ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນ​ຕີ ​ກະຊວງຍຸຕິ​ທຳ​ ສະຫະລັດ ໄປຢ້ຽມຢາມ​ຄຸກ​ ຢູ່​ອ່າວ Guantanamo


ຮູບພາບຕາເວັນຂຶ້ນຕອນເຊົ້າ ຢູ່ຄຸກທີ່ປິດລົງໄປແລ້ວມີຊື່ວ່າ X-Ray ທີ່ໄດ້ໃຊ້ກັກຂັງພວກຫົວຮຸນແຮງ al-Qaida ແລະ ພວກ Taliban ທີ່ຈັບໄດ້ ຫລັງຈາກການໂຈມຕີ ວັນທີ 11 ເດືອນກັນຍາ ທີ່ຮູ້ກັນໃນຂະນະນີ້ວ່າ ຄຸກອ່າວ Guantanamo ປະເທດ Cuba.
ຮູບພາບຕາເວັນຂຶ້ນຕອນເຊົ້າ ຢູ່ຄຸກທີ່ປິດລົງໄປແລ້ວມີຊື່ວ່າ X-Ray ທີ່ໄດ້ໃຊ້ກັກຂັງພວກຫົວຮຸນແຮງ al-Qaida ແລະ ພວກ Taliban ທີ່ຈັບໄດ້ ຫລັງຈາກການໂຈມຕີ ວັນທີ 11 ເດືອນກັນຍາ ທີ່ຮູ້ກັນໃນຂະນະນີ້ວ່າ ຄຸກອ່າວ Guantanamo ປະເທດ Cuba.

ລັດຖະມົນ​ຕີ​ກະຊວງຍຸຕິ​ທຳ​ສະຫະລັດ ທ່ານ Jeff Sessions ​ໃນ​ວັນ​ສຸກ​ວານ​ນີ້​ ໄດ້ໄປ
ຢ້ຽມຢາມ​ຄຸກ​ຢູ່​ອ່າວ Guantanamo ບ່ອນ​ທີ່​ສະຫະລັດ​ໄດ້​ກັກ​ຂັງບັນ ດາ​ຜູ້​ຕ້ອງສົງ​ໄສ
​ເປັນ​ຜູ້​ກໍ່​ການ​ຮ້າຍ.

ພວ​ກ​ເຈົ້າ​ໜ້າ​ທີ່ກະຊວງ​ຍຸຕິ​ທຳ​ກ່າວ​ວ່າ ທ່ານ Sessions ​ໄດ້​ເດີນທາງ​ໄປ​ຄຸກ​ ທະຫານ
​ໃນປະ​ເທດ​ຄິວບາ​ ກັບ​ຜູ້​ຮອງຂອງ​ທ່ານ ທ່ານ Rod Rosenstein ​ແລະ​ຫົວໜ້າ​ອົງ​ການ
​ສືບ​ລັບ​ແຫ່ງ​ຊາດ ທ່ານ Dan Coasts ​ເພື່ອ​ຈະ​ເຂົ້າ​ໃຈ​ກ່ຽວ​ກັບການ​ປະຕິບັດ​ງານ ໃນ
ປັດຈຸບັນ​ຢູ່​ທີ່​ຄຸກ​ດັ່ງກ່າວ.

ປະທານ​າທິບໍດີ​ທຣໍາ ​ໄດ້ກ່າວ​ໃນລະຫວ່າງ​ການ​ໂຄສະ​ນາ​ຫາ​ສຽງເປັນປະທານາ ທິບໍດີ
​ວ່າ ທ່ານ​ຕ້ອງ​ການ​ຢາກຈະ​ເຫັນ​ບ່ອນ​ຄຸມ​ຂັງດັ່ງກ່າວ ​ເປີດ​ຕໍ່​ໄປ ​ແຕ່​ວ່າ​ບໍ່​ໄດ້​ປະກາດ​ເຖິງ
​ນະ​ໂຍບາຍໃດໆ​ກ່ຽວ​ກັບ​ຄຸກແຫ່ງ​ນີ້ ນັບ​ແຕ່​ໄດ້​ເຂົ້າ​ຮັບ​ຕຳ​ແໜ່​ງ.

ທ່ານ Sessions ​ກ່ອນ​ໜ້ານີ້ ໄດ້​ສະ​ແດງ​ການສະໜັບສະໜູນ​ ​ທີ່​ຈະ​ສືບ​ຕໍ່​ໃຊ້ ຄຸກອ່າວ Quantanamo ​ເປັນ​ບ່ອນ​ກັກ​ຂັງ​ນັກ​ໂທດ​ແທນ​ທີ່​ຈະ​ນຳ​ເອົາ​ພວກ​ເຂົາ ໄປກັກ​ຂັງຢູ່​ໃນ​ສະຫະລັດ ​ແລະ​ໃຫ້​ກະຊວງ​ຍຸຕິ​ທຳ​ດຳ​ເນີນ​ຄະດີ​ ​ຜູ້​ຕ້ອງ​ສົງ​ໄສ.

ເມື່ອ​ມີ​ການຖາມ ໃນ​ເດືອນ​ມີນາ​ຜ່ານ​ມາ ໂດຍ​ໂຄສົກ​ວິທະຍຸ ​ທີ່​ນິຍົມ​ແນວທາງ​ເດີມ
ທ່ານHugh Hewitt ກ່ຽວ​ກັບ​ວ່າ ​ຄຸກ​ດັ່ງກ່າວ ຄວນ​ຈະ​ເປີດ​ຕໍ່​ໄປ​ຫລື​ບໍສຳລັບ​ພວກ​ນັກ
ໂທດ​ໃໝ່ ທ່ານ Sessions ຮ້ອງຄຸກ​ດັ່ງກ່າວ​ນີ້ວ່າ ​ເປັນ​ບ່ອນທີ່ “​ເໝາະ​ສົມ​ທີ່​ສຸດ​ແລ້ວ.”

ອະດີດ​ປະທານາທິບໍດິສະຫະລັດ ທ່ານ Barack Obama ​ໄດ້​ພະ​ຍາຍ​າມ​ແຕ່ ບໍ່​ເປັນ​
ຜົນສຳ​ເລັດ ທີ່​ຈະ​ປິດ​ຄຸກ​ນີ້ ລະຫວ່າງ​ແປດ​ປີ​ທີ່​ທ່ານຢູ່​ໃນ​ຕຳ​ແໜ່​ງ. ທ່ານ​ບໍ່​ໄດ້​ສົ່ງ​ນັກ​
ໂທດ​ໃໝ່ໄປ​ສະຖານ​ທີ່ຄຸມ​ຂັງ​ດັ່ງກ່າວ ​ລະຫວ່າງ​ການ​ປະຕິບັດ​ງານ​ຂອງລັດຖະບານ
ທ່ານແລະ​ໄດ້​ຫລຸດ​ຈຳນວນ​ນັກ​ໂທດ​ລົງ ​ເຫຼືອພຽງ 41 ຄົນ.

ກະຊວງ​ຍຸຕິ​ທຳ​ ພາຍ​ໃຕ້​ປະທານາທິບໍດີ​ Obama ​ໄດ້​ໂຕ້​ຖຽງ​ວ່າ ສານ​ພົນ​ລະ​ເຮືອນ
ຂອງ​ສະຫະລັດ ​ເປັນ​ບ່ອນ​ດີ​ທີ່​ສຸດທີ່ ​ຈະ​ດຳ​ເນີນ​ຄະດີ​ຜູ້​ສົງ​ໄສກໍ່​ການ​ຮ້າຍ ​ແລະ​ໄດ້
ອ້າງເຖິງການ​ຕັດສິນ​ລົງ​ໂທດ​ທີ່​ຜ່ານ​ມາ​ຢູ່ ນະຄອນ New York ​ແລະ​ເມືອງ​ຕ່າງໆ​ວ່າ
​ ເປັນ​ຫລັກ​ຖານພິສູດ. ທ່ານ Sessions ​ແລະ​ສະມາຊິກ​ພັກຣີ ພັບບລິກກັນ​ຄົນ​ອື່ນໆ
​ ໄດ້​ໂຕ້​ຖຽງ​ວ່າ ການ​ປ້ອງ​ກັນ​ທີ່​ຖືກ​ຕ້ອງຕາ​ມກົດໝາຍ ທີ່​ໄດ້​ມີ​ໄວ້​ຢູ່​ສານ​ພົນລະ​ເຮືອນ
ຮວມທັງ​ສິດທິ​ໃນ​ການບໍ່​ປາກ​ເວົ້ານັ້ນ ບໍ່​ສົມ​ຄວນ​ທີ່ພວກ​ກໍ່​ການ​ຮ້າຍຈະ​ໄດ້​ຮັບ.

​ໂຄສົກ​ກະຊວງ​ຍຸຕິ​ທຳ ທ່ານ Ian Prior ກ່າວ​ຢູ່​ໃນ​ຖະ​ແຫລ​ງການ ໃນ​ວັນ​ສຸກ​ວານ​ນີ້​ວ່າ “ການຮັກສາ​ໃຫ້​ປະ​ເທດ​ນີ້ມີຄວາມ​ປອດ​ໄພ ​ຈາກ​ພວກ​ກໍ່​ການ​ຮ້າຍ ​ເປັນ​ບູລິ​ມະ​ສິດ​ສູງ​
ສຸດ​ຂອງ​ລັດຖະບານ ປະທານາທິບໍດີ​ທຣໍາ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG