ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ, ອອສເຕຣເລຍ ຢືນຢັນການຮ່ວມມືທີ່ມີຄຸນຄ່າຄືນໃໝ່ ເພື່ອຕໍ່ຕ້ານຄວາມທະເຍີທະຍານຂອງ ຈີນ


ປະທານາທິບໍດີ ໂຈ ໄບເດັນ ແລະສະຕີໝາຍເລກນຶ່ງ ທ່ານນາງຈີລ ໄບເດັນ ຕ້ອນຮັບນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ແລະຄູ່ຮ່ວມຂອງທ່ານ, ທ່ານນາງຈູດີ ເຮເດັນ, ສໍາລັບງານລ້ຽງອາຫານແລງທາງການ ຢູ່ທີ່ທໍານຽບຂາວ, ວັນທີ 25 ຕຸລາ 2023, ໃນນະຄອນຫຼວງວໍຊິງຕັນ.
ປະທານາທິບໍດີ ໂຈ ໄບເດັນ ແລະສະຕີໝາຍເລກນຶ່ງ ທ່ານນາງຈີລ ໄບເດັນ ຕ້ອນຮັບນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ແລະຄູ່ຮ່ວມຂອງທ່ານ, ທ່ານນາງຈູດີ ເຮເດັນ, ສໍາລັບງານລ້ຽງອາຫານແລງທາງການ ຢູ່ທີ່ທໍານຽບຂາວ, ວັນທີ 25 ຕຸລາ 2023, ໃນນະຄອນຫຼວງວໍຊິງຕັນ.

ປະທານາທິບໍດີ ໂຈ ໄບເດັນ, ໃນວັນພຸດວານນີ້ ໄດ້ເປັນເຈົ້າພາບຕ້ອນຮັບນາ ຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ດ້ວຍພິທີທີ່ສະຫງ່າ ງາມ ໃນການຢ້ຽມຢາມທາງລັດຖະການ ເພື່ອຮັດແໜ້ນການຮ່ວມມື ແລະເນັ້ນ ໜັກເຖິງຄວາມສາມັກຄີໃນບັນຫາຕ່າງໆທີ່ຄອບງຳຄວາມສົນໃຈໃນທົ່ວໂລກ, ລວມທັງຄວາມທະເຍີທະຍານທີ່ເພີ່ມຂຶ້ນຂອງຈີນ ແລະຄວາມຂັດແຍ້ງທີ່ຮ້າຍ ແຮງໃນພາກຕາເວັນອອກກາງ ແລະ ຢູເຄຣນ.

ຜູ້​ນໍາ​ຂອງທັງ​ສອງປະເທດ ​ໄດ້​ເນັ້ນຢໍ້າເຖິງ​ການ​ຮັບ​ຮູ້​ການ​ສະ​ໜັບ​ສະ​ໜູນ​ຮ່ວມ​ກັນ​ຂອງ​ພວກເຂົາ​ເຈົ້າ​ຕໍ່ ​ເຈ​ຣູ​ຊາ​ແລັມ ແລະ ກີຢິບ ໃນ​ຊ່ວງທໍາອິດຂອງມື້ທີ່ ຍາວນານຂອງ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ການຄັ້ງນີ້.

"ພ້ອມກັນ, ພວກເຮົາຢືນຢູ່ກັບ ອິສຣາແອລ ເພື່ອຕໍ່ຕ້ານການກໍ່ການຮ້າຍຂອງ ກຸ່ມຮາມາສ," ທ່ານໄບເດັນ ກ່າວ. "ພວກເຮົາຢືນຢູ່ກັບ ຢູເຄຣນ ເພື່ອຕໍ່ຕ້ານ ຄວາມຜະເດັດການຂອງປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ. ພວກເຮົາກໍາລັງສະຫນອງ ແລະພິສູດວ່າ ປະຊາທິປະໄຕສາມາດບັນ​ຫາທ້າ ທາຍທີ່ສໍາຄັນຕໍ່ຊີວິດຂອງປະຊາຊົນ, ຈາກການປ່ຽນແປງຂອງດິນຟ້າອາກາດ ໄປຈົນຮອດໂຣກມະເຮັງ."

ທ່ານອາລບານີສ ໄດ້ເນັ້ນຢ້ຳເຖິງ​ຄວາມຂັດແຍ້ງເຫຼົ່ານັ້ນ ເພື່ອເນັ້ນຢໍ້າວ່າສອງ ປະເທດປະຊາທິປະໄຕເສລີທີ່ເວົ້າພາສາອັງກິດນີ້ ມີອຸດົມການຮ່ວມກັນ. ນີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທີ 9 ລະຫວ່າງທັງ​ສອງ​ປະ​ເທດດັ່ງ​ກ່າວ, ​ນັບ​ແຕ່​ ທ່ານ ອາລບານີສ ເຂົ້າ​ຮັບ​ຕຳ​ແໜ່​ງໃນປີ​ກາຍ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG