ລັດຖະມົນຕີຍຸຕິທຳສະຫະລັດ ທ່ານແຈັຟ ແຊັສສັນ ກ່າວໃນວັນພະຫັດວານນີ້ິວ່າ ທ່ານ
ມີຄວາມ “ເຊື່ອໝັ້ນສູງທີ່ສຸດ” ຕໍ່ຮອງລັດລັດຖະມົນຕີຍຸຕິທຳ ທ່ານ ຣອດ ໂຣເຊັນສະໄຕນ໌ ໂດຍປະຕິເສດຕໍ່ການຮຽກຮ້ອງ ຂອງພວກສະມາຊິກພັກຣີພັບບລິກັນ ທີ່ນິຍົມແນວທາງ
ເດີມ ເພື່ອຟ້ອງຮ້ອງ ທ່ານໂຣເຊັນສະໄຕນ໌ ແລະປົດທ່ານອອກຈາກຕຳແໜ່ງ.
ໃນການຖະແຫຼງ ຢູ່ກອງປະຊຸມນັກຂ່າວ ທີ່ນະຄອນບອສຕັນ ທ່ານແຊັສສັນ ກ່າວວ່າ
“ຮອງລັດຖະມົນຕີຂ້າພະເຈົ້າ ທ່ານຣອດ ໂຣເຊັນສະໄຕນ໌ ມີຄວາມສາມາດສູງທີ່ສຸດ.”
ທ່ານກ່າວເພີ້ິມອີກວ່າ “ອັນທີ່ຂ້າພະເຈົ້າຢາກໃຫ້ສະພາເຮັດນັ້ນກໍຄື ເນັ້ນໜັກໃສ່ຈຳນວນ
ນຶ່ງຂອງການທ້າທາຍທີ່ຖືກກົດໝາຍຢູ່ທີ່ນັ້ນ. ພວກເຮົາຕ້ອງການສະພາປະຕິບັດຮັບມືກັບ
ເລື້ອງຄົນເຂົ້າເມືອງ.”
ທ່ານແຊັສສັນ ຊຶ່ງເປັນເຈົ້າໜ້າທີ່ປະຕິບັດກົດໝາຍສູງສຸດຂອງປະເທດ ແລະຫົວໜ້າກະ
ຊວງຍຸຕິທຳ ໄດ້ສະເໜີໃຫ້ການສະໜັບສະໜູນຂອງທ່ານຕໍ່ທ່ານໂຣເຊັນສະໄຕນ໌ ນຶ່ງມື້ຫຼັງ
ຈາກ ສະມາຊິກພັກຣີພັບບລິກັນຢູ່ໃນສະພາຕໍ່າ 11 ຄົນ ໄດ້ເລີ້ມຄວາມພະຍາຍາມເພື່ອ
ຟ້ອງຮ້ອງທ່ານໂຣເຊັນສະໄຕນ໌ ໂດຍກ່າວຫາທ່ານວ່າ ບໍ່ປະຕິບັດຕາມໜ້າທີ່ ແລະບໍ່ໄດ້
ການແບ່ງປັນຂໍ້ມູນຢ່າງພຽງພໍທີ່ພົວພັນກັບ ການສືບສວນຂອງທ່ານໂຣເບີດ ມັລເລີກ່ຽວ
ກັບການໃຊ້ອິດທິພົນແຊກແຊງຂອງ ຣັດເຊຍ ໃນການເລືອກຕັ້ງປະທານາທິບໍດີສະຫະ
ລັດປີ 2016.
ທ່ານໂຣເຊັນສະໄຕນ໌ ດູແລການສືບສວນຂອງທ່ານມັລເລີ ແລະໄດ້ກາຍມາເປັນເປົ້າ
ໝາຍ ຄວາມໂກດແຄ້ນຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ແລະພັນທະ
ມິດຂອງທ່ານ ຢູ່ໃນສະພາ ຮວມທັງບັນດາສະມາຊິກຜູ້ທີ່ໄດ້ເລີ້ມຂັ້ນຕອນການຟ້ອງຮ້ອງ.
ຄວາມພະຍາຍາມທີ່ຈະຟ້ອງຮ້ອງທ່ານແມ່ນບໍ່ໄດ້ຮັບການ ເຫັນພ້ອມຈາກປະທານສະ
ພາຕໍ່າທ່ານ ພອລ ຣາຍອັນ ຜູ້ນຳພັກຣີພັບບລິກັນທີ່ຄວບຄຸມສະພາຕໍ່າຢູ່ນັ້ນ.
ບໍ່ໄດ້ມີກາກນລົງຄະແນນສຽງຢ່າງຮີບດ່ວນຢູ່ໃນສະພາຕໍ່າ ກ່ຽວກັບຄຳຮຽກຮ້ອງໃຫ້ມີ
ການຟ້ອງຮ້ອງ ແລະສະພາໄດ້ປິດລົງ ໃນວັນພະຫັດວານນີ້ ເພື່ອໄປພັກ ຜ່ອນລະດູ
ຮ້ອນເປັນເວລາຫ້າອາທິດ.
ທ່ານໂຣເຊັນສະໄຕນ໌ ໄດ້ກຳກັບການສືບສວນຂອງທ່ານມັລເລີນັບແຕ່ທ່ານແຊັສສັນ
ໄດ້ຖອນໂຕອອກຈາກເລື້ອງດັ່ງກ່າວ ເພາະວ່່າທ່ານເອງໄດ້ຕິດຕໍ່ກັບເອກອັກ ຄະລັດ
ຖະທູດຣັດເຊຍ ປະຈຳນະຄອນຫຼວງວໍຊິງຕັນ ລະຫວ່າງການໂຄສະນາຫາສຽງເລືອກ
ຕັ້ງ. ທ່ານໂຣເຊັນສະໄຕນ໌ ເວລານັ້ນ ໄດ້ແຕ່ງຕັ້ງໃຫ້ອະດີດຜູ້ອຳ ນວຍການອົງການ
ສັນຕິບານກາງ ຫຼື FBI ທ່ານມັລເລີ ເພື່ອນຳພາການສືບ ສວນເຂົ້າ ກ່ຽວກັບ ການໂຄ
ສະນາຫາສຽງຂອງທ່ານທຣໍາ ຮ່ວມມືກັບຣັດເຊຍ ແລະວ່າ ທ່ານທຣໍາ ໃນນາມປະທາ
ນາທິບໍດີ ໄດ້ຂັດຂວາງຂະບວນການຍຸຕິທຳໂດຍ ປົດຫົວໜ້າອົງການສັນຕິບານກາງ
ໃນເວລານັ້ນ ຄືທ່ານເຈມສ໌ ໂຄເມ ຜູ້ທີ່ໄດ້ນຳພາອົງການ ໃນການສືບສວນກ່ຽວກັບ
ຣັດເຊຍ ອອກຈາກໜ້າທີ່ຫຼືບໍ່.