ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຍຸຕິທຳ ສະຫະລັດ ຈະຮັບເອົາ ຄຳແນະນຳ ກ່ຽວກັບຄະດີ ທ່ານນາງຄລິນຕັນ


ລມຕ ຍຸຕິທຳ ສະຫະລັດ ທ່ານນາງ Loretta Lynch ຖະແຫຼງຕໍ່ອົງການຂ່າວຮອຍເຕີ້ ທີ່ນະຄອນ Phoenix ລັດ Arizona. (ວັນທີ 28 ມິຖຸນາ 2016)​
ລມຕ ຍຸຕິທຳ ສະຫະລັດ ທ່ານນາງ Loretta Lynch ຖະແຫຼງຕໍ່ອົງການຂ່າວຮອຍເຕີ້ ທີ່ນະຄອນ Phoenix ລັດ Arizona. (ວັນທີ 28 ມິຖຸນາ 2016)​

ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ ທ່ານ​ນາງ Loretta Lynch ກ່າວ​ວ່າ ທ່ານ​ນາງ​ມີ​ແຜນ​ ທີ່​ຈະ​ຮັບ​ເອົາການສະ​ເໜີ​ແນະຂອງ​ພະນັກງານ​ມື​ອາຊີບ​ແລະ​ເຈົ້າໜ້າ​ທີ່​ລັດ ຖະບານ​ກາງທີ່​ທຳ​ການ​ສືບສວນ​ກ່ຽວ​ກັບການນຳ​ໃຊ້​ເຄື່ອງ​ບໍລິການອີີ​ແມ​ລ​ເອກ​ກະ​ຊົນ​ ຂອງ​ທ່ານ​ນາງ Hillary Clinton ​ໃນ​ລະຫວ່າງ​ທີ່​ທ່ານນາງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ.

​ເປັນ​ທີ່​ຄາດ​ກັນ​ວ່າ ​ເຈົ້າໜ້າ​ທີ່​ຂອງ​ອົງການ​ສັນຕິ​ບານ​ກາງ​ FBI ຈະ​ສະຫຼຸບ​ການສືບສວນ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ອີກ​ບໍ່​ດົນນີ້. ພວກ​ນັກ​ຊ່ຽວຊານ​ທາງດ້ານ​ກົດໝາຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າບໍ່​ຄາດ​ວ່າ ​ຈະ​ມີ​ການ​ກ່າວ​ຫາ​ກ່ຽວ​ກັບ​ການ​ກະທຳ​ຜິດ​ໃ​ດໆຕໍ່​ທ່ານ​ນາງ Clinton ທີ່​ຄາດ​ວ່າ​ ຈະ​ໄດ້​ຮັບ​ການ​ສະ​ເໜີ​ຊື່​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສະໝັກປະທານາທິບໍດີ​ຂອງ​ພັກ​ເດ​ໂມ​ແຄຣັດ.

​ໃນ​ການ​ຖະ​ແຫຼງຕໍ່​ກອງ​ປະຊຸມ​ສຸດ​ຍອດ​ທີ່​ລັດ​ໂຄໂລຣາ​ໂດໃນ​ວັນ​ສຸກ​ວານ​ນີ້ ທ່ານນາງ Lynch ຢືນ​ຢັດ​ວ່າ ພະນັກງານ​ມື​ອາຊີບ ​ແລະ​ເຈົ້າໜ້າ​ທີ່​ສືບສວນ​ ຂອງກະຊວງ​ຍຸຕິ​ທຳ ສະຫະລັດ ຕ່າງ​ກໍໄດ້​ເຮັດ​ວຽກ​ຢ່າງ​ເປັນ​ອິດສະຫຼະ​ແລະ​ການ​ສືບສວນຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ມີ​ຂຶ້ນກ່ອນ​ການ​ເຂົ້າຮັບ​ຕຳ​ແໜ່​ງຂອງ​ທ່ານນາງ.

ຂ້າພະ​ເຈົ້າຄາດ​ວ່າ ຈະ​ຮັບ​ເອົາ​ການສະ​ເໜີ​ແນະ ​ຂອງ​ພວກ​ເຂົາ​ເຈົ້າ ນັ້ນຄື​ຄຳ​ເວົ້າ ຂອງ ທ່ານ​ນາງ Lynch ​ຜູ້​ຊຶ່ງມີ​ທາງ​ເລືອກ​ທີ່​ສາມາດ​ປັບ​ປ່ຽນ​ການ​ກ່າວ​ຫາ​ໃດໆ​ກໍຕາມ​ທີ່​ອາດ​ມີ​ຂຶ້ນຕໍ່​ທ່ານ​ນາງ Clinton ​ໄດ້. ທ່ານ​ນາງ​ໄດ້​ກ່າວ​ໃນ​ເວລາ​ຕໍ່​ມາ​ວ່າທ່ານນາງ​ຈະ​ຮັບ​ເອົາ​ຜົນ​ຂອງ​ການ​ສືບສວນ​ດັ່ງກ່າວ. ອັນ​ທີ່​ປາກົດ​ວ່າ​ເປັນ​ການ​ຂັດ​ແຍ້​ງລະຫວ່າງ​ຄຳ​ເວົ້າທັງ​ສອງແມ່ນ​ບໍ່​ໄດ້​ຮັບ​ການ​ອະທິບາຍ​ໃດໆ.

ນອກ​ນັ້ນທ່ານ​ນາງ Lynch ຍັງ​ກ່າວ​ວ່າ ​ແນ່ນອນ​ມັນ​ເປັນ​ເລື້ອງທີ່​ມີ​ເຫດຜົນ​ທີ່​ຜູ້​ຄົນ​ຈະ ຕັ້ງຄຳ​ຖາມ​ຕໍ່ທ່ານ​ນາງກ່ຽວ​ກັບ​ການ​ພົບ​ປະກັນ​ໂດຍ​ບັງ​ເອີນ​ໃນຕົ້ນອາທິດນີ້ກັບ​ອະດີດ​ ປະທານາທິບໍດີ Bill Clinton ຊຶ່ງ​ເປັນ​ສາມີ​ຂອງ​ທ່ານ​ນາງ Clinton ນັ້ນ.

ສະມາຊິກສະພາ​ພັກຣີພັບ​ບລີ​ກັນ​ຫຼາຍໆ​ຄົນກ່າວ​ວ່າ ການ​ພົບ​ພໍ້​ດັ່ງກ່າວ​ອາດ​ເຮັດ​ໃຫ້ມີ​ການ​ຜ່ອນຜັນ​ກ່ຽວ​ກັບ​ການ​ສືບສວນ​ເລື້ອງອີ​ແມ​ລຊຶ່ງ​ພວກ​ເຂົາ​ເຈົ້າ​ໄດ້​ພາກັນ ຕໍ່​ວ່າໄປ​ແລ້ວບໍ່ໄດ້​ດຳ​ເນີນ​ໄປ​ແບ​ບຍຸຕິ​ທຳນັ້ນ.

​ໃນ​ມື້ວານ​ນີ້ ທ່ານ​ນາງ Lynch ​ໄດ້​ຢືນ​ຢັດ​ອີກ​ເທື່ອ​ນຶ່ງ​ວ່າ ການ​ພົບ​ພໍ້​ເປັນ​ເວລາ 30 ນາທີທີ່​ສະໜາມ​ບິນ Phoenix ຕົ້ນຕໍ​ແລ້ວ​ແມ່ນ​ໂອ້​ລົມ​ກັນ​ກ່ຽວ​ກັບ​ເລື້ອງສັງ ຄົມ ​ແລະ​ເພັ່​ງ​ເລັງ​ໃສ່​ເລື້ອງຫຼານ​ແລະ​ການ​ເດີນທາງ​ຂອງ​ທ່ານ Clinton ​ເມື່ອ​ບໍ່ດົນ​ຜ່ານ​ມານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG