ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ກະຊວງຍຸຕິທຳ ສຫລ ວ່າ ຈີນ ພົວພັນໃນ 'ການໂຈມຕີທາງເສດຖະກິດແບບສາຍຟ້າແມບ' ຕໍ່ ສຫລ


ໃນພາບນີ້ ຖ່າຍເມື່ອວັນທີ13 ມັງກອນ 2020 ລັດຖະມົນຕີກະຊວງຍຸຕິທຳ ທ່ານວີລລ້ຽມ ບາ ໄດ້ຈັດກອງປະຊຸມຖະແຫລງຂ່າວ ກ່ຽວກັບເຫດການຍິງກັນ ເມື່ອເດືອນທັນວາ ປີ 2019 ຢູ່ທີ່ຖານທັບ ເພັນຊາໂຄລາ ກອງບິນຂອງກອງທັບເຮືອ ໃນລັດຟລໍຣີດາ, ທີ່ກະຊວງຍຸຕິທຳ ໃນນະຄອນຫຼວງ ວໍຊິງຕັນ,ດີຊີ.
ໃນພາບນີ້ ຖ່າຍເມື່ອວັນທີ13 ມັງກອນ 2020 ລັດຖະມົນຕີກະຊວງຍຸຕິທຳ ທ່ານວີລລ້ຽມ ບາ ໄດ້ຈັດກອງປະຊຸມຖະແຫລງຂ່າວ ກ່ຽວກັບເຫດການຍິງກັນ ເມື່ອເດືອນທັນວາ ປີ 2019 ຢູ່ທີ່ຖານທັບ ເພັນຊາໂຄລາ ກອງບິນຂອງກອງທັບເຮືອ ໃນລັດຟລໍຣີດາ, ທີ່ກະຊວງຍຸຕິທຳ ໃນນະຄອນຫຼວງ ວໍຊິງຕັນ,ດີຊີ.

ຈີນກຳລັງພົວພັນ ໃນອັນທີ່ເອີ້ນວ່າ “ການໂຈມຕີທາງເສດຖະກິດແບບສາຍຟ້າແມບ” ເພື່ອແຍ່ງຊິງ ໃຫ້ເປັນມະຫາອຳນາດແທນສະຫະລັດ ພຽງປະເທດດຽວຂອງໂລກ ອີງຕາມການຄຳເວົ້າ ຂອງທ່ານວີລລ້ຽມ ບາ ລັດຖະມົນຕີກະຊວງຍຸຕິທຳ ໃນວັນພະຫັດວານນີ້ ໃນຂະນະດຽວກັນ ທ່ານຍັງໄດ້ຕໍ່ວ່າຕໍ່ຂານພວກທຸລະກິດທັງຫຼາຍ ທີ່ກົ້ມຫົວໃຫ້ແກ່ການກົດດົນຂອງຈີນ ໃນການສະແຫວງຫາຜົນກຳໄລ.

ຈາກ Hollywood ຈົນເຖິງ Silicon Valley ພວກທຸລະກິດຂອງອາເມຣິກາ “ຍັງໄດ້ປ່ອຍໃຫ້ພວກເຂົ້າເຈົ້າເອງກາຍເປັນເຄື່ອງມືຕໍ່ອິດທິພົນຂອງຈີນ” ນັ້ນຄືຄຳເວົ້າຂອງທ່ານບາ ທີ່ໄດ້ກ່າວອ້າງ ໃນການກ່າວຄຳປາໄສ ຢູ່ທີ່ຫໍພິພິທະພັນປະທານາທິບໍດີ ເຈີໂຣລດ໌ ອາຣ ຟອດ ໃນເມືອງແກຣນແຣບປິດ ລັດມິຊິແກັນ.

ທ່ານບາ ໄດ້ກ່າວຕືີ່ມອີກວ່າ ໃນຂະນະທີ່ຮໍລີວູດ “ກວດກາພວກຮູບເງົາຂອງຕົນເອງຢ່າງສະໝ່ຳສະເໝີເພື່ອເອົາອົກເອົາໃຈພັກຄອມມິວນິສຂອງຈີນ” ສ່ວນພວກບໍລິສັດ ເຊັ່ນວ່າ Google Microsoft Yahoo ແລະ Apple “ກໍໄດ້ສະແດງໃຫ້ເຫັນວ່າ ເຕັມໃຈຢ່າງຍິ່ງ ທີ່ຈະປະສານງານ ຮ່ວມໄມ້ຮ່ວມມື” ກັບພັກຄອມມິວນິສຂອງຈີນ ຫຼື CCP.

ສະມາຄົມຮູບເງົາ ຫຼື Motion Pictures Association ໄດ້ປະຕິເສດຕໍ່ຄວາມເຫັນດັ່ງກ່າວ.

ຄວາມເຫັນເຫຼົ່ານີ້ໄດ້ປາກົດອອກມາ ທ່າມກາງຄວາມເຄັ່ງຕຶງລະຫວ່າງສະຫະລັດແລະຈີນ ໄດ້ເພີ້ມທະວີຂຶ້ນ ຍ້ອນບັນຫາຕ່າງໆຫຼາຍປະການ ຕະຫຼອດເຖິງການລະບາດຂອງໄວຣັສໂຄໂຣນາໃນທົ່ວໂລກຮອດເລື້ອງອະທິປະໄຕຂອງຮົງກົງ ແລະທ່າທີດ້ານການທະຫານຂອງຈີນ ໃນທະເລຈີນໃຕ້.

ປະທານາທິບໍດີ ດໍໂນລ ທຣຳ ໃນຄັ້ງນຶ່ງ ໄດ້ຫາທາງຢ່າງຫ້າວຫັນທີ່ຈະບັນລຸຂໍ້ຕົກການຄ້າກັບຈີນ ແຕ່ມາບັດນີ້ ລັດຖະບານຂອງທ່ານ ໄດ້ເອົາທ່າທີທີ່ແຂງຂັນເພີ້ມຂຶ້ນຕໍ່ປັກກິ່ງ ໂດຍການຖິ້ມໂທດໃສ່ຈີນ ໃນການປົກປິດໄວຣັສໂຄໂຣນາໃນເບື້ອງຕົ້ນ ແລະບ່ອນທຳລາຍການປົກຄອງຕົນເອງຂອງຮົງກົງ ດ້ວຍການວາງຂໍ້ຈຳກັດຕ່າງໆ ໃນກົດໝາຍຄວາມໝັ້ນຄົງແຫ່ງຊາດ.

ທ່ານທຣຳຍັງໄດ້ປະທະກັບສື່ສັງຄົມຍັກໃຫຍ່ທັງຫຼາຍເຊັ່ນ Twitter Facebook ແລະ Apple ໃນບໍ່ເທົ່າໃດເດືອນຜ່ານມາ ກ່ຽວກັບບັນຫາຫຼາຍຢ່າງ ທີ່ລວມທັງ ຄວາມເຄັ່ງຕຶງລະຫວ່າງກະຊວງຍຸຕິທຳ ແລະບໍລະສັດເທັກໂນໂລນີ ກ່ຽວກັບນະ ໂຍບາຍການປົກປ້ອງຂໍ້ມູນຕ່າງໆເປັນຕົ້ນ.

ໃນຖານະທີ່ເປັນພາກສ່ວນນຶ່ງຂອງພາລະກິດການສ້າງອິດທະພົນຢູ່ໃນສະຫະລັດຂອງຕົນນັ້ນ CCP ໄດ້ທະວີຄວາມພະຍາຍາມຢູ່ເບື້ອງຫລັງ “ທີ່ຈະປູກຝັງແລະບີບບັງຄັບພວກຜູ້ບໍລິຫານທຸລະກິດຂອງອາເມຣິກາເພື່ອຂະຫຍາຍຈຸດປະສົງທາງດ້ານການເມືອງຂອງຕົນ” ດັ່ງທີ່ທ່ານບາ ໄດ້ກ່າວໄວ ແລະເຕືອນວ່າ ພວກນັກ ທຸລະກິດ ຜູ້ທີ່ບໍ່ເປີດເຜີຍການພົວພັນກັບຈີນຂອງພວກເຂົາເຈົ້ານັ້ນ ອາດຈະປະເຊີນບັນຫາກ່ຽວກັບກົດໝາຍວ່າດ້ວຍການເປັນຕົວແທນຂອງຕ່າງປະເທດ. ກົດໝາຍ ປີ 1938 ນີ້ ບັງຄັບໃຫ້ຜູ້ຕາງໜ້າຂອງລັດຖະບານຕ່າງປະເທດທັງຫຼາຍ ໃຫ້ເປີດເຜີຍກິດຈະກຳຕ່າງໆຂອງພວກເຂົາເຈົ້າແລະສາຍສຳພັນກັບອົງການ ຈັດຕັ້ງຕ່າງໆຂອງຕ່າງປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG