ສະຫະລັດກ່າວວ່າຕົນມີຄວາມ
ວິຕົກກັງວົນ ກ່ຽວກັບເລື່ອງ
ຄວາມປອດໄພຂອງທ່ານນາງ
ອອງຊານ ຊູຈີ ຜູ້ນຳພັກຝ່າຍ
ຄ້ານຂອງມຽນມາລຸນຫຼັງທີ່ໄດ້
ມີການຂົ່ມຂູ່ໂດຍໜັງສືພິມຂອງ
ທາງການມຽນມາ.
ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານ P.J. Crowley ກ່າວໃນມື້ວັນພຸດວານ
ນີ້ວ່າ ມີຫລາຍຄັ້ງທີ່ວ່າຫລັງຈາກທີ່ທ່ານນາງອອງຊານຊູຈີໄດ້ຖືກປ່ອຍໃຫ້ເປັນອິດສະຫຼະ
ຈາກການກັກບໍລິເວນແລ້ວ ພວກເຈົ້າໜ້າທີ່ກໍຊອກຫາຊ່ອງທາງຈັບກຸມທ່ານນາງຕື່ມອີກ.
ທ່ານ Crowley ເວົ້າວ່າ ພວກເຈົ້າໜ້າທີ່ມຽນມາ ມີຄວາມຜິດຊອບຂັ້ນພື້ນຖານ ທີ່ຈະ
ຕ້ອງຄໍ້າປະກັນຄວາມປອດໄພໃຫ້ທ່ານນາງ. ນອກນັ້ນ ທ່ານຍັງໄດ້ກ່າວຢໍ້າອີກຄັ້ງນຶ່ງ
ເຖິງການຮຽກຮ້ອງ ໃຫ້ມຽນມາ ປ່ອຍພວກນັກໂທດການເມືອງທັງໝົດ ແລະໃຫ້ຮັບຮູ້
ກ່ຽວກັບຄວາມຖືກຕ້ອງຊອບທຳຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງ
ທ່ານນາງອອງຊານຊູຈີ.
ໃນສັບປະດານີ້ສື່ມວນຊົນຂອງທາງການມຽນມາເຕືອນວ່າ ທ່ານນາງອອງຊານຊູຈີແລະ
ພັກການເມືອງຂອງທ່ານນາງຈະພົບກັບຈຸດຈົບທີ່ໜ້າເສົ້າສະລົດໃຈຖ້າພວກເຂົາເຈົ້າຫາກ
ຍັງສືບຕໍ່ຄັດຄ້ານ ຕໍ່ການຍຸດຕິການລົງໂທດຂອງປະເທດຕາເວັນຕົກຕໍ່ມຽນມານັ້ນ.