ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົບພະຍົບ ອອສເຕຣເລຍ ໄດ້ຮັບຂໍ້ສະເໜີ ຕັ້ງຖິ່ນຖານໃນ ສະຫະລັດ


ເດັກນ້ອຍຫຼິ້ນຢູ່ໃກ້ກັບຮົ້ວ ທີ່ສູນຄວບຄຸມຕົວຂອງ ອອສເຕຣເລຍ ຢູ່ເກາະ Nauru ທີ່ຕັ້ງຢູ່ມະຫາສະໝຸດ ປາຊີຟິກ.
ເດັກນ້ອຍຫຼິ້ນຢູ່ໃກ້ກັບຮົ້ວ ທີ່ສູນຄວບຄຸມຕົວຂອງ ອອສເຕຣເລຍ ຢູ່ເກາະ Nauru ທີ່ຕັ້ງຢູ່ມະຫາສະໝຸດ ປາຊີຟິກ.

ສະຫະລັດ ໄດ້ຕົກລົງວ່າ ຈະຮັບເອົາພວກອົບພະຍົບຈາກ ອອສເຕຣເລຍ ຜູ້ທີ່ຍັງຖືກຄວບ ຄຸມຕົວຢູ່ໃນ ປາປົວ ນິວກິນີ ແລະ ເກາະ Nauru ຫຼັງຈາກເດິນເຮືອໄປບໍ່ຮອດ ອອສເຕຣ ເລຍ.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ໄດ້ ກ່າວໃນວັນອາທິດ ວານນີ້ວ່າ ຂໍ້ຕົກລົງດັ່ງກ່າວແມ່ນ “ຂໍ້ຕົກລົງພຽງຄັ້ງດຽວ” ແລະ “ຈະບໍ່ຖືກເຮັດຊ້ຳອີກ.” ທ່ານກ່າວວ່າ “ບູລິມະສິດຂອງ ພວກເຮົາແມ່ນຕັ້ງຖິ່ນຖານໃຫ້ພວກແມ່ຍິງ, ເດັກນ້ອຍ ແລະ ຄອບຄົວຕ່າງໆ.”

ພວກຂໍລີ້ໄພ ຜູ້ທີ່ພະຍາຍາມຈະເດີນທາງໄປ ອອສເຕຣເລຍ ດ້ວຍເຮືອ ໄດ້ຖືກສົ່ງໄປສູນ ຄວບຄຸມຕົວໄວ້ຢູ່ໃນສອງເກາະທີ່ຕັ້ງຢູ່ໃນມະຫາສະໝຸດປາຊີຟິກ ແລະ ຖືກຫ້າມຕັ້ງຖິ່ນ ຖານໃນ ອອສເຕຣເລຍ ຢ່າງຖາວອນ, ແມ່ນກະທັ່ງທີ່ພວກເຂົາເຈົ້າຖືກພົບວ່າເປັນອົບພະ ຍົບແທ້ຈິງກໍຕາມ. ກຸ່ມ ສິດທິມະນຸດໄດ້ມີຄວາມເປັນຫ່ວງຢ່າງສູງ ກ່ຽວກັບ ສະພາບການ ເປັນ ຢູ່ໃນເກາະດັ່ງກ່າວ, ບ່ອນທີ່ພວກຍົກຍ້າຍຖິ່ນຖານບາງຄົນໄດ້ໄປອາໄສ ຢູ່ຫຼາຍປີ ແລ້ວ.

ອົບພະຍົບຜູ້ໃດທີ່ຖືກປະຕິເສດໂອກາດທີ່ຈະເດີນທາງມາຍັງ ສະຫະລັດ ຈະໄດ້ຮັບຂໍ້ສະ ເໜີ ວີຊາ 20 ປີເພື່ອໃຫ້ໄປອາໄສຢູ່ໃນເກາະ Nauru.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerryທີ່ ກຳລັງເດີນທາງໃປປະ ເທດ ນິວຊີແລນ ໄດ້ຢືນຢັນຂໍ້ຕົກລົງດັ່ງກ່າວ, ໂດຍເວົ້າວ່າ “ພວກເຮົາຈະເຮັດວຽກເພື່ອ ປົກປ້ອງພວກອົບພະຍົບທີ່ມີຄວາມອ່ອນແອຢູ່ໃນທົ່ວໂລກ ແລະ ພວກເຮົາຈະແບ່ງປັນ ຄວາມຮັບຜິດຊອບ ກັບໝູ່ເພື່ອນຂອງພວກເຮົາຢູ່ໃນພາກພື້ນຕ່າງໆ ທີ່ໄດ້ຮັບຜົນກະທົບ ຫຼາຍສຸດຈາກສິ່ງທ້າທາຍນີ້.”

ແຜນທີ່ເກາະ Nauru.
ແຜນທີ່ເກາະ Nauru.

ມັນບໍ່ມີຄວາມຊັດເຈນໃນທັນທີ ວ່າມີພວກອົບພະຍົບຈັກຄົນທີ່ຈະເຂົ້າ ຮ່ວມໃນໂຄງການ ຫຼື ວ່າລັດຖະບານຂອງຜູ້ທີ່ຖືກເລືອກເປັນປະທານາ ທິບໍດີໃໝ່ໆ ຂອງທ່ານ Donald Trump ທີ່ຈະເຂົ້າດຳລົງຕຳແໜ່ງໃນໄວໆນີ້ ຈະ ໃຫ້ກຽດເປັນຜູ້ຈັດການເລື່ອງດັ່ງກ່າວ.

ເປັນທີ່ຮູ້ຈັກກັນດີວ່າ ທ່ານ Trump ໄດ້ຮຽກຮ້ອງໃຫ້ຢຸດຮັບເອົາຜູ້ຍົກຍ້າຍຖິ່ນຖານ ຊາວ ມຸສລິມທັນທີ. ອົງການຂ່າວ AP ໄດ້ລາຍງານ ວ່າ “ຜູ້ຂໍລີ້ໄພສ່ວນໃຫຍ່ແມ່ນຄົນມຸສລິມ ຈາກຕາເວັນອອກກາງ, ອາຟຣິກາ ແລະ ເອເຊຍ.”

ມີພຽງແຕ່ຜູ້ຍົກຍ້າຍຖິ່ນຖານທີ່ຢູ່ໃນສູນຄວບຄຸມຕົວແລ້ວເທົ່ານັ້ນ ຈະສາມາດເຂົ້າມາຕັ້ງ ຖິ່ນຖານໄດ້ຢູ່ໃນ ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Australia Refugees
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG