ກອງກຳລັງປະຊາທິປະໄຕ ຊີເຣຍ ທີ່ໄດ້ຮັບການໜູນຫຼັງຈາກ ສະຫະລັດ ໄດ້ກ່າວໃນ
ວັນເສົາວານນີ້ວ່າ ເຂົາເຈົ້າໄດ້ເລີ່ມການໂຈມຕີຕໍ່ກຸ່ມລັດອິສລາມ ເພື່ອກວາດລ້າງເຂດ
ແດນແຫ່ງສຸດທ້າຍ ທີ່ກຸ່ມຫົວຮຸນແຮງດັ່ງກ່າວຄວບຄຸມໃນພາກຕາເວັນອອກຂອງ ຊີ
ເຣຍ.
ທ່ານ ມຸສຕາຟາ ບາລີ, ໂຄງສົກຂອງກອງກຳລັງ SDF ໄດ້ຂຽນຂໍ້ຄວາມຢູ່ທວິດເຕີໃນ
ວັນເສົາວານນີ້ວ່າ “ກຸ່ມ SDF ໄດ້ເລີ່ມເຄື່ອນທີ່ໄປບ້ານແຫ່ງສຸດທ້າຍ ທີ່ຢູ່ພາຍໃຕ້ການ
ຄວບຄຸມຂອງກຸ່ມ ຈີຮາດ ຊື່ວ່າບ້ານ ບາກຸສ, ເຊິ່ງແມ່ນບ່ອນຄອບຄອງແຫ່ງສຸດທ້າຍທີ່
ຍັງເຫຼືອຢູ່ຂອງພວກ ISIS ນັ້ນ, ຈະຖືກກວາດລ້າງໃນໄວໆນີ້.”
ທ່ານ ບາລີ ໄດ້ກ່າວຕໍ່ອົງການ AP ວ່າ “ການຕໍ່ສູ້ແມ່ນຮຸນແຮງຫຼາຍ.” ທ່ານບໍ່ໄດ້ເວົ້າ
ວ່າ ກອງກຳລັງ SDF ຄາດວ່າການຕໍ່ສູ້ນັ້ນຈະດຳເນີນໄປດົນປານໃດ.
ກອງກຳລັງ SDF ທີ່ໄດ້ຮັບການໜູນຫຼັງໂດຍການໂຈມຕີທາງອາກາດຈາກພັນທະມິດ
ນຳໜ້າໂດຍ ສະຫະລັດ ນັ້ນ, ແມ່ນກຳລັງຕໍ່ສູ້ກັບກຸ່ມ IS ໃນບໍລິເວນ 4 ຕາລາງກິໂລ
ແມັດ ທີ່ລວມມີບ້ານ ບາກຸສ ແລະ ໃກ້ກັບເຂດຊາຍແດນປະເທດ ອີຣັກ.
ບັນດາເຈົ້າໜ້າທີ່ SDF ແລະ ກຸ່ມສິ້ງຊອມສິດທິມະນຸດທີ່ມີຫ້ອງການຕັ້ງຢູ່ປະເທດ ອັງ
ກິດ ຄາດວ່າມີພວກ ຈີຮາດ IS ທີ່ກຳລັງຕໍ່ສູ້ຢ່າງຮຸນແຮງປະມານ 3,000 ຄົນ, ສ່ວນ
ໃຫຍ່ແມ່ນຊາວຕ່າງຊາດ, ໃນພາກພື້ນດັ່ງກ່າວ. ອົງການສິ້ງຊອມຍັງໄດ້ຄາດວ່າ ພົນ
ລະເຮືອນຫຼາຍຮ້ອຍຄົນຍັງຄົງຢູ່ໃນບໍລິເວນດັ່ງກ່າວດ້ວຍ.
ທ່ານ ບາລີ ໄດ້ກ່າວຕໍ່ອົງການຂ່າວ ຝຣັ່ງວ່າ ກອງກຳລັງ SDF “ມີໜ່ວຍປະຕິບັດການ
ພິເສດ ເຊິ່ງວຽກຂອງເຂົາເຈົ້າແມ່ນແນະນຳພວກພົນລະເຮືອນ ໃຫ້ໄປຫົນທາງທີ່ເຂົາ
ເຈົ້າສາມາດຂ້າມ” ໄປຫາດ້ວຍຄວາມປອດໄພ.
ພົນລະເຮືອນ ຊີເຣຍ ຫຼາຍກວ່າ 23,000 ຄົນ ແລະ ຄົນຕ່າງປະເທດໄດ້ຫຼົບໜີອອກ
ຈາກພາກຕາເວັນອອກຂອງ ຊີເຣຍ ໃນອາທິດແລ້ວນີ້ໃນຂະນະທີ່ກອງກຳລັງ SDF,
ເຊິ່ງລວມມີພວກນັກຮົບທະຫານບ້ານ YPG ທີ່ເປັນຊາວ ເຄີດ, ໄດ້ກຽມພ້ອມທີ່ຈະຕໍ່
ສູ້ກັບກຸ່ມ IS ໃນຂົງເຂດ ແດຣ໌ ແອບ-ຊົວ (Deir el-Zour), ອີງຕາມເຈົ້າໜ້າທີ່ທ້ອງ
ຖິ່ນ ແລະ ນັກເຄື່ອນໄຫວ.
ພວກປະຊາຊົນທີ່ບໍ່ມີບ່ອນຢູ່ອາໄສ, ເຊິ່ງສ່ວນໃຫຍ່ແມ່ນແມ່ຍິງ ແລະ ເດັກນ້ອຍນັ້ນ,
ໄດ້ຖືກສົ່ງໄປຢູ່ໃນສູນ ອາລ-ຮອລ ຂອງຊາວ ເຄີດ ໃນຂົງເຂດ ອາລ ຮາຊາກາ, ໃນ
ພາກຕາເວັນອາສຽງເໜືອຂອງ ຊີເຣຍ.
ຜູ້ຈັດການສູນດັ່ງກ່າວ, ທ່ານ ນາບິລ ຮາສຊານ, ໄດ້ກ່າວຕໍ່ວີໂອເອວ່າ ແມ່ຍິງ ແລະ
ເດັກນ້ອຍຫຼາຍຄົນ ຈາກກຸ່ມຜູ້ບໍ່ມີທີ່ຢູ່ອາໄສກຸ່ມໃໝ່ໃນອາທິດນີ້ ແມ່ນຊາວຕ່າງຊາດ
ແລະ ສະມາຊິກຄອບຄົວຂອງກຸ່ມ IS.