ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ ກັບ​ອອສ​ເຕຣ​ເລຍ ພົບ​ປະ​ຫາລືກັນ


ລັດຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ພົບປະກັບ​ລັດຖະມຸນຕີ​ຕ່າງປະ​ເທດ​ອອສ​ເຕຣ​ເລຍ ທ່ານ Kevin Rudd
ລັດຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ພົບປະກັບ​ລັດຖະມຸນຕີ​ຕ່າງປະ​ເທດ​ອອສ​ເຕຣ​ເລຍ ທ່ານ Kevin Rudd

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະຫະລັດໄດ້ກ່າວ​ເນ້ນ​ເຖິງ​ຄວາມ​ໝັ້ນ​ໝາຍ​ຂອງສະຫະລັດ​ ທີ່ຍັງ​ຈະ​ເປັນ​ມະຫາ​ອໍານາດ​ນຶ່ງ​ໃນ​ຍ່ານ​ມະຫາ​ສະໝຸດປາຊີ​ຟິກຢູ່​ຕໍ່​ໄປ 1 ມື້​ຫລັງ​ຈາກ​ທໍາ​ການ​ພົບ​ປະ​ຫາລືໃນ​ລະດັບ​ສູງ​ກັບ​ພວກ​ຄູ່ຕໍາ​ແໜ່​ງຝ່າຍ​ອອສ​ເຕຣ​ເລຍ​.

ລັດຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນກ່າວ​ກັບ​ບັນດາ​ນັກ​ຂ່າວ​ວ່າ ສະຫະລັດ​ເປັນ​ທັງ​ມະຫາ​ອໍານາດ​ໃນ​ຍ່ານມະຫາ​ສະໝຸດ​ປາຊີ​ຟິກ​ແລະ​ອັດ​ລັງ​ຕິກ. ທ່ານ​ນາງຄລິນ​ຕັນ​ແລະ​ທ່ານ Robert Gates ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ ໄດ້​ພົບ​ປະກັບ​ທ່ານ Kevin Rudd ​ລັດຖະມຸນຕີ​ຕ່າງປະ​ເທດ​ອອສ​ເຕຣ​ເລຍແລະ​ ທ່ານ Stephen Smith ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ໃນ​ວັນ​ຈັນມື້​ນີ້​.

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ເຫລົ່າ​ນີ້​ໄດ້​ຕົກລົງ​ກັນ​ ທີ່​ຈະ​ຈັດ​ຕັ້ງ​ກຸ່ມ​ເຮັດ​ວຽກ​ຮ່ວມ​ກັນ​ນຶ່ງ​ຂຶ້ນ ​ເພື່ອ​ຊອກ​ຫາ​ທາງ​ເລືອກ​ຕ່າງໆ​ສໍາລັບ​ການ​ຮ່ວມມື​ທາງ​ ທະຫານ​ທີ່ໃກ້ຊິດ​ຂຶ້ນ ຊຶ່ງ​ອາດ​ຈະ​ຮວມທັງ​ການຊ້ອມ​ລົບ​ຮ່ວມ​ກັນ​ແລະ ​ການ​ໃຊ້​ພວກ​ເດີ່ນ​ເຮືອບິນ​ແລະ​ຖານ​ທັບ​ແຫ່ງຕ່າງໆ​ຂອງ​ອອມ​ເຕຣ​ເລຍ ໂດຍ​ພວກ​ກໍາລັງ​ຂອງ​ສະຫະລັດນັ້ນ.

ທ່ານ Gates ກ່າວ​ວ່າ ມັນ​ເປັນ​ການ​ໄວ​ໂພດ​ທີ່ຈະ​ສັນນິຖານກັນກ່ຽວ​ກັບ​ລາຍ​ລະອຽດ​ຕ່າງໆ ​ແຕ່​ເປົ້າ​ໝາຍ​ແມ່ນເພື່ອເພີ່ມ​ທະວີ​ການ​ມີໜ້າ​ຂອງ​ສະຫະລັດ​ໃນ​ເອ​ເຊຍ​ຫລາຍ​ຂຶ້ນ.

XS
SM
MD
LG