ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ພວມຢ້ຽມຢາມ ອອສເຕຣເລຍ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton, (ທີ 3 ຈາກຊ້າຍ), ຖືກຕ້ອນຮັບ ໂດຍບັນດາຜູ້ນໍາຂອງອອສເຕຣເລຍ.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton, (ທີ 3 ຈາກຊ້າຍ), ຖືກຕ້ອນຮັບ ໂດຍບັນດາຜູ້ນໍາຂອງອອສເຕຣເລຍ.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ
Hillary Clinton ໄດ້ໄປເຖິງ ເມືອງ Perth ປະເທດ Australia
ແລ້ວ ເພື່ອເຂົ້າຮ່ວມກອງປະຊຸມປ້ອງກັນປະເທດ ທີ່ມີ ຈຸດປະສົງ
ແນໃສ່ຂະຫຍາຍການມີໜ້າທາງດ້ານການທະຫານ ແລະການ
ຮ່ວມມືທາງດ້ານການເມືອງ ລະຫວ່າງສະຫະລັດແລະ Australia.

ທ່ານນາງ Clinton ຈະພົບປະກັບນາຍົກລັດຖະມົນຕີອອສເຕຣເລຍ
ທ່ານນາງ Julia Gillard ໃນວັນອັງຄານມື້ນີ້ ກ່ອນໜ້າກອງປະຊຸມ
ສຸດຍອດປະຈໍາປີ. ພ້ອມດຽວກັນນີ້ ລັດຖະມົນຕີກະຊວງປ້ອງກັນ
ປະເທດສະຫະລັດ ທ່ານ Leon Panetta ກໍຍັງຈະເດີນທາງໄປ
ສົມທົບກັບທ່ານນາງ ເພື່ອເຂົ້າຮ່ວມການເຈລະຈາຢ່າງເປັນທາງ
ການ ຊຶ່ງຈະເລີ່ມ ຂຶ້ນໃນວັນພຸດມື້ອື່ນນີ້.

ກອງປະຊຸມສຸດຍອດດັ່ງກ່າວ ແມ່ນຄັ້ງທໍາອິດນັບຕັ້ງແຕ່ມີການ
ປະກາດຂອງສະຫະລັດໃນປີ ກາຍນີ້ ທີ່ວ່າ ຕົນຈະສ້າງຄວາມກໍ້າເກິ່ງທາງທະຫານຄືນໃໝ່
ໂດຍຈະຫັນໄປຍັງເຂດເອເຊຍ. ໃນຖານະທີ່ເປັນພາກສ່ວນນຶ່ງຂອງແຜນການນີ້ ສະຫະລັດ
ຈະໃຫ້ທະຫານ Marine ຂອງຕົນຈໍາ ນວນ 2,500 ຄົນ ໄປປະຈໍາການຢູ່ໃນພາກເໜືອຂອງ
Australia.

ເຈົ້າໜ້າທີ່ກ່າວວ່າ ການໂອ້ລົມສົນທະນາໃນອາທິດນີ້ນັ້ນ ຄາດວ່າຈະເພັ່ງເລັງໃສ່ການນໍາ
ໃຊ້ສະຖານທີ່ທາງທະຫານຂອງ Australia ໃນຂອບເຂດທີ່ກ້ວາງຂວາງຂຶ້ນໂດຍສະຫະລັດ
ຕະຫຼອດທັງບັນຫາຄວາມໝັ້ນຄົງໃນຂົງເຂດອື່ນໆ.

ນອກນັ້ນປະເທດທັງສອງຍັງຈະໄດ້ໂອ້ລົມສົນທະນາກັນ ກ່ຽວກັບແຜນການຖອນທະຫານ
ອອກຈາກອັຟການີສຖານ. ອອສເຕຣເລຍທີ່ມີກອງທະຫານ 1,550 ຄົນ ໃນອັຟການີສຖານ
ແມ່ນເປັນກອງກໍາລັງທີ່ໃຫຍ່ທີ່ສຸດ ນອກເໜືອໄປຈາກອົງການ NATO ແລ້ວ.

ການໄປຢ້ຽມຢາມອອສເຕຣເລຍຄັ້ງນີ້ ອາດເປັນຄັ້ງສຸດທ້າຍສຳລັບທ່ານ Panetta ໃນຖານະ
ລັດຖະມົນຕີກະຊວງປ້ອງກັນປະເທດກໍເປັນໄດ້. ທ່ານ Panetta ປະຕິເສດຕໍ່ການຄາດ ການ
ທີ່ວ່າ ທ່ານມີຈຸດປະສົງກຳຕໍາແໜ່ງລັດຖະມົນຕີປ້ອງກັນປະເທດ ໃນການເຂົ້າຮັບໜ້າທີ່ເປັນ
ສະໄໝທີ 2 ຂອງທ່ານ Obama ຫຼືບໍ່ນັນ ຊຶ່ງທ່ານບອກກັບພວກນັກຂ່າວວ່າ “ບໍ່ມີໃຜ ຢັ່ງຮູ້
ໄດ້ດອກ.”

ນອກນັ້ນຍັງມີການຄາດຄະເນວ່າ ນີ້ກໍແມ່ນການຢ້ຽມຢາມອອສເຕຣເລຍ ຢ່າງເປັນທາງການ
ເທື່ອສຸດທ້າຍ ຂອງທ່ານນາງ Clinton ໃນຖານະລັດຖະມົນຕີການຕ່າງປະເທດສະຫະລັດ
ໃນຂະນະທີ່ທ່ານນາງເຄີຍໄດ້ເອີ່ຍເຖິງການທີ່ ທ່ານນາງຈະລົງອອກຈາກຕໍາແໜ່ງໃນປີ
ສຸດ ທ້າຍຂອງການເຂົ້າຮັບຕຳແໜ່ງເປັນເວລາ 4 ປີສະໄໝທີ 1 ຂອງທ່ານ Obama
ສິ້ນສຸດ ລົງນັ້ນ.
XS
SM
MD
LG