ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ເວົ້າວ່າ ຊາຍທີ່​ຖືກ ​ກ່າວ​ຫາວ່າ ​ສົ່ງຫໍ່​ວັດຖຸ​ລະ​ເບີດ ນັ້ນ ​ມີ​ຫຼາຍ 100 ຄົນ ຢູ່ໃນບັນຊີ ທີ່ລາວຢາກໂຈມຕີ


ທ້າວ ເຊ​ຊາ ຊາ​ຢອກ (ຊ້າຍ) ​ໄປ​ປາ​ກົດ​ຕົວ​ຢູ່ສານເປັນຄັ້ງທໍາອິດ ​ໃນ​ນະ​ຄອນໄມ​ອາ​ມີ, ລັດຟລໍຣິດາ ໃນວັນທີ 29 ຕຸລາ, 2018
ທ້າວ ເຊ​ຊາ ຊາ​ຢອກ (ຊ້າຍ) ​ໄປ​ປາ​ກົດ​ຕົວ​ຢູ່ສານເປັນຄັ້ງທໍາອິດ ​ໃນ​ນະ​ຄອນໄມ​ອາ​ມີ, ລັດຟລໍຣິດາ ໃນວັນທີ 29 ຕຸລາ, 2018

ທ້າວ ເຊ​ຊາ ຊາ​ຢອກ ທີ່​ຖືກ​ກ່າວ​ຫາວ່າ ໄດ້​ສົ່ງຫໍ່​ວັດ​ຖຸ​ລະ​ເບີດ​ຢ່າງ​ໜ້ອຍ 13 ກ່ອງ​ໄປ​
ໃຫ້​ຜູ້​ຕໍາ​ໜິ​ວິ​ຈານ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ດໍໂນລ ທຣໍານັ້ນ ມີລາຍຊື່ຂອງຄົນທີ່ຢູ່ໃນ
ເປົ້າໝາຍ ທີ່ອາດຖືກໂຈມຕີຄົນອື່ນໆ ອີກຫຼາຍກວ່າ 100 ຄົນ, ອີງຕາມຄໍາເວົ້າຂອງ
ເຈົ້າໜ້າທີ່ປະຕິບັດກົດໝາຍ ໃນມື້ວັນຈັນວານນີ້.

ບັນດາອົງການຂ່າວສານຂອງສະຫະລັດເວົ້າວ່າ ເຈົ້າໜ້າທີ່ເຊື່ອວ່າທ້າວຊາຢອກ ກໍາ
ລັງສົ່ງສິ່ງຂອງໄປຕາມລາຍຊື່ນັ້ນຢູ່, ຊຶ່ງອົງການຂ່າວ NBC ເວົ້າວ່າ ລວມ ທັງພວກ
ນັກຂ່າວ ແລະພວກຢູ່ໃນວົງການບັນເທິງຕ່າງໆ ໃນຕອນທີ່ລາວຖືກຈັບກຸມໃນອາທິດ
ແລ້ວນີ້. ລາວ​ຖືກ​ກ່າວ​ຫາວ່າໄດ້​ສົ່ງວັດຖຸທີ່ສົງໄສວ່າແມ່ນ ​ລະ​ເບີດ ໄປໃຫ້ຫລາຍຄົນ
ຊຶ່ງໃນນັ້ນ ລວມ​ມີ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ ໂອ​ບາ​ມາ, ອະ​ດີດ​ຮອງ​ປະ​ທາ​ນາ​ທິ
​ບໍ​ດີ ໂຈ​ ບາຍ​ເດັນ ຊຶ່ງເປັນຄົນທີ່ອາດເປັນຄູ່​ແຂ່ງ​ຂອງ​ທ່ານ​ທ​ຣຳ ໃນ​ການ​ເລືອກຕັ້ງ​ປີ
2020, ທ່ານ​ນາງຮິ​ລ​ແລ​ຣີ ຄ​ລິນ​ຕັນ ທີ່ເປັນຄູ່​ແຂ່ງ​ຂອງ​ທ່ານທ​ຣຳ ໃນ​ການ​ເລືອກ​ຕັ້ງ
​ປີ 2016, ພ້ອມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງຊາດ​ ທີ່​ໄດ້​ປະ​ຕິ​ບັດ
​ໜ້າ​ທີ່​ໃນ​ລັດ​ຖະ​ບານ​ຂອງ​ທ່ານ ໂອ​ບາ​ມາ 2 ທ່ານ.

ພາບຖ່າຍໃນວັນທີ 1 ພະຈິກ, 2017 ຢູ່ເມືອງແວລ, ລັດຟລໍຣິດາ ສະແດງໃຫ້ເຫັນລົດ​ຕູ້ ຊອງທ້າວ ຊາຢອກ ທີ່ມີປ່ອງ​ຢ້ຽມ ຕິດ​ສະ​ຕິ​ກ​ເກີ ທີ່​ເວົ້າ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ທ່ານທ​ຣຳ, ທຸງອາເມຣິກາ ຫຼື ​ຂີດ​ກາໄຂວ່​ໃສ່​ໜ້າ​ຂອງ​ຄູ່​ປໍ​ລະ​ປັກ​ຂອງ​ທ່ານ ທ​ຣຳໃສ່ເຕັມ
ພາບຖ່າຍໃນວັນທີ 1 ພະຈິກ, 2017 ຢູ່ເມືອງແວລ, ລັດຟລໍຣິດາ ສະແດງໃຫ້ເຫັນລົດ​ຕູ້ ຊອງທ້າວ ຊາຢອກ ທີ່ມີປ່ອງ​ຢ້ຽມ ຕິດ​ສະ​ຕິ​ກ​ເກີ ທີ່​ເວົ້າ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ທ່ານທ​ຣຳ, ທຸງອາເມຣິກາ ຫຼື ​ຂີດ​ກາໄຂວ່​ໃສ່​ໜ້າ​ຂອງ​ຄູ່​ປໍ​ລະ​ປັກ​ຂອງ​ທ່ານ ທ​ຣຳໃສ່ເຕັມ

ທ້າວຊາຢອກ ​ອາ​ຍຸ 56 ປີ ​ໄດ້​ໄປ​ປາ​ກົດ​ຕົວ​ຢູ່ສານເປັນຄັ້ງທໍາອິດ​ໃນ​ນະ​ຄອນໄມ​ອາ​ມີ,
ເຊິ່ງ​ຕັ້ງ​ຢູ່ບໍ່​ໄກ​ຈາກ​ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ກາງຈັບ​ລາວນັ້ນ.

ພວກໄອຍະການບອກຜູ້ພິພາກສາທ່ານນຶ່ງວ່າ ພວກເພິ່ນເຊື່ອວ່າ ທ້າວຊາຢອກອາດຈະ
ໂຕນໜີແລະເປັນອັນຕະລາຍຕໍ່ຊຸມຊົນໄດ້ ແລະບໍ່ຄວນໃຫ້ຖືກປ່ອຍໂດຍການປະກັນຕົວ.
ຜູ້ພິພາກສາ ມີກໍານົດຈັດໃຫ້ມີການຮັບຟັງຄຳ​ໃຫ້​ການອີກ ໃນ​ວັນ​ສຸກ​ທີ່ຈະມາເຖິງນີ້ເພື່ອ
ຈະຕັດສິນວ່າ ຈະປ່ອຍຕົວທ້າວຊາຢອກໃນເວລາທີ່ລໍ ຖ້າ ການໄຕ່ສວນຄະດີຢູ່ນັ້ນຫລືບໍ່
ແລະ ຄວນຈະ​ສົ່ງຄະດີຂອງລາວ​ໄປຫາ​ສານ​ລັດນິວຢອກ ຫລືບໍ່.

ທ້າວ ເຊ​ຊາ ຊາ​ຢອກ ທີ່ຖືກຈັບໃນລະຫວ່າງການສືບສວນ ຫາຜູ້ສົ່ງກ່ອງລະເບີດທາງໄປສະນີນັ້ນ ຖືກນໍາຕົວໄປ ຈາຫ້ອງການຂອງອົງການ FBI ໃນເມືອງໄມອາມີ ໃນວັນທີ 26 ຕຸລາ, 2018
ທ້າວ ເຊ​ຊາ ຊາ​ຢອກ ທີ່ຖືກຈັບໃນລະຫວ່າງການສືບສວນ ຫາຜູ້ສົ່ງກ່ອງລະເບີດທາງໄປສະນີນັ້ນ ຖືກນໍາຕົວໄປ ຈາຫ້ອງການຂອງອົງການ FBI ໃນເມືອງໄມອາມີ ໃນວັນທີ 26 ຕຸລາ, 2018

ນັກສືບຂອງລັດຖະບານກາງໄດ້ຈັບກຸມລາວ ໃນວັນສຸກຜ່ານ​ມາ ຢູ່ໃກ້​ກັບ​ລົດ​ຕູ້ບ່ອນ​ທີ່ປາ
ກົດວ່າລາວໄດ້ເຮັດເປັນເຮືອນຢູ່​ອາ​ໄສແລະຕໍາຫຼວດໄດ້ແກ່ໄປແລ້ວ. ປ່ອງ​ຢ້ຽມຫຼາຍ​ປ່ອງ​
ຂອງ​ລົດ​ຕູ້​ນັ້ນ​ ໄດ້​ຕິດ​ສະ​ຕິ​ກ​ເກີ ທີ່​ເວົ້າ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ທ່ານທ​ຣຳ, ທຸງອາເມຣິກາ
ຫຼື ​ຂີດ​ກາໄຂວ່​ໃສ່​ໜ້າ​ຂອງ​ຄູ່​ປໍ​ລະ​ປັກ​ຂອງ​ທ່ານ ທ​ຣຳໃສ່ເຕັມ. ສະຕິກເກີອັນນຶ່ງໃນນັ້ນ
ແມ່ນແນໃສ່ໂຈມຕີເຄືອຂ່າຍຂ່າວທາງໂທ ລະພາບ ທີ່ທ່ານທຣໍາເອີ້ນວ່າ “ຂ່າວຂີ້ຕົວະ”
ຫລື "Fake News," ນັ້ນ ຂຽນ ວ່າ "ອົງການຂ່າວ CNN ຂີ້ກາກ."

ຫໍ່ສິ່ງຂອງທີ່ໜ້າສົງໄສອີກອັນນຶ່ງ ທີ່ຄາດວ່າຈະສົ່ງໄປເຖິງອົງການຂ່າວ CNN ທີ່ທ້າວຊາ
ຢອກ ໄດ້ສົ່ງວັດຖຸລະເບີດຂອງລາວ 2 ລູກທີ່ຖືກກ່າວຫາໄປໃຫ້ກ່ອນແລ້ວນັ້ນໄດ້ຖືກກວດ
ພົບຢູ່ຫ້ອງການໄປສະນີໃນນະຄອນແອັດແລນຕາ, ລັດຈໍ ເຈຍ ໃນວັນຈັນມື້ວານນີ້. ​ອົງ​
ການສັນຕິບານກາງ ຫລື FBI ເວົ້າ​ວ່າ ຫໍ່ສິ່ງຂອງ ນັ້ນ ຄ້າຍຄືກັນກັບ​ກ່ອງ​ໄປ​ສະ​ນີ ທີ່ໄດ້
ສົ່ງໄປຫາຫ້ອງການຂອງເຄືອຂ່າຍໂທລະ ພາບດັ່ງກ່າວ ຢູ່ນະຄອນນິວຢອກ ໃນອາທິດ
ແລ້ວນີ້. ແຕ່ວ່າ ປະທານຂອງອົງ ການຂ່າວ CNN ທ່ານ ແຈັຟ ຊັກເກີ (Jeff Zucker)
ເວົ້າວ່າ ບໍ່ໄດ້ເຮັດໃຫ້ ສໍານັກງານໃຫຍ່ຂອງອົງການຂ່າວດັ່ງກ່າວ ໃນນະຄອນແອັດ
ແລນຕາ ຕົກຢູ່ໃນ ສະພາບທີ່ອັນຕະລາຍແຕ່ຢ່າງໃດເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG