ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລມຕ ກະຊວງຍຸຕິທຳ ອອກມາປົກປ້ອງ ການໃຊ້ກຳລັງ ເພື່ອຂັບໄລ່ ພວກປະທ້ວງ ອອກຈາກ ສວນສາທາລະນະ ໃກ້ທຳນຽບຂາວ


ຕຳຫຼວດເປີດພື້ນທີ່ສວນສາທາລະນະ ລາຟາແຢັດ ແລະທຳນຽບຂາວ ຂະນະທີ່ພວກປະທ້ວງທັງຫຼາຍ ໂຮມຊຸມນຸມເພື່ອປະທ້ວງການເສຍຊີວິດຂອງທ້າວ ຈອຣຈ໌ ຟຣອຍດ໌, ວັນທີ 1 ມິຖຸນາ 2020, ໃນນະຄອນຫຼວງ ວໍຊິງຕັນ.
ຕຳຫຼວດເປີດພື້ນທີ່ສວນສາທາລະນະ ລາຟາແຢັດ ແລະທຳນຽບຂາວ ຂະນະທີ່ພວກປະທ້ວງທັງຫຼາຍ ໂຮມຊຸມນຸມເພື່ອປະທ້ວງການເສຍຊີວິດຂອງທ້າວ ຈອຣຈ໌ ຟຣອຍດ໌, ວັນທີ 1 ມິຖຸນາ 2020, ໃນນະຄອນຫຼວງ ວໍຊິງຕັນ.

ລັດຖະມົນຕີກະຊວງຍຸຕິທຳ ທ່ານວີລລຽມ ບາ ໄດ້ໃຫ້ຄຳເຫັນວ່າ ການໃຊ້ກຳລັງ ເພື່ອເປີດພື້ນທີ່ສວນສາທາລະນະ ລາຟາແຢັດ ຢູ່ຟາກທາງຈາກທຳນຽບຂາວເມື່ອຄືນວັນຈັນແລ້ວນີ້ ກ່ອນໜ້າບໍ່ດົນ ທີ່ປະທານາທິບໍດີ ດໍໂນລ ທຣຳ ຈະຍ່າງຜ່ານສວນດັ່ງກ່າວ ເພື່ອຫາໂອກາດທີ່ຈະຖ່າຍພາບ ຢູ່ຕໍ່ໜ້າໂບດທີ່ຕັ້ງຢູ່ໃກ້ໆນັ້ນ ແມ່ນສົມເຫດສົມຜົນແລ້ວ.

“ພວກເຂົາເຈົ້າ ບໍ່ແມ່ນພວກປະທ້ວງທີ່ສັນຕິ” ທ່ານບາ ໄດ້ກ່າວອ້າງໄປຕໍ່ລາຍການ “Face the Nation” ຂອງໂທລະພາບ CBS. ທ່ານກ່າວໄປອີກວ່າ “ແລະອັນນັ້ນ ເປັນນຶ່ງໃນການຕົວະໃຫຍ່ ທີ່ສື່ມວນຊົນ ປາກົດວ່າ ນໍາເອົາຈຸດນີ້ ມາເວົ້າຕະຫຼອດໄປ.”

ທ່ານບາ ເປັນເຈົ້າໜ້າທີ່ປະຕິບັດກົດໝາຍລະດັບສູງໃນສະຫະລັດ ໄດ້ກ່າວວ່າ ພວກປະທ້ວງທັງຫຼາຍ ໄດ້ຮັບການແຈ້ງເຕືອນໄປແລ້ວ 3 ເທື່ອ ໃຫ້ເປີດພື້ນທີ່ສວນສາທາລະນະ ກ່ອນທີ່ຕຳຫຼວດແລະເຈົ້າໜ້າທີ່ທັງຫຼາຍ ທີ່ໃສ່ຊຸດປາບຈະລາຈົນ ໄດ້ເຄື່ອນກຳລັງເຂົ້າໄປ ໂດຍຍິງລູກລະເບີດໝາກເພັດເຂົ້າໃສ່.

ມາດຕະການຂອງຕຳຫຼວດ ຕໍ່ພວກປະທ້ວງນັ້ນ ໄດ້ມີຂຶ້ນທ່າມກາງການປະທ້ວງໃນທົ່ວປະເທດ ຕໍ່ຕ້ານການເສຍຊີວິດຂອງທ້າວຈອຣຈ໌ ຟຣອຍດ໌ ໃນວັນທີ 25 ພຶດສະພາ ທີ່ເປັນຊາຍອາເມຣິກັນເຊື້ອສາຍອາຟຣິກາ ຜູ້ທີ່ໄດ້ຖືກຄຸມໃຫ້ໝູບໜ້າລົງພື້ນໂດຍຕຳຫຼວດຄົນຜິວຂາວ ຢູ່ຖະໜົນສາຍນຶ່ງ ໃນນະຄອນມິນເນອາໂປລິສ ລັດມີເນໂຊຕາ ໂດຍໃຊ້ຫົວເຂົ່າຂອງລາວທັບຄໍຂອງທ້າວຟຣອຍດ໌ ເປັນເວລາເກືອບຮອດເກົ້ານາທີ ເຖິງແມ່ນວ່າ ທ້າວຟຣອຍດ໌ ໄດ້ເວົ້າຊ້ຳແລ້ວຊ້ຳອີກວ່າ ລາວຫາຍໃຈບໍ່ໄດ້.

ທ່ານບາ ໄດ້ປະຕິເສດຕໍ່ການນຳໃຊ້ສານເຄມີທີ່ແສບຄັນ ເຊັ່ນວ່າ ແກັສນ້ຳຕາ ໃນການເປີດພື້ນທີ່ສວນສາທາລະນະ ລາເຟເອັດຕ໌ ເຖິງຢ່າງໃດກໍຕາມ ສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ໄດ້ກຳນົດໃຫ້ສະເປໝາກເພັດ ທີ່ໄດ້ຖືກນຳໃຊ້ນັ້ນ ເປັນປະເພດຂອງ “ແກັສນ້ຳຕາ” ຫຼື “ສານເພື່ອຄວບຄຸມການກໍ່ຈະລາຈົນ.”

ທ່ານບາ ໄດ້ກ່າວວ່າ ສວນສາທາລະນະ ໄດ້ຖືກເປີດພື້ນທີ່ ກໍຍ້ອນມີການປະທະກັນທີ່ຮຸນແຮງ ຊຶ່ງໄດ້ລະເບີດຂຶ້ນຢູ່ທີ່ນັ້ນ ຈາກວັນສຸກ ຈົນຮອດວັນອາທິດ ເມື່ອສັບປະດາແລ້ວນີ້ ໃນວັນທີ 29 ຫາ 31 ພຶດສະພາ ໂດຍທ່ານກ່ວາວ່າ ເຈົ້າໜ້າທີ່ຕຳຫຼວດ “ຕົກຢູ່ພາຍໃຕ້ການໂຈມຕີຢູ່ບໍ່ເຊົາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG