ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມແຮັກເກີ້ ຂົ່ມຂູ່ ຈະໂຈມຕີ ພວກທີ່ຈະໄປເບິ່ງ ຮູບເງົາ ເລື່ອງ "The Interview"


ທ່ານ James Franco ແລະຜູ້ບໍລິຫານ/ຜູ້ສ້າງ/ຜູ້ຂຽນເລື້ອງ ທາ່ນ Seth Rogen.
ທ່ານ James Franco ແລະຜູ້ບໍລິຫານ/ຜູ້ສ້າງ/ຜູ້ຂຽນເລື້ອງ ທາ່ນ Seth Rogen.

ການ​ນຳ​ອອກສາຍ ​ໃນ​ຮອບ​ປະຖົມມະ​ເລີກ ຢູ່​ນະຄອນ​ນິວ
ຢອກ ຮູບ​ເງົາ​ເລື່ອງ​ແຕ່ງ​ຂຶ້ນ​ກ່ຽວ​ກັບ​ແຜນ​ການ​ລອບສັງຫານ
​ຜູ້ນຳ​ເກົາຫລີ​ເໜືອ Kim Jong Un ​ໄດ້​ຖືກ​ຍົກ​ເລີກ ຫລັງ
​ຈາກ​ມີ​ການ​ຂົ່ມຂູ່​ຈະ​ທຳ​ການ​ໂຈມ​ຕີ ຈາກ​ກຸ່ມແຮັກ​ເກີ້ ລຶກ
ລັບ​ກຸ່ມ​ໜຶ່ງ.

ໃນ​ວັນ​ອັງຄານ​ວານ​ນີ້ ກຸ່ມ​ທີ່​ເອີ້ນ​ຕົນ​ເອງ​ວ່າ “ຜູ້​ພິທັກ​ສັນ
ຕິພາບ” ​ໄດ້​ເຜີຍ​ແຜ່​ ຖະ​ແຫລ​ງການ ທີ່ໃຫ້​ຄຳ​ໝັ້ນ​ສັນຍາ
ວ່າ ຈະ​ມອບ “ຊະ​ຕາ​ກຳ​ອັນ​ຂົ່ມ​ຂື່ນ” ​ໃຫ້​ແກ່​ຜູ້​ທີ່​ຈະ​ໄປ​ເບິ່ງ
ຮູບ​ເງົາເລື່ອງ “The Interview” ຫລື “ການ​ສຳພາດ” ທີ່​ມີ​
ກຳ ນົດຈະ​ນຳ​ອອກ​ສາຍທົ່ວ​ປະ​ເທດ ​ໃນ​ວັນ​ຄຣິສມັສ ຈະ​
ມາ​ເຖິ​ງນີ້.

ໃນຄຳ​ຖະ​ແຫລ​ງສັ້ນໆເປັນພາສາ​ອັງກິດ ທີ່​ບໍ່​ລ່ຽນ​ໄຫລ ກຸ່ມ​ແຮັກ​ເກີ້​ດັ່ງກ່າວ​ໄດ້ເອີ່ຍ​ເຕື້ອງ
​ໄປ​ໃສ່ ການ​ໂຈມ​ຕີຕໍ່ສະຫະລັດ ເມື່ອວັນ​ທີ 11 ​ເດືອນ​ກັນຍາ ປີ 2001 ​ນັ້ນ ແລະ​ເຕືອນ
​ພວກ​ທີ່​ຈະ​ໄປ​ເບິ່ງຮູບ​ເງົາ ​“ໃຫ້​ພາກັນຢູ່ຫ່າງ​ໄກ​” ຈາກ​ໂຮ​ງສາຍຮູບ​ເງົາ ທີ່ຈະເອົາເລື່ອງ​ດັ່ງ
​ກ່າວ ອອກສາຍ.

ກະຊວງ​ຮັກສາ​ຄວາມ​ໝັ້ນຄົງ​ພາຍ​ໃນ​ປະ​ເທດ​ຂອງ​ສະຫະລັດ ກ່າວ​ວ່າ ຕົນ​ກຳລັງວິ​ເຄາະ
​ເບິ່ງ​ຂໍ້ຄວາມ​ໃໝ່​ຈາກ​ພວກ​ແຮັກ​ເກີ້ນັ້ນ ​ແຕ່​ກໍ​ຢືນ​ຢັດ​ວ່າ ບໍ່​ໄດ້​ມີ​ຂ່າວ ສືບ​ລັບ​ໃດໆ​ທີ່​ຊີ້​ບອກ
​ວ່າ ກຳລັງ​ມີ​ການວາງ​ແຜນ​ຢ່າງ​ຈິງ​ຈັງ ທີ່​ຈະ​ໂຈມ​ຕີ​ໂຮງ ສາຍ​ຮູບ​ເງົາ​ນັ້ນ.

SONY HACKERS VO
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG