ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ເດີນທາງໄປຢ້ຽມຢາມຢູເຄຣນ ເພື່ອໃຫ້ການສະໜັບສະໜຸນ ໃນການດຳເນີນຄະດີ ອາຊະຍາກຳສົງຄາມ


ລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ທ່ານແມຣິກ ກາຣແລນ ແລະລັດຖະມົນຕີກະຊວງຍຸຕິທຳ ຢູເຄຣນ ທ່ານນາງ ເອີຣີນາ ເວີເນໂຕວາ, ພົບປະກັນ ຢູ່ໃນເມືອງ ຄຣາໂຄເວັຕສ໌ (Krakovets) ຢູ່ເຂດຊາຍແດນຢູເຄຣນ ຕິດກັບປະເທດໂປແລນ, ວັນທີ 21 ມິຖຸນາ 2022.
ລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ທ່ານແມຣິກ ກາຣແລນ ແລະລັດຖະມົນຕີກະຊວງຍຸຕິທຳ ຢູເຄຣນ ທ່ານນາງ ເອີຣີນາ ເວີເນໂຕວາ, ພົບປະກັນ ຢູ່ໃນເມືອງ ຄຣາໂຄເວັຕສ໌ (Krakovets) ຢູ່ເຂດຊາຍແດນຢູເຄຣນ ຕິດກັບປະເທດໂປແລນ, ວັນທີ 21 ມິຖຸນາ 2022.

ລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດ ທ່ານແມຣິກ ກາຣແລນ ໄດ້ເດີນ ທາງໄປຢ້ຽມຢາມຢູເຄຣນ ໃນວັນອັງຄານວານນີ້ ໃນການສະແດງໃຫ້ເຫັນເຖິງການສະໜັບສະໜຸນຂອງອາເມຣິກາ ໃນການດຳເນີນຄະດີຂອງກີຢິບ ຕໍ່ກອງກຳລັງຂອງຣັດເຊຍ ທີ່ຖືກກ່າວຫາກໍ່ອາຊະຍາກຳສົງຄາມ ແລະການກະທຳທີ່ໂຫດຮ້າຍອື່ນໆ.

ທ່ານກາຣແລນໄດ້ພົບປະກັບລັດຖະມົນຕີກະຊວງຍຸຕິທຳຂອງຢູເຄຣນ ທ່ານນາງ ເອີຣີນາ ເວີເນດິກໂຕວາ ຜູ້ທີ່ເປັນຫົວຫອກຮັບຜິດຊອບການສືບສວນສອບສວນ ສິ່ງທີ່ກີຢິບ ກ່າວວ່າ ຄືລາຍງານຂອງການກໍ່ອາຊະຍາກຳສົງຄາມ 16,000 ກໍລະນີ ນັບຕັ້ງແຕ່ຣັດເຊຍໄດ້ບຸກລຸກປະເທດດັ່ງກ່າວ ເກືອບສີ່ເດືອນຜ່ານມາແລ້ວນັ້ນ.

ຣັດເຊຍ ໄດ້ປະຕິເສດຕໍ່ການແນເປົ້າໝາຍໃສ່ພົນລະເຮືອນໃນຢູເຄຣນ.

ໃນຂະນະທີ່ທ່ານມຸ້ງໜ້າໄປຮ່ວມກອງປະຊຸມ ທ່ານກາຣແລນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ຂ້າພະເຈົ້າ ຢູ່ທີ່ນີ້ ເພື່ອສະແດງເຖິງການສະໜັບສະໜຸນຂອງສະ ຫະລັດ ຢ່າງບໍ່ລົດລະສຳລັບປະຊາຊົນຊາວຢູເຄຣນ ທ່າມກາງການຮຸກຮານຂອງຣັດເຊຍ ທີ່ບໍ່ມີເຫດຜົນ ແລະບໍ່ເປັນທຳ.”

ທ່ານໄດ້ກ່າວຕື່ມວ່າ “ສະຫະລັດ ພວມສົ່ງສັນຍານອອກໄປທີ່ບໍ່ຜິດພາດໄດ້. ບໍ່ມີແຫ່ງໃດທີ່ຫລົບລີ້ໄດ້. ພວກເຮົາຈະ, ພວກເຮົາແລະຄູ່ຮ່ວມງານຂອງພວກເຮົາຈະຕິດຕາມຫາທຸກເສັ້ນທາງທີ່ມີ ເພື່ອຮັບປະກັນວ່າ ພວກຜູ້ທີ່ຮັບຜິດຊອບສຳລັບຄວາມໂຫດຮ້າຍທັງຫຼາຍນັ້ນ ຖືກນຳມາດຳເນີນຄະດີ.”

ກະຊວງຍຸຕິທຳສະຫະລັດ ຊຶ່ງທ່ານກາຣແລນ ເປັນຫົວໜ້ານຳພາ ໃນຖານະເປັນເຈົ້າໜ້າທີ່ຂັ້ນສູງ ບັງຄັບໃຊ້ກົດໝາຍຂອງປະເທດ ໄດ້ເປີດໂຕ ໜ່ວຍງານສະເພາະກິດພິເສດ ຂອງກະຊວງເອງ ທີ່ເອີ້ນວ່າ “ແຄລັບໂຕແຄັບເຊີຣ KleptoCapture” ຊຶ່ງໄດ້ເພັ່ງເລັງໃສ່ ການຢຶດເຮືອຢາດ ແລະຊັບສິນຫລູຫລາທັງຫຼາຍ ຂອງພວກທີ່ມີອຳນາດຊາວຣັດເຊຍ ຜູ້ທີ່ກຳລັງໃຫ້ການສະໜັບສະໜຸນແກ່ການບຸກລຸກຢູເຄຣນ ຂອງປະທານາທິບໍດີຣັດເຊຍ ວາລາດີເມຍ ປູຕິນ ຢູ່ນັ້ນ.

ເມື່ອອາທິດແລ້ວນີ້ ສະຫະລັດ ໄດ້ຢຶດເອົາເຮືອຢາດໃຫຍ່ ຢູ່ໃນເກາະຟີຈີ ມາຢູ່ໃນການຄຸ້ມຄອງຂອງຕົນ. ໃນການດຳເນີນຄະດີ ຂອງການກໍ່ອາຊະຍາກຳສົງ ຄາມຄັ້ງທຳອິດໃນຢູເຄຣນ ເມື່ອເດືອນແລ້ວນີ້ ທະຫານຣັດເຊຍຄົນນຶ່ງ ໄດ້ຮັບສາລະພາບຜິດ ຕໍ່ການຍິງສັງຫານພົນລະເຮືອນທີ່ບໍ່ມີອາວຸດ ສີ່ວັນຫຼັງຈາກການບຸກລຸກໄດ້ເລີ້ມຕົ້ນຂຶ້ນ ໃນວັນທີ 24 ກຸມພາ. ທ້າວວາດີມ ຊີຊີມາຣິນ ອາຍຸ 21 ປີ ໄດ້ຖືກສານ​ພົບ​ເຫັນວ່າ ມີຄວາມຜິດໃນຖານໂຈມຕີທີ່ເຮັດໃຫ້ມີການເສຍຊີວິດ ຕໍ່ຊາຍຊາວຢູເຄຣນ ອາຍຸ 62 ປີ ແລະໄດ້ຖືກສານຕັດສິນ ໃຫ້ຈຳຄຸກຕະຫຼອດຊີວິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG