ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳ​ລັງ ​ທີ່​ ສ​ຫ​ລ ໜຸນ​ຫຼັງ ພວມ​ປິດ​ລ້ອມ​ ​ນັກ​ລົບ ​ກຸ່ມ​ລັດ​ອິ​ສ​ລາມ ໃນ​ຊີ​ເຣຍ


ແມ່​ຍິງ ແລະ​ເດັກ​ນ້ອຍ​ພວມ​ພາ​ກັນ​ນັ່ງ​ຢູ່​ທ້າຍ​ລົດບັນ​ທຸກ​ໃຫຍ່ຄັນ​ນຶ່ງ ເພື່ອ​ຈະຫລົບ​ໜີໄປ​ຈາກເຂດ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ ກຸ່ມ​ລັດ​ອິ​ສ​ລາມ ຢູ່​ໃກ້​ເມືອງ​ແບັກ​ຮຸ​ຊ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ໃນ​ວັນ​ທີ 11 ກຸມ​ພາ, 2019
ແມ່​ຍິງ ແລະ​ເດັກ​ນ້ອຍ​ພວມ​ພາ​ກັນ​ນັ່ງ​ຢູ່​ທ້າຍ​ລົດບັນ​ທຸກ​ໃຫຍ່ຄັນ​ນຶ່ງ ເພື່ອ​ຈະຫລົບ​ໜີໄປ​ຈາກເຂດ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ ກຸ່ມ​ລັດ​ອິ​ສ​ລາມ ຢູ່​ໃກ້​ເມືອງ​ແບັກ​ຮຸ​ຊ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ໃນ​ວັນ​ທີ 11 ກຸມ​ພາ, 2019

ກຳ​ລັງ​ປະ​ສົມ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ ໃນ​ຊີ​ເຣຍ ໄດ້​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ວັດ​ເກົ່າ​ແຫ່ງ​ນຶ່ງ​ຂອງ​ສາ​ສະ​ໜາ​ອິ​ສ​ລາມ ຢູ່​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ ທີ່​ຄວບ​ຄຸມ​ໂດຍ​ພວກ​ນັກ​ລົບ​ກຸ່ມ​ລັດ​ອິ​ສ​ລາມ.

ຖະ​ແຫຼງ​ການ​ຂອງ​ກຳ​ລັງ​ປະ​ສົມ​ແຈ້ງວ່າ ການ​ໂຈມ​ຕີ​ທີ່​ເມືອງແບັກ​ຮຸ​ຊ ​ມີ​ຂຶ້ນ​ໃນ
ວັນ​ຈັນ​ວານນີ້ ເພື່ອ​ສະ​ໜັບ​ສະ​ໜຸນ​ຕໍ່​ກຳ​ລັງປະ​ຊາ​ທິ​ປະ​ໄຕຊີ​ເຣຍ​ໃນ​ຊີ​ເຣຍ ຫລື SDF ຊຶ່ງ​ເປັນ​ກຳ​ລັງ​ປະ​ສົມ​ຕໍ່​ຕ້ານ​ກຸ່ມ​ລັດ​ອິ​ສ​ລາມ ທີ່​ນຳ​ພາ​ໂດຍ​ຊາວ​ເຄີດ.

ກຳ​ລັງ​ທະ​ຫານ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງຈາກ​ສະ​ຫະ​ລັດ ພວມ​ປິດ​ລ້ອມ​ພວກ​ນັກ​ລົບ​ກຸ່ມ​ລັດ​ອິ​ສ​ລາມ ຫລື IS ຢູ່​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ​ພວກ​ເຂົາ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ.

ພົນ​ຕີ​ຄ​ຣິ​ສ​ໂຕ​ເຟີ ກີ​ກາ ນາຍ​ທະ​ຫານ​ອັງ​ກິດ ທີ່​ມີ​ໜ້າ​ທີ່​ເປັນ​ຮອງ​ຜູ້​ບັນ​ຊາ​ການ
ກຳ​ລັງ​ປະ​ສົມ ກ່າວ​ວ່າ “ວັດ​ແຫ່ງນີ້ ໄດ້​ສູນ​ເສຍ​ຖາ​ນະ​ໃນ​ການ​ຄຸ້ມ​ຄອງ ເວ​ລາ
ກຸ່ມ​ລັດ​ອິ​ສ​ລາມ ໄດ້​ຕັ້ງ​ໃຈ​ໃຊ້​ເປັນ​ກອງ​ບັນ​ຊາ​ການ ແລະ​ສູນ​ກາງ​ຄວບ​ຄຸມ​ຂອງ
ຕົນ.”

ກຳ​ລັງ​ທະ​ຫານ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງຈາກ​ສະ​ຫະ​ລັດ ພວມ​ປິດ​ລ້ອມ​ພວກ​ນັກ​ລົບ​ກຸ່ມ​ລັດ​ອິ​ສ​ລາມ ຫລື IS ຢູ່​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ​ພວກ​ເຂົາ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ.

ກອງທັບປະ​ຊາ​ທິ​ປະ​ໄຕຊີ​ເຣຍ, ຊຶ່ງ​ເປັນກຳ​ລັງ​ປະ​ສົມ​ທີ່​ນຳ​ພາ​ໂດຍ​ຊາວ​ເຄີດ​ ຕໍ່​ຕ້ານ​ກຸ່ມ IS ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ພວກ​ເຂົາ​ເຈົ້າ​ຍຶດ​ເອົາ​ດິນ​ແດນ​ມາ​ໄດ້​ຄືນ​ອີກ​ຫລາຍກວ່າ​ເກົ່າ ຢູ່​ໃນ​ເຂ​ດ​ອ້ອມ​ແອ້ມ​ເມືອງແບັກ​ຮຸ​ຊ (Baghuz) ​ໃນ​ ​ແຂວງແດ​ຣ໌ ແອ​ລ-ເຊີ (Deir el-Zour) ທາງ​ຕາ​ເວັນ​ອອກ​ຂອງຊີ​ເຣຍນັ້ນ.

ເບິ່ງວີ​ອິ​ໂດ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ

Civilian Exodus Slows Down Advance on IS Last Stronghold in Syria
please wait

No media source currently available

0:00 0:02:34 0:00

"ພວກ​ເຮົາ​ຍຶດ​ເອົາ​ດິນ​ແດນ​ຢູ່​ໃນ​ລັດ​ສະ​ໝີ​ປະ​ມານ 500 ແມັດ​ຄືນມາ​ໄດ້ ແລະ​ນັກ​ລົບ​ຂອງ​ພວກ​ເຮົາ​ກໍ​ກຳ​ລັງ​ເຄື່ອນ​ເຂົ້າໄປໃນ​ເມືອງ​ດັ່ງ​ກ່າວ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ຜູ້​ບັນ​ຊາ​ການກອງທັບປະ​ຊາ​ທິ​ປະ​ໄຕຊີ​ເຣຍ ຫລື SDF ທີ່​ກ່າວ​ຕໍ່​ວີ​ໂອ​ເອ ຈາກ​ສະ​ໜາມ​ລົ​ບ.

ທ່ານ​ກ່າວ​ຕໍ່​ໄປ​ວ່າ "ພວກ​ພົນ​ລະ​ເຮືອນ​ທັງ​ໝົດ​ໄດ້ພາ​ກັນ​ອອກ​ຈາກ​ພາກສ່ວນນີ້​ຂອງ​ເມືອງແບັກ​ຮຸ​ຊ (Baghuz) ໄປ​ແລ້ວ. ມີ​ແຕ່​ນັກ​ລົບ​ຂອງ​ກຸ່ມ IS ຢູ່​ໃນ​ ເມື​ອງນີ້.”

​ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ ພວກ​ນັກ​ລົບ IS ທີ່​ຍັງ​ຢູ່​ໃນ​ເມືອງ​ດັ່ງ​ກ່າວ​ແມ່ນ​ໄດ້​ຖືກ​ປິດ​ລ້ອມ​ໄວ້ໃນ​ທຸກ​ດ້ານ.

ພັນ​ເອກຊອນ ໄຣ​ອັນ (Sean Ryan), ໂຄ​ສົກ​ຂອງ​ກຳ​ລັງປະ​ສົມ​ເວົ້າ​ວ່າ "ສັດ ​ຕູ​ກຳລັງທຳ​ການຕໍ່ສູ້​ ໂດຍ​ທີ່ພວກ​ນັກ​ລົບ​ຕ່າງ​ປະ​ເທດ​ເຫຼົ່າ​ນີ້ບໍ່​ສາ​ມາດ​ໜີ​ໄປ​ໃສ​ໄດ້." ທ່ານ​ກ່າວ​ຕໍ່​ໄປ​ວ່າ “ອາ​ກາດບໍ່​ຄ່ອຍ​ດີ ຊຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ໄປ​ໄດ້ ຢ່າງ​ຊ້າໆ ແລະ​ທະ​ຫານ​ຂອງ SDF ຈະ​ຕ້ອງ​ໄດ້​ກວດ​ລ້າງ​ຂົງ​ເຂດ​ດັ່ງ​ກ່າວ​ອີກ​ດ້ວຍ. ຫວັງ​ວ່າ​ຈະ​ເຮັດ​ໄດ້​ພາຍໃນ​ເດືອນນີ້."

​ເມືອງແບັກ​ຮຸ​ຊ (Baghuz) ແມ່ນ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ​ກຸ່ມກໍ່​ການ​ຮ້າຍ ຢູ່​ໃນ​ເຂດ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ. ການ​ລະ​ດົມ​ຕໍ່​ຕ້ານ​ກຸ່ມ IS ໄດ້​ກວດ​ລ້າງ​ດິນ​ແດນ ທີ່​ເຄີຍ​ຖືກ​ຍຶດ​ຄອງ​ໂດຍ​ກຸ່ມ IS ນັບ​ແຕ່​ປີ 2014 ນັ້ນ ​ເກືອບ​ໝົດ​ທຸກ​ແຫ່ງແລ້ວ.

ກຳ​ລັງ​ປະ​ສົມ​ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນດ້ວຍ​ການ​ໂຈມ​ຕີ​ທາງ​ອາ​ກາດ ແລະປືນ​ໃຫຍ່ ໃນ​ຂະ​ນະ​ທີ່​ນັກ​ລົບ​ຂອງກອງ​ທັບ SDF ສືບ​ຕໍ່ ມີ​ຄວາມ​ກ້າວ​ໜ້າ​ໄປ​ໄດ້​ສອງມື້​ລຽນ​ຕິດ​ກັນ​ແລ້ວ.
"​ການ​ສະ​ໜັບ​ສະ​ໜຸນ​ທາງ​ອາ​ກາດຂອງ​ສະ​ຫະ​ລັດ ແມ່ນ​ຊ່ວຍ​ການ​ໂຈມ​ຕີ​ບັ້ນ​ນີ້​ໄດ້​ຫລາຍ. ມັນ​ຍັງ​ຈະ​ຊ່ວຍໃຫ້​ພວກ​ເຮົາ​ຍຶດ​ເອົາ​ດິນ​ແດນ​ທີ່​ຍັງ​ເຫລືອ​ໄດ້​ພາຍ​ໃນ​ເວ​ລາບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້ານີ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງ ນັກ​ລົບ​ໃນກອງ​ທັບ SDF ຄົນ​ນຶ່ງ ທີ່​ເຂົ້າ​ຮ່ວມ​ບັ້ນລົບດັ່ງ​ກ່າວ ແລະ​ບໍ່​ຢາກ​ໃຫ້ລະ​ບຸ​ຊື່​ຜູ້​ກ່ຽວ​ຍ້ອນເປັນ​ຫ່ວງ​ເລື້ອງຄວາມປອດ​ໄພ.

ແຜນ​ທີ່​ຂອງ​ເມືອງ​ແບັກ​ຮຸ​ຊ ຂອງ​ຊີ​ເຣຍ
ແຜນ​ທີ່​ຂອງ​ເມືອງ​ແບັກ​ຮຸ​ຊ ຂອງ​ຊີ​ເຣຍ

ສ່ວນ​ພວກ​ນັກ​ລົບ​ຂອງ​ກຸ່ມ IS ທີ່​ຍັ​ງ​ເຫລືອນັ້ນ ແມ່ນບໍ່​ມີ​ຈຸດ​ປະ​ສົງ​ທີ່​ຈະຍອມ​ຈຳ​ນົນ, ອີງ​ຕາມແຫລ່ງຂ່າວ​ຈາກ​ທ້ອງ​ຖິ່ນ​ນັ້ນ.

“ຂ້ອຍບໍ່​ຄິດດອກວ່າ ການ​ສູ້​ລົບ​ຈະ​ສິ້ນ​ສຸດ​ລົງ​ພາຍ​ໃນ​ສອງ​ ສາມມື້ ດັ່ງ​ຫລາຍ​ຄົນ​ຄາດຄິດ​ກັນ​ໄວ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ້າວ ວີ​ວານ ຮາ​ຊິບ (Ivan Hasib), ນັກ​ຂ່າວ​ຊາວ​ຊີ​ເຣຍທີ່​ໄດ້​ເຂົ້າ​ໄປ​ຢູ່​ນຳ​ທະ​ຫານ SDF ຢູ່​ເມືອງ​ແບັກ​ຮຸ​ຊ (Baghuz).
ທ້າວ ວີ​ວານ ຮາ​ຊິບ (Ivan Hasib) ກ່າວ​ຕໍ່​ໄປ​ໂດຍ​ໃຊ້​ຊື່​ຫຍໍ້​ຂອງ​ກຸ່ມ IS ວ່າ "ມັນ​ຕ້ອງ​ໃຊ້ເວ​ລາ​ຢ່າງ​ໜ້ອຍ 2 ອາ​ທິດ ກ່ອນ​ຈະ​ກວດ​ລ້າງ ​ພວກ​ນັກ​ລົບ​ຂອງ ISIS ໄດ້."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG