ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີກະຊວງຍຸຕິທຳຂອງ ສະຫະລັດ ກ່າວ​ປ້ອງ​ກັນ ໄອ​ຍະ​ການ​ພິ​ເສດ ທີ່ທຳ​ການຟ້ອງ​ຮ້ອງທ່ານ​ທ​ຣຳ​


(ພາບ​ໃນ​ແຟມ) ລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດ ທ່ານ ເມີຣິກກາແລນກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ກະ​ຊວງ​ຍຸ​ຕິ​ທຳ, ວັນ​ທີ 14 ພຶດ​ສະ​ພາ, 2023
(ພາບ​ໃນ​ແຟມ) ລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດ ທ່ານ ເມີຣິກກາແລນກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ກະ​ຊວງ​ຍຸ​ຕິ​ທຳ, ວັນ​ທີ 14 ພຶດ​ສະ​ພາ, 2023

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳຂອງສະຫະລັດ ທ່ານ ເມີ​ຣິກ ກາ​ແລນ (Merrick Garland) ໃນວັນພຸດວານນີ້ ໄດ້ກ່າວປ້ອງກັນທ່ານແຈັກ ສ​ມິດ ໄອຍະການ​ມືອາຊີບ ທີ່ທ່ານໄດ້ແຕ່ງຕັ້ງໃຫ້ເປັນໄອ​ຍະ​ການພິເສດອິດ​ສະ​ຫລະ ເພື່ອ ຮັບ​ຜິດ​ຊອບການສືບສວນຄະດີອາຍາ ຂອງອະດີດປະທານາທິບໍດີດໍ​ໂນ​ລ ທ​ຣຳ.

ທ່ານທ​ຣຳໄດ້ໂຈມຕີທ່ານ​ສ​ມິດຄັ້ງແລ້ວຄັ້ງ​ເລົ່າ ຢູ່ໃນຂໍ້ຄວາມທີ່​ຂຽນ​ລົງ​ໃນ ສື່ສັງຄົມອອນ​ລາຍຂອງທ່ານ. ທ່ານໄດ້ເອີ້ນໄອຍະການຄົນ​ນີ້ວ່າ ເປັນ "ອັນ​ທະ​ພານ" ແລະ "ປ່ວງ​ບ້າ" ລວມທັງຄຳ​ເວົ້າ​ຢູ່ໃນວັນອັງຄານ​ຜ່ານ​ມາເມື່ອທ່ານທ​ຣຳ ບອກວ່າ ຕົນບໍ່ມີຄວາມຜິດຢູ່ທີ່ສານຂອງສະຫະລັດໃນນະ​ຄອນ​ໄມ​ອາ​ມີ ຕໍ່​ຂໍ້​ຫາ 37 ກະ​ທົງ ທີ່ຍື່ນໂດຍທ່ານສ​ມິດ. ເອກະສານດັ່ງກ່າວໄດ້ກ່າວຫາທ່ານ ທ​ຣຳວ່າ "ມີເຈດຕະນາ" ເກັບຮັກສາເອກະສານລັບສູງ​ຂອງຊາດ 31 ສະບັບໄວ້ ແລະສົມຮູ້ຮ່ວມຄິດ ເພື່ອປິດບັງມັນໃນເວລາທີ່ເຈົ້າຫນ້າທີ່ລັດຖະບານກາງ ຮຽກ ຮ້ອງໃຫ້ທ່ານມອບເອ​ກະ​ສານເຫລົ່າ​ນີ້​ໃຫ້.

ທ່ານແຈັກ ສມິດ ໄອຍະການພິ​ເສດ​ທີ່​ຮັບ​ຜິດ​ຊອບ​ການ​ສືບ​ສວນ​ທ່ານ​ທ​ຣຳ ໄປ​ເຖິງ​ດະ​ຊວງ​ຍຸ​ຕິ​ທຳ ເພື່ອ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​, ວັນ​ທີ 9 ພຶດ​ສະ​ພາ, 2023.
ທ່ານແຈັກ ສມິດ ໄອຍະການພິ​ເສດ​ທີ່​ຮັບ​ຜິດ​ຊອບ​ການ​ສືບ​ສວນ​ທ່ານ​ທ​ຣຳ ໄປ​ເຖິງ​ດະ​ຊວງ​ຍຸ​ຕິ​ທຳ ເພື່ອ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​, ວັນ​ທີ 9 ພຶດ​ສະ​ພາ, 2023.

ທ່ານກາ​ແລນ ທີ່​ເປັນເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍສູງສຸດຂອງສະຫະລັດ ກ່າວຕໍ່ພວກນັກຂ່າວຢູ່ກະຊວງຍຸຕິທຳທີ່ທ່ານເປັນຫົວຫນ້ານັ້ນວ່າ "ດັ່ງທີ່ຂ້າພະເຈົ້າໄດ້ ກ່າວໄປໃນເວລາທີ່ຂ້າພະເຈົ້າແຕ່ງຕັ້ງທ່ານສ​ມິດນັ້ນ​ວ່າ ຂ້າ​ພະ​ເຈົ້າ​ເຮັດ​ເຊັ່ນ​ນັ້ນ ກໍ​ເພາະວ່າມັນຊີ້ໃຫ້ເຫັນເຖິງຄວາມມຸ້ງຫມັ້ນຂອງກະຊວງຍຸຕິທໍາຕໍ່ທັງຄວາມເປັນ ອິດ​ສະ​ຫລະ ແລະຄວາມຊື່ສັດສູງ."

ທ່ານກາ​ແລນກ່າວ​ອີກວ່າ "ທ່ານສ​ມິດແມ່ນອະ​ດີດໄອຍະການມືອາຊີບ, ທ່ານໄດ້ລວບລວມເອົາກຸ່ມໄອຍະການ ທີ່ມີປະສົບການ ແລະເກັ່ງ ແລະ​ເຈົ້າ​ໜ້າ​ທີ່ທີ່ມີຄວາມ​ມຸ້ງຫມັ້ນຄື​ກັນ​ກັບທ່ານ ຕໍ່ຄວາມຊື່ສັດ ແລະລະບຽບກົດຫມາຍ. ຄໍາຖາມໃດໆກ່ຽວກັບເລື່ອງນີ້ ຈະຕ້ອງຖືກຕອບໂດຍເອະ​ກະ​ສານ​ທີ່ຍື່ນ​ຕໍ່ສານ ຂອງພວກເຂົາເຈົ້າ."

ທ່ານສ​ມິດ ນັ່ງຢູ່ທາງຫລັງເພື່ອນໄອຍະການຄົນອື່ນໆຂອງທ່ານຢູ່ໃນຫ້ອງສານໃນວັນອັງຄານຜ່ານ​ມາ ແລະຢູ່​ສອງສາມແມັດຫ່າງຈາກທ່ານທ​ຣຳ ຜູ້​ທີ່ຢູ່ໂຕະຂອງຈໍາເລີຍ ແຕ່ພວກເພິ່ນບໍ່ໄດ້ມີ​ປະ​ຕິ​ສຳ​ພັນຕໍ່​ກັນ​ແຕ່​ຢ່າງ​ໃດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG