ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ກະຊວງຍຸຕິທຳ ສຫລ ຂໍລາອອກຈາກຕຳແໜ່ງ ບໍ່ເທົ່າໃດວັນກ່ອນ ຄຣິສມັສ


ລັດຖະມົນຕີກະຊວງຍຸຕິທຳ ທ່ານວີລລຽມ ບາຣ໌, ຊ້າຍ, ແລະ ປະທານາທິບໍດີ ດໍໂນລ ທຣຳ ຢູ່ໃນສວນກຸຣາບຂອງທຳນຽບຂາວ, ວັນທີ 11 ກໍລະກົດ 2019, ໃນນະຄອນຫຼວງ ວໍຊິງຕັນ.
ລັດຖະມົນຕີກະຊວງຍຸຕິທຳ ທ່ານວີລລຽມ ບາຣ໌, ຊ້າຍ, ແລະ ປະທານາທິບໍດີ ດໍໂນລ ທຣຳ ຢູ່ໃນສວນກຸຣາບຂອງທຳນຽບຂາວ, ວັນທີ 11 ກໍລະກົດ 2019, ໃນນະຄອນຫຼວງ ວໍຊິງຕັນ.

ລັດຖະມົນຕີກະຊວງຍະຕິທຳ ສະຫະລັດ ທ່ານວີລລຽມ ບາຣ໌ ຂໍລາອອກຈາກຕຳແໜ່ງຂອງທ່ານ ໃນອາທິດໜ້າ.

ຫຼັງຈາກທີ່ໄດ້ພົບປະກັບປະທານາທິບໍດີ ດໍໂນລ ທຣຳ ຢູ່ທຳນຽບຂາວໃນວັນຈັນວານນີ້ ທ່ານທຣຳ ໄດ້ຂຽນຂໍ້ຄວາມລົງໃນທວີດເຕີ້ວ່າ ທ່ານບາຣ໌ “ຈະອອກໄປບໍ່ເທົ່າໃດວັນ ກ່ອນຄຣິສມັສ ເພື່ອເອົາວັນພັກນິີ້ ໄປຢູ່ກັບຄອບຄົວຂອງທ່ານ.”

ທ່ານທຣຳ ໄດ້ນຳເອົາໜັງສືລາອອກຈາກຕຳແໜ່ງຈາກທ່ານບາຣລົງໃນທວີດເຕີ້ ທີ່ລວມທັງຄຳຍ້ອງຍໍລັດຖະບານຂອງທ່ານປະທານາທິບໍດີຫຼາຍສົມຄວນ. ໜັງສືສະບັບນີ້ ໄດ້ກ່າວວ່າ ມື້ສຸດທ້າຍໃນການນຳພາກະຊວງຍຸຕິທຳຂອງທ່ານບາຣ໌ຈະແມ່ນວັນທີ 23 ທັນວາ.

ຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານແຈັຟ ໂຣເສັນ ຈະກາຍມາເປັນລັດຖະ ມົນຕີຮັກສາການ ດັ່ງທີ່ທ່ານທຣຳໄດ້ກ່າວໄປຕື່ມນັ້ນ.

ທ່ານບາຣ໌ ໄດ້ເປັນພັນທະມິດທີ່ເດັດດ່ຽວ ຂອງທ່ານທຣຳ ແຕ່ໄດ້ເຮັດໃຫ້ປະທາ ນາທິບໍດີ ບໍ່ພໍໃຈ ດ້ວຍການກ່າວຖະແຫລງວ່າ ບໍ່ມີການສໍ້ໂກງຢ່າງແຜ່ຫຼາຍທີ່ຈະປ່ຽນແປງຜົນການເລືອກຕັ້ງໃນເດືອນພະຈິກ. ທ່ານທຣຳ ໃນຂະນະດຽວກັນ ໄດ້ກ່າວອ້າງຊ້ຳແລ້ວຊ້ຳອີກວ່າ ຜົນການລືອກຕັ້ງນັ້ນເປັນການສໍ້ໂກງ.

ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານລິນເຊ ແກຣມ ພັນທະມິດຂອງທ່ານທຣຳອີກຄົນນຶ່ງ ໄດ້ກ່າວຍົກຍ້ອງຜົນງານຂອງທ່ານບາຣ໌ ໃນຖານະເປັນລັດຖະມົນຕີກະຊວງຍຸຕິທຳ.

“ຂ້າພະເຈົ້າ ຄິດວ່າ ທ່ານໄດ້ເຮັດວຽກດີຢ່າງຍິ່ງໃນການພະຍາຍາມປົວແປງຄວາມເສຍຫາຍທີ່ກະຊວງຍຸຕິທຳໄດ້ຮັບ, ການພະຍາຍາມເຮັດໃຫ້ກະຊວງມີຄວາມເປັນທຳ ແລະຊື່ສັດຕໍ່ກົດໝາຍ. ຂ້າພະເຈົ້າຄິດວ່າ ທ່ານມີຫຼາຍຢ່າງທີ່ຄວນພາກພູມໃຈ” ນັ້ນແມ່ນຄຳເວົ້າຂອງທ່ານແກຣມທີ່ໄດ້ກ່າວໄປ ແລະທ່ານກ່າວຕື່ມວ່າ “ທ່ານໄດ້ຕໍ່ສູ້ເພື່ອປະທານາທິບໍດີ ເມື່ອທ່ານສາມາດເຮັດໄດ້ ດັ່ງທີ່ລັດຖະມົນຕີທຸກໆຄົນ ແລະລັດຖະບານຄວນເຮັດ ແຕ່ທ່ານກໍຍັງບໍ່ໄດ້ຂ້າມເສັ້ນ ທີ່ທ່ານບໍ່ຄວນຂ້າມໄປ.”

ພັກເດໂມແຄຣັດໄດ້ຕ້ອງຕິຕໍ່ທ່ານບາຣ໌ຢ່າງໜັກ ຕະຫຼອດໄລຍະການດຳລົງຕຳ ແໜ່ງຂອງທ່ານ ໂດຍກ່າວວ່າ ທ່ານໄດ້ປະຕິບັດໜ້າທີ່ເພື່ອຜົນປະໂຫຍດຂອງປະທານາທິບໍດີ.

ທ່ານເຈີຣອລດ໌ ແນດເລີ ສັງກັດພັກເດໂມແຄຣັດ ປະທານຄະນະກຳມະການຕຸລາການຂອງສະພາຕ່ຳ ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ “ທ່ານວີລລຽມ ບາຣ໌ ເຕັມໃຈທີ່ຈະເຮັດເພື່ອປະທານາທິບໍດີໃນທຸກໆເລື້ອງຍົກເວັ້ນແຕ່ເລື້ອງດຽວ. ທ່ານບາຣ໌ ໄດ້ປະຕິເສດທີ່ຈະມີບົດບາດ ນຳການກ່າວອ້າງ ທີ່ບໍ່ມີສາລະຂອງທ່ານທຣຳ ທີ່ວ່າ ທ່ານໄດ້ຊະນະການເລືອກຕັ້ງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG