ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ພັນ​ກຳ​ມະ​ກອນ​ລົດ​ຍົນ ສະ​ຫະ​ລັດ ບັນ​ລຸ​ຂໍ້​ຕົກ​ລົງ​ເບື້ອງ​ຕົນ​ກັບ​ບໍ​ລິ​ສັດ Ford


ສະ​ມາ​ຊິກ​ກຳ​ມະ​ກອນ​ລົດ​ຍົນ​ສະ​ຫະ​ລັດ ປະ​ທ້ວງ​ຢູ່ນອກ​ໂຮງ​ງານ​ປະ​ກອບ​ອາ​ໄຫຼ່​ລົດ ມິ​ຊິ​ແກນ, ເມືອງ ເວນ, ລັດ ມິ​ຊິ​ແກນ, 26 ກັນ​ຍາ 2023.
ສະ​ມາ​ຊິກ​ກຳ​ມະ​ກອນ​ລົດ​ຍົນ​ສະ​ຫະ​ລັດ ປະ​ທ້ວງ​ຢູ່ນອກ​ໂຮງ​ງານ​ປະ​ກອບ​ອາ​ໄຫຼ່​ລົດ ມິ​ຊິ​ແກນ, ເມືອງ ເວນ, ລັດ ມິ​ຊິ​ແກນ, 26 ກັນ​ຍາ 2023.

ສະ​ຫະ​ພັນ​ກຳ​ມະ​ກອນ​ລົດ​ຍົນ ສະ​ຫະ​ລັດ ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ຊົ່ວ​ຄາວ​ກັບ​ບໍ​ລິ​ສັດ Ford ເມື່ອ​ແລງວັນ​ພຸດ​ວານນີ້, ເຊິ່ງ​ແມ່ນ​ຄວາມ​ສຳ​ເລັດ​ໃນ​ການ​ຢຸດ​ເຮັດ​ວຽກ 41 ວັນ​ຢູ່​ໂຮງ​ງານ​ຜະ​ລິດ​ລົດ​ສາມ​ແຫ່ງ​ຂອງ​ເມືອງ ດີ​ທ​ຣອຍ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ, ເຊິ່ງ​ກຳ​ມະ​ກອນ​ທົ່ວ​ໄປ​ຕ້ອງ​ໄດ້​ຮັບ​ຮອງ​ເອົາ​ໃນ​ການ​ລົງ​ຄະ​ແນນ​ສຽງ, ທີ່​ລວມ​ມີ​ການ​ຂຶ້ນ​ຄ່າ​ຈ້າງ 25 ເປີ​ເຊັນ​ໃຫ້​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ເປັນ​ຊົ່ວ​ໂມງ, ອີງ​ຕາມ​ການ​ກ່າວ​ຂອງ​ສະ​ຫະ​ພັນ​ກຳ​ມະ​ກອນ​ລົດ​ຍົນ ສະ​ຫະ​ລັດ.

ອົງ​ປະ​ກອບ​ທີ່​ສຳ​ຄັນ​ອື່ນໆ​ລວມ​ມີ​ການ​ຮັບ​ປະ​ກັນ​ການ​ປັບ​ຕົວ​ເຂົ້າ​ກັບ​ຄ່າ​ຄອງ​ຊີບ, ການ​ລົບ​ລ້າງ​ຄວາມ​ແຕກ​ຕ່າງ​ໃນ​ລະ​ດັບ​ຄ່າ​ຈ້າງ ຫຼື “ຊັ້ນ” ທີ່​ສ້າງ​ຄວາມ​ເສຍ​ປຽບ​ໃຫ້​ພະ​ນັກ​ງານ​ລຸ້ນ​ນ້ອງ, ແລະ ມີ​ສິດ​ທີ່​ຈະ​ນັດ​ຢຸດ​ງານ ກ່ຽວ​ກັບ ການ​ປິດ​ໂຮງ​ງານ.

ປະ​ທານ​ກຳ​ມະ​ກອນ​ລົດ​ຍົນ ສະ​ຫະ​ລັດ ທ່ານ ຊອນ ເຟນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ເປັນ​ເວ​ລາຫຼາຍ​ເດືອນ​ແລ້ວ​ທີ່​ພວກ​ເຮົາ​ໄດ້​ກ່າວ​ວ່າ ລາຍ​ໄດ້​ທີ່​ສູງ​ເປັນ​ປະ​ຫວັດ​ການ​ໝາຍ​ເຖິງ​ການ​ເຮັດ​ສັນ​ຍາ​ທີ່​ເປັນ​ປະ​ຫວັດ​ການ. ແລະ​ຄອບ​ຄົວ​ກຳ​ມະ​ກອນ​ລົດ​ຍົນ​, ການ​ລຸກ​ຂຶ້ນ​ນັດ​ຢຸດ​ງານ​ຂອງ​ພວກ​ເຮົາ​ແມ່ນ​ໄດ້​ບັນ​ລຸ​ຜົນ​ແລ້ວ.”

ບໍ​ລິ​ສັດ Ford ໄດ້​ຢືນ​ຢັນ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໂດຍ​ເວົ້າ​ວ່າ “ພວກ​ເຮົາ​ຍິນ​ດີ​ທີ່​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ຊົ່ວ​ຄາວ ກ່ຽວ​ກັບ ສັນ​ຍາ​ແຮງ​ງານ​ໃໝ່​ກັບ​ກຳ​ມະ​ກອນ​ລົດ​ຍົນ​ ສະ​ຫະ​ລັດ ທີ່​ປົກ​ຄຸມ​ການ​ປະ​ຕິ​ບັດ​ງານ​ຂອງ​ພວກ​ເຮົາ​ໃນ ສະ​ຫະ​ລັດ.”

ພ້ອມ​ກັນ​ນັ້ນ​ຜູ້​ທີ່​ສະ​ແດງ​ຄວາມ​ດີ​ໃຈ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ, ຜູ້​ທີ່​ໄດ້​ຍົກ​ຍ້ອງ “ຂໍ້​ຕົກ​ລົງ​ຄັ້ງ​ປະ​ຫວັດ​ສາດ​” ດັ່ງ​ກ່າວ​ໂດຍ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຂໍ​ຊົມ​ເຊີຍ​ກຳ​ມະ​ກອນ​ລົດ​ຍົນ​ສະ​ຫະ​ລັດ ແລະ ບໍ​ລິ​ສັດ Ford ສຳ​ລັບ​ການ​ຕົກ​ລົງ​ກັນ ຫຼັງ​ຈາກ​ການ​ຕໍ່​ສູ້​ຢ່າງ​ໜັກ, ການ​ເຈ​ລະ​ຈາ​ທີ່​ມີ​ຈຸດ​ປະ​ສົງ​ດີ ແລະ ບັນ​ລຸ​ຂໍ້​ຕົກ​ລົງ​ຊົ່ວ​ຄາວ​ຄັ້ງ​ປະ​ຫວັດ​ສາດ​ໃນ​ຄືນນີ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG