ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງທີ່ໜູນຫຼັງ ໂດຍ ສະຫະລັດ ປາບປາມ ກຸ່ມລັດອິສລາມ ທີ່ກຳລັງຟື້ນຕົວ ຂຶ້ນມາໃໝ່


ຂະບວນລົດກອງທັບ ສະຫະລັດ ຢູ່ໃກ້ກັບເມືອງ ກາມິສລີ, ຊີເຣຍ. 26 ຕຸລາ. 2019.
ຂະບວນລົດກອງທັບ ສະຫະລັດ ຢູ່ໃກ້ກັບເມືອງ ກາມິສລີ, ຊີເຣຍ. 26 ຕຸລາ. 2019.

ກອງກຳລັງປະຕິບັດການພິເສດຂອງແນວໂຮມທີ່ນຳພາໂດຍ ສະຫະລັດ ໄດ້ທຳ ການໂຈມຕີຕອບໂຕ້ກຸ່ມລັດອິສລາມໃນປະເທດ ຊີເຣຍ, ຈັບກຸມຜູ້ນຳລະດັບປານ ກາງທີ່ເຊື່ອມໂຍງກັບການໂຈມຕີທີ່ເພີ່ມຂຶ້ນໂດຍກຸ່ມກໍ່ການຮ້າຍນັ້ນໃນເມືອງ ແດ ແອລ ຊົວ ທີ່ຕັ້ຢູ່ເຂດຊົນນະບົດ.

ບັນດາເຈົ້າໜ້າທີ່ແນວໂຮມໄດ້ຍົກຍ້ອງຄວາມສຳເລັດໃນການປະຕິບັດພາລະກິດດັ່ງກ່າວໃນວັນພະຫັດວານນີ້, ເຊິ່ງລວມມີບັນດາສະມາຊິກຂອງກອງກຳລັງປະຊາທິປະໄຕ ຊີເຣຍ ຫຼື SDF ທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ.

ການບຸກໂຈມຕີດັ່ງກ່າວ ແມ່ນໄດ້ເກີດຂຶ້ນຢ່າງໜ້ອຍເປັນຄັ້ງທີສອງ ໃນເຂດ ແດ ແອລ ຊົວ ໃນອາທິດທີ່ຜ່ານມາ. ໜ່ວຍປະຕິບັດການທີ່ນຳພາໂດຍກຳລັງ SDF ເມື່ອວັນທີ 1 ພຶດສະພາແລ້ວນີ້ ກໍໄດ້ທຳການຈັບກຸມສະມາຊິກຂອງກຸ່ມ IS ໃນ ເມືອງ ຮາຈິນ ທີ່ໄດ້ເປັນເປົ້າໝາຍຂອງກອງກຳລັງຕ່າງໆ ທີ່ໄດ້ຮັບການໜູນຫຼັງ ໂດຍ ສະຫະລັດ ໃນເມືອງ ແດ ແອລ ຊົວ ທີ່ຕັ້ງຢູ່ໃນພາກຕາເວັນອອກ ຂອງ
ປະເທດນັ້ນ.

ການໂຈມຕີມີຂຶ້ນ ໃນຂະນະທີ່ບັນດາຜູ້ບັນຊາການກຳລັງ SDF ສືບຕໍ່ສະແດງ ຄວາມເປັນຫ່ວງ ກ່ຽວກັບສິ່ງທີ່ເຂົາເຈົ້າເຫັນວ່າເປັນການຂະຫຍາຍຕົວ ໃນການ ປະຕິບັດການຂອງກຸ່ມ IS ທີ່ເພີ້ມຂຶ້ນໃນເດືອນທີ່ຜ່ານມາ.

ແຫຼ່ງຂ່າວທີ່ໃກ້ຊິດກັບກຳລັງ SDF ໄດ້ກ່າວຕໍ່ວີໂອເອວ່າ ການໂຈມຕີຫຼາຍຄັ້ງ ປະກອບມີລະເບີດທີ່ເຮັດຂຶ້ນມາເອງ, ແຕ່ວ່າການໂຈມຕີຕ່າງໆທີ່ປະກອບດ້ວຍພວກນັກລົບ IS ໄດ້ມີຄວາມຮ້າຍແຮງຍິ່ງກວ່າເກົ່າ.

ບັນດາເຈົ້າໜ້າທີ່ແນວໂຮມໄດ້ຍອມຮັບວ່າ ມັນມີເຫດຜົນທີ່ພາໃຫ້ເປັນຫ່ວງ, ແຕ່ ໄດ້ເຕືອນ ກ່ຽວກັບ ການຕີຄວາມໝາຍ ໃນການເພີ້ມຂຶ້ນຂອງການປະຕິບັດການ ຕ່າງໆນັ້ນວ່າ ເປັນສັນຍານທີ່ວ່າກຸ່ມກໍ່ການຮ້າຍນັ້ນແມ່ນໃກ້ຈະຟື້ນຟູຄວາມແຂງ ແກ່ນທີ່ມີພວກເຂົາມີໃນອະດີດແລ້ວ, ທັງໃນ ຊີເຣຍ ຫຼື ໃນ ອີຣັກ.

ອີງຕາມພັນໂທ ຊາວານນາ ຮາໂລ ຈາກໜ່ວຍປະຕິບັດການພິເສດ ຂອງພວກແນວໂຮມທີ່ໄດ້ກ່າວໂດຍໃຊ້ຊື່ຫຍໍ້າ ເປັນພາສາ ອາຣັບ ສຳລັບກຸ່ມລັດອິສລາມ ວ່າ “ມັນມີກິດຈະກຳຂອງພວກ ແດັຊ ເພີ່ມຂຶ້ນໃນເວລານີ້ຂອງປີ, ແຕ່ກິດຈະກຳ ທີ່ວ່ານັ້ນໄດ້ຫຼຸດລົງຢ່າງຫຼວງຫຼາຍ ຖ້າທຽບໃສ່ເວລານີ້ ໃນປີ 2019.”

ທ່ານ ຮາລໂລ ໄດ້ກ່າວວ່າ “ເຖິງແມ່ນຈະມີການໂຄສະນາຂອງພວກ ແດັຊ ທີ່ ເສດເຫຼືອນັ້ນກໍຕາມ, ການໂຈມຕີຂອງພວກເຂົາໃນ ອີຣັກ ແມ່ນໜ້ອຍກວ່າປີ ກ່ອນໆຫຼາຍ. ພວກເຂົາກຳລັງພະຍາຍາມທີ່ຈະເຮັດໃຫ້ຕົນເອງມີຄວາມສຳຄັນ ຜ່ານການບິດເບືອນຂໍ້ມູນໃນສື່ສັງຄົມ, ສື່ມວນຊົນທົ່ວໄປ ແລະຂະຫຍາຍເຜີຍ ແຜ່ຂໍ້ຄວາມຂອງພວກເຂົາສຳລັບການເກນເອົາຄົນ.

ບັນດາເຈົ້າໜ້າທີ່ແນວໂຮມຍັງໄດ້ຊີ້ໃຫ້ເຫັນວ່າ ຄວາມພະຍາຍາມຂອງພວກ IS ທີ່ຈະພິສູດຕົນເອງອີກຄັ້ງນຶ່ງນັ້ນ ແມ່ນບໍ່ໄດ້ຖືກມອງຂ້າມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG