ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ມະ​ກອນ​ລົດ​ຍົນ ສະ​ຫະ​ລັດ ຍັງ​ທຳ​ການ​ນັດ​ຢຸດ​ງານ, ຮຽກ​ຮ້ອງ​​ຂໍ​ຂຶ້ນເງິນ​ເດືອນ ​ທີ່​ດີກວ່າ​ເກົ່າ


ສະ​ມາ​ຊິກ​ກຳ​ມະ​ກອນ​ລົດ​ຍົນ ສະ​ຫະ​ລັດ ທຳ​ການ​ເດີນ​ຂະ​ບວນ​ໃນ​ນະ​ຄອນ ດີ​ທ​ຣອຍ ລັດ ມິ​ຊິ​ແກນ, 15 ກັ​ນ​ຍາ 2023.
ສະ​ມາ​ຊິກ​ກຳ​ມະ​ກອນ​ລົດ​ຍົນ ສະ​ຫະ​ລັດ ທຳ​ການ​ເດີນ​ຂະ​ບວນ​ໃນ​ນະ​ຄອນ ດີ​ທ​ຣອຍ ລັດ ມິ​ຊິ​ແກນ, 15 ກັ​ນ​ຍາ 2023.

ການ​ນັດ​ຢຸດ​ງານ​ຂອງ​ສະ​ຫະ​ພັນ​ກຳ​ມະ​ກອນລົດຍົນ​ ສະ​ຫະ​ລັດ ຫຼື UAW ຕໍ່​ຜູ້​ຜະ​ລິດ​ລົດ ສະ​ຫະ​ລັດ ທີ່​ໃຫຍ່​ທີ່​ສຸດ​ສາມ​ແຫ່ງ​ໄດ້​ກ້າວ​ເຂົ້າ​ສູ່​ວັນ​ທີ​ສາມ​ໃນ​ວັນ​ອາ​ທິດ​ວານນີ້ ໂດຍບໍ່​ມີ​ທ່າ​ທີ​ວ່າ​ຈະ​ມີ​ຂໍ້​ແກ້​ໄຂ​ບັນ​ຫາ, ເຖິງ​ແມ່ນ​ວ່າ​ການ​ເຈ​ລະ​ຈາ​ຂອງ​ສະ​ຫະ​ພັນ​ດັ່ງ​ກ່າວ​ກັບ​ບໍ​ລິ​ສັດ General Motors ແມ່ນ​ມີ​ກຳ​ນົດ​ຈະ​ສືບ​ຕໍ່​ກໍ​ຕາມ.

ກຳ​ມະ​ກອນ​ຂອງ UAW ປະ​ມານ 12,700 ຄົນ​ ໄດ້​ພາ​ກັນ​ນັດ​ຢຸດ​ງານ​ຢູ່​ໂຮງ​ງານ​ສາມ​ແຫ່ງ, ເຊິ່ງ​ແຕ່​ລະ​ແຫ່ງ​ ແມ່ນ​ເປັນ​ເຈົ້າ​ຂອງ​ ໂດຍ​ບໍ​ລິ​ສັດ​ລົດ Ford, Stellantis ແລະ GM, ໃນ​ການ​ດຳ​ເນີນ​ການ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ແຮງ​ງານ​ອຸດ​ສາ​ຫະ​ກຳ ສະ​ຫະ​ລັດ. ມັນ​ເປັນ​ຄັ້ງ​ທຳ​ອິດ​ທີ່ສະ​ຫະ​ພັນ UAW ໄດ້​ທຳ​ການ​ນັດ​ຢຸດ​ງານ​ພ້ອມ​ກັນ​ຕໍ່​ຜູ້​ຜະ​ລິດ​ລົດ​ທັງ​ສາມ​ແຫ່ງ​ນັ້ນ.

ສະ​ຫະ​ພັນ​ດັ່ງ​ກ່າວ ແລະ ບັນ​ດາ​ບໍ​ລິ​ສັດ​ທີ່​ວ່າ​ນັ້ນ​ປະ​ກົດ​ວ່າ ​ຍັງ​ຢູ່​ໄກ​ຈາກ​ກັນ​ບັນ​ລຸ​ຂໍ້​ຕົກ​ລົງ​ໃໝ່, ດ້ວຍ​ຜູ້​ຜະ​ລິດ​ລົດ​ໄດ້​ສະ​ເໜີ​ການ​ຂຶ້ນ​ເງິນ​ເດືອນ​ປະ​ມານ 20 ເປີ​ເຊັນໃນ​ຂໍ້​ສະ​ເໜີ​ສັນ​ຍາ ສີ່​ປີ​ເຄິ່ງ, ລວມ​ທັງ​ການ​ຂຶ້ນ​ເງິນ​ເດືອນ​ໃນ​ທັນ​ທີ 10 ເປີ​ເຊັນ. ສະ​ຫະ​ພັນ​ດັ່ງ​ກ່າວ ​ໄດ້​ຮຽກ​ຮ້ອງ​ການ​ຂຶ້ນ​ເງິນ​ເດືອນ 40 ເປີ​ເຊັນ.

ປະ​ທານ UAW ທ່ານ ຊອນ ເຟນ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ MSNBC ໃນ​ວັນ​ອາ​ທິດ​ວານນີ້​ວ່າ​ຄວາມ​ກ້າວ​ໜ້າ​ໃນ​ການ​ເຈ​ລະ​ຈາ​ແມ່ນ​ຊ້າ. ການ​ເຈ​ລະ​ຈາ​ຂອງ​ສະ​ຫະ​ພັນ​ກັບ​ບໍ​ລິ​ສັດ Stellantis ແລະ Ford ແມ່ນ​ມີ​ກຳ​ນົດ​ຈະ​ສືບ​ຕໍ່​ ໃນ​ວັນ​ຈັນ​ມື້ນີ້.

ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG