ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ອອສເຕຣເລຍ ແລະ ອັງກິດ ຮ່ວມມືກັນ ໃນຂໍ້ຕົກລົງ ເຮືອດຳນ້ຳພະລັງນິວເຄລຍ ທີ່ເປັນຂີດໝາຍ


ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ພົບປະກັບ ນາຍົກລັດຖະມົນຕີ ອອສເຕຣເລຍ ແອນໂທນີ ອາລບານີສ ແລະ ນາຍົກລັດຖະມົນີ ອັງກິດ ຣີຊີ ຊູນາກ, ຢູ່ທີ່ຖານທັບເຮືອ Point Loma ໃນນະຄອນ ແຊນ ດີເອໂກ ລັດຄາລີຟໍເນຍ, ວັນທີ 13 ມີນາ 2023.
ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ພົບປະກັບ ນາຍົກລັດຖະມົນຕີ ອອສເຕຣເລຍ ແອນໂທນີ ອາລບານີສ ແລະ ນາຍົກລັດຖະມົນີ ອັງກິດ ຣີຊີ ຊູນາກ, ຢູ່ທີ່ຖານທັບເຮືອ Point Loma ໃນນະຄອນ ແຊນ ດີເອໂກ ລັດຄາລີຟໍເນຍ, ວັນທີ 13 ມີນາ 2023.

ອອສເຕຣເລຍ ຈະຊື້ເຮືອດຳນ້ຳໂຈມຕີພະລັງນິວເຄລສາມລຳ ຈາກສະຫະລັດ ອັນເປັນສ່ວນນຶ່ງຂອງສາມປະເທດ, ຂໍ້ຕົກລົງຫຼາຍຝ່າຍທີ່ມີມາຫຼາຍສິບປີ ກັບອັງກິດ ທີ່ແນໃສ່ເສີມສ້າງຄວາມແຂງແກ່ນໃຫ້ແກ່ບັນດາພັນທະມິດ ໃນການມີ ໜ້າຢູ່ໃນຂົງເຂດເອເຊຍ-ປາຊີຟິກ ຂະນະທີ່ກອງກຳລັງທະຫານຂອງຈີນ ເຕີບໃຫຍ່ຂຶ້ນນັບມື້ ຢ່າງໂດດເດັ່ນ.

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ ການຕັດສິນໃຈທີ່ຈະແບ່ງປັນເທັກໂນໂລຈີດ້ານນິວເຄລຍ ທີ່ລະອຽດອ່ອນ ຂອງສະຫະລັດ ກັບອອສເຕຣເລຍ ແມ່ນຂໍ້ຕົກລົງໃຫຍ່ ແລະເປັນນຶ່ງໃນຄວາມຈຳເປັນ. ທ່ານໄດ້ກ່າວໃນວັນຈັນວານນີ້ ຢູ່ໃນນະຄອນແຊນ ດີເອໂກ ລັດຄາລີຟໍເນຍ.

US, Australia, UK Forge Landmark Nuclear Submarine Deal
please wait

No media source currently available

0:00 0:03:15 0:00

ທ່ານໄບເດັນ ໄດ້ກ່າວຢູ່ທີ່ຖານທັບເຮືອ ແຊນ ດີເອໂກ ໂດຍມີຜູ້ນຳຂອງທັງສອງປະເທດຢູ່ຄຽງຂ້າງວ່າ “ຂະນະທີ່ພວກເຮົາຢືນຢູ່ທີ່ຈຸດຫັນປ່ຽນ ໃນປະ ຫວັດສາດ ບ່ອນທີ່ວຽກງານທີ່ຍາກລຳບາກໃນການເສີມຂະຫຍາຍການສະກັດກັ້ນ ແລະການສົ່ງເສີມສະຖຽນລະພາບ ແມ່ນຈະມີຜົນກະທົບຕໍ່ຄວາມສົດໃສດ້ານສັນຕິພາບທີ່ຍາວນານຫຼາຍທົດສະວັດຈະມາເຖິງນີ້. ສະຫະລັດ ສາມາດຂໍໃຫ້ມີຄູ່ພາຄີໃນອິນໂດ-ປາຊີຟິກ ທີ່ດີກວ່ານີ້ ບໍ່ໄດ້ ບ່ອນທີ່ອະນາຄົດທີ່ພວກເຮົາມີຮ່ວມກັນຫຼວງຫຼາຍນັ້ນ ຈະຖືກຖອນຮາກຖອນໂຄນ.” ແລະທ່ານໄບເດັນ ກ່າວຕໍ່ໄປອີກວ່າ “ໂດຍຫຼໍ່ຫຼອມການຮ່ວມມືໃໝ່ນີ້ ພວກເຮົາສະແດງໃຫ້ເຫັນອີກເທື່ອນຶ່ງ ວິທີທີ່ປະຊາທິປະໄຕ ສາມາດນຳມາຊຶ່ງຄວາມໝັ້ນຄົງ ແລະຄວາມຈະເລີນຮຸ່ງເຮືອງມາໃຫ້ແກ່ພວກເຮົາ ແລະບໍ່ພຽງແຕ່ພວກເຮົາເທົ່ານັ້ນ ແຕ່ສຳລັບທົ່ວໂລກນຳດ້ວຍ.”

ຂໍ້ຕົກລົງຫຼາຍຝ່າຍໄລຍະສິບປີ ຈະເຫັນເຮືອດຳນ້ຳພະລັງນິວເຄລຍ ຂອງຊາວອາເມຣິກັນ ແລະອັງກິດ ປ່ຽນຜຽນກັນເຂົ້າໄປໃນນ່ານນ້ຳຂອງອອສເຕຣເລຍ ໄວທີ່ສຸດເທົ່າທີ່ເປັນໄປໄດ້ ໃນປີ 2027. ພາຍໃນຕົ້ນປີ 2030 ອອສເຕຣເລຍ ຈະຊື້ເຮືອດຳນ້ຳພະລັງນິວເຄລຍຂອງອາເມຣິກາ ຢ່າງໜ້ອຍສາມລຳ ແລະຫຼາຍຂຶ້ນເຖິງ 5 ລຳ ໂດຍຕິດອາວິດມາດຕະຖານຂອງເຮືອດຳນ້ຳ ທີ່ໄດ້ອອກແບບເພື່ອຕາມລ່າ ແລະໂຈມຕີເຮືອດຳນ້ຳລຳອື່ນໆ. ແລະສາມປະເທດດັ່ງກ່າວ ຈະປະຕິບັດງານຮ່ວມກັນ ເພື່ອພັດທະນາເຮືອດຳນຳໂຈມຕີນິວເຄລຍລຳໃໝ່ຮ່ວມກັນ ອັນເປັນໂຄງການ ທີ່ອ່າດໃຊ້ເວລາສອງທົດສະວັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG