ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮື​ອ​ບິນ​ຖິ້ມ​ລະ​ເບີດ B-52 ບິນ​ໄປ​ຍັງ​ພາກ​ຕາ​ເວັນ​ອອກ​ກາງ ທ່າມ​ກາງ​​ຄວາມ​ເຄັ່ງ​ຕຶງ ກັບ​ອີ​ຣ່ານ


ຮູບນີ້ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍກອງ​ທັບ​ອາ​ກາດ​ສະ​ຫະ​ລັດ ສະ​ແດງ​ໃຫ້​ເຫັນ ເຮືອ​ບິນ​ຖິ້ມ​ລະ​ເບີດ B-52H ທີ່​ປະ​ຈຳ​ການ​ຢູ່​ໜ່ວຍ​ຖິ້ມ​ລະ​ເບີດ​ທີ 5 ຢູ່ຖານ​ທັບ​ອາ​ກາດ Minot ໃນ​ລັດ​ດາ​ໂກ​ຕາ​ເໜືອ ພວມ​ບິນ​ຜ່ານພາກ​ຕາ​ເວັນ​ອອກ​ກາງ ເມື່ອ​ວັນ​ທີ 4 ກັນ​ຍາ 2022.
ຮູບນີ້ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍກອງ​ທັບ​ອາ​ກາດ​ສະ​ຫະ​ລັດ ສະ​ແດງ​ໃຫ້​ເຫັນ ເຮືອ​ບິນ​ຖິ້ມ​ລະ​ເບີດ B-52H ທີ່​ປະ​ຈຳ​ການ​ຢູ່​ໜ່ວຍ​ຖິ້ມ​ລະ​ເບີດ​ທີ 5 ຢູ່ຖານ​ທັບ​ອາ​ກາດ Minot ໃນ​ລັດ​ດາ​ໂກ​ຕາ​ເໜືອ ພວມ​ບິນ​ຜ່ານພາກ​ຕາ​ເວັນ​ອອກ​ກາງ ເມື່ອ​ວັນ​ທີ 4 ກັນ​ຍາ 2022.

ກອງ​ທັບ​ສະ​ຫະ​ລັດ ກ່າວໃນ​ວັນ​ຈັນ​ນີ້​ວ່າ ຕົນ​ໄດ້​ສົ່ງ​ເຮືອ​ບິນ​ຖິ້ມ​ລະ​ເບີດໄລ​ຍະ​ໄກ​ B-52 ​ທີ່​ສາ​ມາດ​ບັນ​ທຸກ​ນິວ​ເຄ​ລຍໄດ້ ຈຳ​ນວນ 2 ລຳ​ ​ໄປ​ຍັງ​ພາກ​ຕາ​ເວັນ​ອອກ​ກາງ​ເພື່ອ​ສະ​ແດງ​ກຳ​ລັງ ຊຶ່ງ​ເປັນ​ການ​ປະ​ຕິ​ບັດ​ງານ​ຄັ້ງ​ຫຼ້າ​ສຸດ​ຢູ່​ໃນ​ຂົງ​ເຂ​ດ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງວໍ​ຊິງ​ຕັນ ​ແລະ​ເຕ​ຫະ​ຣ່ານ​ຍັງ​ສູງ​ຢູ່ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ເຮືອ​ບິນ​ຖິ້ມ​ລະ​ເບີດ​ຈຸ​ດັ່ງ​ກ່າວ ບິນ​ຂຶ້ນ​ຈາກ​ຖານ​ທັບແຟ​ຟອດ (Fairford) ຂອງ ກອງ​ທັບ​ອາ​ກາດ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ໃນ​ປະ​ເທດ​ອັງ​ກິດ ແລະ​ບິນ​ຜ່ານ​ພາກ​ຕາ​ເວັນ​ອອກ​ຂອງ​ທະ​ເລ​ເມ​ດີ​ເທີ​ເຣ​ນຽນ ແຫຼມ​ອາ​ຣັບ ແລະ​ທະ​ເລ​ແດງ​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມານີ້ ໃນການ​ປະ​ຕິ​ບັດ​ງານ​ຝຶກ​ຊ້ອມ​ ທີ່​ມີ​ຂຶ້ນ​ຮ່ວມ​ກັບ​ເຮືອ​ບິນ​ລົບ​ຂອງກອງ​ທັບ​ອາ​ກາດ​ຄູ​ເວດ ແລະ​ຊາ​ອຸ​ດີ ອາ​ຣາ​ເບຍ ກ່ອນ​ບິນ​ອອກ​ຈາກ​ຂົງ​ເຂດ​.

ພົນ​ໂທ ອາ​ເລັກ​ເຊີ​ສ ກ​ຣີນ​ເກວິ​ສ (Alexus Grynkewich) ຫົວ​ໜ້າ​ຂອງກອງ​ທັບ​ອາ​ກາດ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ໄພ​ຂົ່ມ​ຂູ່​ຕໍ່​ສະ​ຫະ​ລັດ ແລະ​ພາ​ຄີ​ຂອງ​ພວກ​ເຮົາ​ຈະ​ບໍ່​ດຳ​ເນີນ​ຕໍ່​ໄປ​ແບບ​ບໍ່​ມີ​ການ​ຕອບ​ໂຕ້​ຄືນ. ການ​ປະ​ຕິ​ບັດ​ງານ​ແບບນີ້…ການ​ສະ​ແດງ​ຄວາມ​ສາ​ມາດ​ຂອງ​ພວກ​ເຮົາ​ ເພື່ອ​ປະ​ສົມ​ປະ​ສານ​ກຳ​ລັງ​ເພື່ອ​ສະ​ກັດ​ກັ້ນ​ແລະ ຖ້າ​ຫາກ​ມີ​ຄວາມ​ຈຳ​ເປັນ ກໍ​ຄື​ເອົາ​ຊະ​ນະ​ສັດ​ຕູ​ຂອງ​ພວກ​ເຮົາ.”

ເຖິງ​ແມ່ນກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ​ບໍ່​ໄດ້​ບົ່ງ​ຊື່​ອີ​ຣ່ານ​ກໍ​ຕາມ ແຕ່​ວໍ​ຊິ​ງ​ຕັນ​ໄດ້​ສົ່ງ​ເຮື​ອ​ບິນຖິ້ມ​ລະ​ເບີດ B-52 ໄປ​ຍັງ​ຂົງ​ເຂດ​ດັ່ງ​ກ່າວ​ຢູ່​ເປັນ​ປະ​ຈຳ ໃນ​ຂະ​ນະ​ທີ່​ການ​ກະ​ທຳ​ແບບ​ເປັນ​ປໍ​ລະ​ປັກ​ມີ​ຂຶ້ນ​ລະ​ຫວ່າງ​ສະ​ຫະ​ລັດ​ແລະ​ອີ​ຣ່ານ. ການ​ສົ່ງ​ເຮືອ​ບິນ​ຖິ້ມ​ລະ​ເບີດ​ໄປ​ຍັງ​ຂົງ​ເຂດ​ເທື່ອ​ຫຼ້າ​ສຸດ​ແມ່ນ​ມີ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາ​ຜ່ານມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG