ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຖືກສະເໜີຊື່ ເປັນລັດຖະມົນຕີ ກະຊວງຍຸຕິທຳ ສະຫະລັດ ປະຕິຍານ ຈະທຳການສືບສວນຢ່າງເຕັມທີ່ ຕໍ່ການໂຈມຕີ ຫໍລັດຖະສະພາ


ຜູ້ພິພາກສາສານອຸທອນ ທ່ານ ເມີຣິກ ກາແລນ, ຜູ້ທີ່ຖືກສະເໜີຊື່ເປັນລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ.
ຜູ້ພິພາກສາສານອຸທອນ ທ່ານ ເມີຣິກ ກາແລນ, ຜູ້ທີ່ຖືກສະເໜີຊື່ເປັນລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ.

ຜູ້ຖືກສະເໜີຊື່ເປັນລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານ ເມີຣິກ ກາແລນ ໃນວັນຈັນວານນີ້ໄດ້ເອີ້ນການບຸກໂຈມຕີຫໍລັດຖະສະພາ ສະຫະລັດ ໃນວັນທີ 6 ມັງກອນ ໂດຍພວກສະໜັບສະໜູນອະດີດປະທານາທິບໍດີດໍໂນລ ທຣຳ ວ່າເປັນການໂຈມຕີທີ່ “ຮ້າຍແຮງທີ່ສຸດ” ຕໍ່ປະຊາທິປະໄຕ ແລະ ໄດ້ປະຕິຍານວ່າຈະດຳເນີນການສືບສວນສອບສວນທີ່ຈະນຳໄປສູ່ “ສິ່ງໃດກໍຕາມທີ່ຈະເກີດຕໍ່ກັບພວກເຮົາ.”

ທ່ານ ກາແລນ ອາຍຸ 68 ປີໄດ້ກ່າວຕໍ່ຄະນະກຳມະການຕຸລາການສະພາສູງໃນວັນຈັນວານນີ້ ໃນການໃຫ້ການຢັ້ງຢືນການເຂົ້າຮັບຕຳແໜ່ງເພື່ອກາຍເປັນເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍສູງສຸດຂອງປະເທດ ໃນຖານະຫົວໜ້າຂອງກະຊວງຍຸຕິທຳວ່າ “ຂ້າພະເຈົ້າບໍ່ເຄີຍຄິດວ່າຈະໄດ້ເຫັນສິ່ງນັ້ນໃນຕະຫຼອດຊີວິດຂອງຂ້າພະເຈົ້າ.”

ທ່ານ ກາແລນ, ອະດີດຮອງລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທຳຮັບຜິດຊອບໃນພະແນກອາ ຊະຍາກຳຂອງກະຊວງ ໃນລະຫວ່າງລັດຖະບານທ່ານ ຄລິນຕັນ ໄດ້ກ່າວວ່າ “ຂ້າພະເຈົ້າສາມາດຮັບປະກັນພວກທ່ານວ່ານີ້ແມ່ນບູລິມະສິດສູງສຸດຂອງຂ້າພະເຈົ້າ ແລະ ຈະເປັນຫົວຂໍ້ທຳອິດໃນກອງປະຊຸມລາຍງານຄັ້ງທຳອິດຂອງຂ້າພະເຈົ້າ” ຖ້າຖືກຢັ້ງຢືນ.”

ພວກກໍ່ຈະລາຈົນຫຼາຍກວ່າ 200 ຄົນ, ເຊິ່ງຫຼາຍຄົນແມ່ນພວກຫົວຮຸນແຮງ ແລະ ມີທັດສະນະຄະຕິ ຕໍ່ຕ້ານລັດຖະບານນັ້ນ, ແມ່ນໄດ້ຖືກຈັບແລ້ວຫຼຸນຫຼັງການຈະລາຈົນທີ່ໄດ້ເຮັດໃຫ້ 5 ຄົນເສຍຊີວິດ, ລວມທັງເຈົ້າໜ້າທີ່ຕຳຫຼວດຫໍລັດຖະສະພາຄົນນຶ່ງ.

ພວກກໍ່ຈະລາຈົນທີ່ສະໜັບສະໜູນທ່ານ ທຣຳ ໄດ້ທຸບແກ້ວປ່ອງຢ້ຽມ, ຄົ້ນຫ້ອງການຕ່າງໆໃນສະ ພາຕໍ່າ ແລະ ໄດ້ຕໍ່ສູ້ກັບຕຳຫຼວດ ໃນຂະນະທີ່ບັນດາສະມາຊິກສະພາກຳລັງປະຊຸມເພື່ອຢັ້ງຢືນວ່າທ່ານ ທຣຳ ໄດ້ຜ່າຍແພ້ໃນການເລືອກຕັ້ງ ເມື່ອເດືອນພະຈິກໃຫ້ທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ.

ທ່ານ ກາແລນ, ທີ່ຕອນນີ້ເປັນຜູ້ພິພາກສາສານອຸທອນລັດຖະບານກາງໃນນະຄອນຫຼວງ ວໍຊິງຕັນ, ໄດ້ກ່າວວ່າຖ້າຖືກຢັ້ງຢືນໃຫ້ເຂົ້າຮັບຕໍາແໜ່ງທີ່ສຳຄັນທີ່ສຸດຕຳແໜ່ງນຶ່ງ ໃນຄະນະລັດຖະບານຂອງທ່ານ ໄບເດັນ ນັ້ນ, ທ່ານຈະ “ທຳການຊອກຫາຢ່າງກວ້າງຂວາງກວ່າເກົ່າ” ຕໍ່ພວກຜູ້ນຳຂອງການຈະລາຈົນ, ທັດສະນະຄະຕິແນວຄິດຂອງພວກເຂົາ ແລະ ເງິນທຶນຂອງພວກເຂົາ. ທ່ານ ກາແລນ ໄດ້ກ່າວວ່າ ທ່ານຮັບປະກັນວ່າບັນດາໄອຍະການ ແລະ ນັກສືບສວນສອບສວນຈະມີແຫຼ່ງຊັບພະ ຍາກອນທຸກຢ່າງທີ່ເຂົາເຈົ້າຕ້ອງການ ເພື່ອດຳເນີນການສອບສວນ.

ຫຼັງຈາກຊ່ວງໄລຍະເວລາທີ່ສັບສົນວຸ້ນວາຍສຳລັບກະຊວງຍຸຕິທຳໃນລະຫວ່າງ ການດຳລົງຕຳແໜ່ງສີ່ປີຂອງທ່ານ ທຣຳ ໃນທຳນຽບຂາວນັ້ນ, ທ່ານ ກາແລນ ໄດ້ປະຕິຍານວ່າຈະແຍກການພິຈາລະນາທາງການເມືອງຈາກການທຳການຕັດສິນໃຈຢູ່ທີ່ກະຊວງຍຸຕິທຳ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG