ພວກຫົວຮຸນແຮງ ຈີຮາດ ລັດອິສລາມ ໄດ້ພາກັນດີ້ນຮົນ ເພື່ອຮັກສາ ການຄວບຄຸມເຂດ
ແດນຢູ່ພາຍໃນ ແລະ ອ້ອມເມືອງ Raqqa ໃນວັນອັງຄານວານນີ້ ຫຼັງຈາກໄດ້ຄອບຄອງ
ດິນແດນແຫ່ງດັ່ງກ່າວມາ ເປັນເວລາຫຼາຍກວ່າ 2 ປີ, ດ່ັງທີ່ຫົວໜ້າຂອງກອງກຳລັງທີ່ໄດ້
ຮັບການໜູນຫຼັງໂດຍ ສະຫະລັດ ໃນ ຊີເຣຍ ໄດ້ກ່າວຕໍ່ວີໂອເອນັ້ນ.
ທ່ານ Mahmud Ismail ຜູ້ບັນຊາການອາວຸໂສ ໃນກອງກຳລັງປະຊາທິປະໄຕ ຊີເຣຍ ຫຼື
SDF ໄດ້ກ່າວຕໍ່ວີໂອເອໃນວັນອັງຄານວານນີ້ວ່າ ກອງກຳລັງພັນທະມິດໄດ້ປົດປ່ອຍ "ໝູ່
ບ້ານ ແລະ ຕົວເມືອງຫຼາຍສິບແຫ່ງ ລວມທັງເມືອງແຜນຍຸດທະຍາດ Tabqa ແລະ
ເຂື່ອນໄຟຟ້າທີ່ ສຳຄັນສອງແຫ່ງ” ນັບຕັ້ງແຕ່ກອງກຳລັງໜູນຫຼັງໂດຍ ສະຫະລັດ ໄດ້ເປີດ
ການໂຈມຕີ ໃນຕອນເຊົ້າຂອງວັນດັ່ງກ່າວ.
ທ່ານໄດ້ກ່າວໂດຍອ້າງອີງເຖິງພວກ IS ໃນພາສາ ອາຣັບ ຂອງພວກ ເຂົາເຈົ້າວ່າ “ຈົນ
ຮອດມື້ນີ້ ພວກເຮົາໄດ້ມີຄວາມຄືບໜ້າຢ່າງຊ້າໆ ຍ້ອນວ່າຄວາມປອດໄພຂອງພົນ
ລະເຮືອນ ແມ່ນສຳຄັນຫຼາຍສຳລັບພວກເຮົາ, ແລະ ພວກເຮົາກໍໄດ້ປະຕິບັດທຸກມາດ
ຕະການ ເພື່ອຮັບປະກັນ ຊີວິດຂອງພວກພົນລະເຮືອນ. ພວກເຮົາມີແຮງຜັກດັນ
ແລະ ພວກ Daesh ຈະບໍ່ສາມາດຕ້ານຢັນໄດ້ຄືພວກເຂົາເຄີຍເຮັດມາ.”
ກອງກຳລັງ SDF ໄດ້ປະຕິບັດການເພື່ອປິດລ້ອມເມືອງ Raqqa ນັບຕັ້ງແຕ່ເດືອນພະຈິກ
ປີກາຍນີ້, ເປັນເມືອງຫຼວງທີ່ຖືກຕັ້ງຂຶ້ນມາເອງ ຂອງພວກ ລັດອິສລາມ, ເຊິ່ງພວກຫົວຮຸນ
ແຮງດັ່ງກ່າວ ໄດ້ຍຶດຄອງມາຕັ້ງແຕ່ປີ 2014.
ອີງຕາມອົງການຂ່າວ Reuters ແມ່ນວ່າ, ພວກນັກຮົບພັນທະມິດໄດ້ທຳລາຍ ເຮືອເກືອບ
20 ລຳໃນຂະນະທີ່ມັນໄດ້ພະຍາຍາມທີ່ຈະຂົນພວກນັກຮົບ IS ຂ້າມແມ່ນໍ້າ ຢູເຟຣັດສ ເພື່ອເຂົ້າຮ່ວມໃນການຕໍ່ສູ້.
ໂຄສົກ ນາຍພົນ Ryan Dillon ໄດ້ກ່າວຕໍ່ອົງການຂ່າວ Reuters ວ່າ ພວກພັນທະມິດ
ໄດ້ໃຊ້ທັງການໂຈມຕີທາງອາກາດ ແລະ ປືນໃຫຍ່ ເພື່ອຊ່ວຍເຫຼືອການໂຈມຕີເບື້ອງຕົ້ນ
ໃນເມືອງ Raqqa, ກຳຈັດທີ່ໝັ້ນໄດ້ຢ່າງໜ້ອຍ 12 ແຫ່ງ ແລະ ລົດຫຼາຍສິບຄັນ.