ​ລົບ​ຈາກ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ (SDF) ນັ່ງ​ຢູ່​ເທິ່ງ​ຫຼັງ ລົດ​ບັນ​ທຸກ​ຂອງ​ລາວ ໄກ້​ກັບ​ໝູ່​ບ້ານບ​າ​ຮູ​ສ ວັນ​ທີ 9 ມີ​ນາ 2019.
ນັກ​ລົບ​ຈາກ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ (SDF) ນັ່ງ​ຢູ່​ເທິ່ງ​ຫຼັງ ລົດ​ບັນ​ທຸກ​ຂອງ​ລາວ ໄກ້​ກັບ​ໝູ່​ບ້ານບ​າ​ຮູ​ສ ວັນ​ທີ 9 ມີ​ນາ 2019.

ການປະ​ທະ​ກັນແລະການສູ້​ລົບ​ຢ່າງ​ໜັກໜ່ວງ​ ກຳ​ລັງ​ຖືກ​ລາຍ​ງານ​ ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງເໜືອ​ຂອງ​ຊີ​ເຣຍ ບ່ອນ​ທີ່​ສະ​ຫະ​ລັດ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ກຳ​ລັງ ທີ່ກ່າວ​ວ່າ​
ເປັນການ​ໂຈມຕີເທື່ອ​ສຸດ​ທ້າຍຂອງ​ເຂົາ​ເຈົ້າ​ຕໍ່ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິສ​ລາມ ຂອງ​ເມືອງ
​ບ​າ​ຮຸສແມ່ນ ກຳ​ລັງ​ດຳ​ເນີນໄປ​ຢູ່​ໃນ​ຂະ​ນະ​ນີ້.

ໂຄ​ສົກຂອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ (SDF) ໄດ້​ປະ​ກາດ​ຢູ່ໃນ​ສື່​ສັງ​ຄົມ​ໃນ​ວັນ​ອາ​ທິດ
ວານນີ້ ໂດຍຂຽນ​ວ່າ​ ການ​ໂຈມ​ຕີ​ເພື່ອກວດ​ລ້າງ​ບ່ອນ​ສຸດ​ທ້າຍ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ ທີ່​
ປະ​ກາດ​ເປັນ​ເມືອງ​ເອກ​ຂອງ​ຕົນ​ເອງນັ້ນ ໄດ້​ເລິີິ້ມຂຶ້ນ​ໃນ​ເວ​ລາ 6:00 ໂມງ​ແລງ ຕ​າມ​
ເວ​ລາທ້ອງ​ຖິ່ນ.

ໃນ​ຕອນ​ຕົ້ນໆ ທ່ານ​ໄດ້​ສົ່ງ​ຂໍ້​ຄວາມ​ທາງ​ທວິດ​ເຕີ​ວ່າ​ ເປັນ​ໂອ​ກາດ​ສຸດ​ທ້າຍ​ແກ່​ພວກ​ນັກ
​ລົບ​ໃດໆ ຫຼື​ພົນ​ລະ​ເຮືອນ ທີ່​ຍັງ​ພາ​ກັນ​ຢູ່​ທີ່​ນັ້ນ ຢູ່​ບ່ອນ​ດິນດອນ​ຕອນ​ນ້ອຍໆ​ຢູ່​ແຄມ​ນ້ຳ
​ຢູ​ເຟ​ຣດ​ສ໌ ທີ່​ໄດ້​ກັບ​ໄປກັບມາເຂົ້າໆອອກໆຢູ່ເປັນປະຈຳ.

ທ່ານ​ມູ​ສ​ຕາ​ຟາ ບາ​ລີ​ຂອງ SDF ໄດ້​ຂຽນ​ໂດຍ​ກາ​ນ​ໃຊ້ຊື່ຫຍໍ້ກ່ຽວກັບພວກ​ກໍ່​ການ​ຮ້າຍ
​ວ່າ “ກຳ​ນົດ​ເວ​ລາ​ທີ່​ພວກ​ເຮົາ​ໄດ້​ເອົາ​ໃຫ້​ແກ່​ລັດ​ອິ​ສ​ລາມ​ ເພື່ອມອບ​ໂຕ​ເຂົາ​ເຈົ້າ​ໄດ້​ໝົດ
​ລົງ​ໄປແລ້ວ.”

ທ່ານ​ກ່າວ​ຕື່ມ​ອີກວ່າ SDF “ບັດ​ນີ້​ພ້ອມ​ແລ້ວທີ່​ຈະ​ເລີ້ມ ແລະເຮັດໃຫ້​ເສັດ​ສິ້ນ​ອັນ​ທີ່​ຍັງ
​ບໍ່​ທັນ​ແລ້ວ​ໃນ​ກຳ​ມື​ຂອງ​ລັດ​ອິສ​ລາມ.”

ພວກ​ເຈົ້າ​ໜ້າ​ທີ່​ທັງ​ສອງ​ຝ່າຍ SDF ແລະ​ສະ​ຫະ​ລັດ ກຳ​ລັງ​ພາ​ກັນ​ຄາດ​ໝາຍ​ການ​ສູ້​
ລົບ​ທີ່​ຍາກ​ລຳ​ບາກ ທີ່​ມີ​ຜາມ​ຜ້າ​ສ້າງຕັ້ງ​ຂຶ້ນ ແລະ​ອາ​ຄານ​ເພ​ພັງ​ທີ່​ຂະ​ຫຍາຍ​ອອກໄປ
​ກວ່າ 1.6 ຕະ​ລາງ​ກິ​ໂລ​ແມັດ ຢູ່ນອກ​ເມືອງ​ບາ​ຮຸ​ສ ທາງ​ພ​າກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ.

ເຂົາ​ເຈົ້າ​ກ່າວ​ວ່າ ລັດ​ອິ​ສ​ລາມ​ໄດ້​ໃຊ້​ລະ​ບົບອຸບ​ມົງ ຖ້ຳ ແລະ​ຮ່ອມ​ຮູຕ່າງໆ ແລະ​ເລີ້ມ​
ທຳ​ການ​ໂຈມ​ຕີ. ເຂົາ​ເຈົ້າ​ໄດ້​ອະ​ທິ​ບາຍ​ລະ​ບົບ​ອຸບ​ມົງວ່າມີ​ຄວາມ​ລະ​ລັບຊັບ​ຊ້ອນ ​ເປັນ
​ໄປ​ໄດ້​ທີ່ຍາວ​ອອກ​ໄປ​ກວ່າ​ສອງ​ກິ​ໂລ​ແມດ ແລະ​ເຕັມ​ໄປ​ດ້ວຍລະ​ເບີດ ແລະຫ້າງ​ລະ
​ເບີດ​ຝັງ​ດິນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG