ພວກນັກລົບທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ ໃນບໍ່ຊ້ານີ້ອາດຈະເລີ້ມສູ້ລົບຕ້ານ
ກຸ່ມລັດ ອິສລາມ ຢູ່ໃນຂົງເຂດແຫ່ງສຸດທ້າຍທີ່ພວກເຂົາຄວບຄຸມໃນ ຊີເຣຍ ອີງຕາມ
ການກ່າວຂອງເຈົ້າໜ້າທີ່ຄົນນຶ່ງກ່າວໃນວັນເສົາວານນີ້. ນອກຈາກນັ້ນການສູ້ລົບຕ້ານ
ພວກຫົວຮຸ່ນແຮງຄາດວ່າຈະໃຊ້ເວລາຢູ່ສາມວັນ.
ທ່ານ ອາຣາສ ອໍຣແກັສຮ໌ ຈາກກອງກຳລັງປະຊາທິປະໄຕ ຊີເຣຍ ທີ່ນຳໜ້າໂດຍຊາວ
ເຄີດ ໄດ້ກ່າວວ່າ ເຂົາເຈົ້າມີນັກລົບປະມານ 2,500 ຄົນຕຽມພ້ອມທີ່ຈະທຳການສູ້ລົບ
ຢູ່ໃນ ແລະ ອ້ອມແອ້ມໝູ່ບ້ານທາງພາກຕາເວັນອອກຂອງເມືອງ ບາກຸສ ບ່ອນທີ່ຍັງ
ພວກນັກຮົບ IS ຢູ່.
ພາຍໃຕ້ການຖີ້ມລະເບີດໜັກຂອງກຳລັງປະສົມໃນວັນທີ 1 ຫາ 2 ເດືອນມີນາທີ່ຜ່ານ
ມາ, ກຳລັງ SDF ໄດ້ເຄື່ອນເຂົ້າສະຖານທີ່ຕັ້ງຂອງຕູບຜ້າ, ສ້າງທາງຜ່ານໃຫ້ຊາວ
ບ້ານໄດ້ໜີອອກໄປ. ຫຼັງຈາກການປະຕິບັດງານດັ່ງກ່າວ ຊາວບ້ານຫຼາຍພັນຄົນ ແລະ
ພວກນັກລົບຫຼາຍຄົນໄດ້ອົບພະຍົບອອກຈາກເມືອງ ບາກຸສ ໃນອີກສີ່ມື້ຂ້າງໜ້ານີ້.
ແຕ່ນັບຕັ້ງແຕ່ວັນສຸກທີ່ຜ່ານມາມີພຽງກຸ່ມກຸ່ມນ້ອຍກຸ່ມດຽວໄດ້ອອກມາ ເຊິ່ງໄດ້ກໍ່ໃຫ້
ເກີດການຄາດຄະເນກັນວ່າ ການເລີ້ມໂຈມຕີທາງທະຫານຄັ້ງໃໝ່ແມ່ນກຳລັງມີການ
ວາງແຜນ.
ໃນວັນເສົາວານນີ້ທຸງສີດຳທີ່ຢູ່ໃນເມືອງ ບາກຸສ ສາມາດແນມເຫັນໄດ້ຈາກໄລຍະໄກ
ພ້ອມດ້ວຍການເຄື່ອນຍ້າຍຂອງລົດບັນທຸກ. ຢູ່ໃນແຖວໜ້ານັ້ນ ພວກນັກລົບ SDF
ໄດ້ເລີ້ມມີທ່າທີ່ຜ່ອນຄາຍ ດ້ວຍບາງຄົນໄດ້ອອກມາຍ່າງອ້ອມ ຫຼັງຄາເຮືອນ ທີ່ພວກ
ນັກຮົບ IS ສາມາດແນມເຫັນໄດ້.
ທ່ານ ອໍຣແກັສຮ໌ ເຈົ້າໜ້າທີ່ SDF ກ່າວວ່າ ການສູ້ລົບອາດເລີ້ມຂຶ້ນໃໝ່ໃນ “ຕອນຄ່ຳ
ນີ້ ຫຼືມື້ອື່ນ. ມັນເປັນການສິ້ນສຸດການຢຸດຍິງກັບພວກ Daesh.” ທ່ານໄດ້ໃຊ້ຊຶື່ຫຍໍ້ພາ
ສາ ອາຣັບ ເພື່ອອ້າງເຖິງພວກລັດອິສລາມ, ແລະ ກ່າວເພີິ້ມວ່າການສູ້ລົບອາດໃຊ້
ເວລາຢູ່ສາມມື້.