ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ນັກອະວະກາດ ສະຫະລັດ ເດີນທາງກັບສູ່ໂລກ ດ້ວຍການສ້າງ ສະຖິຕິໃໝ່


ນັກອະວະກາດ ທ່ານນາງ Peggy Whitson ຖືຜັກກາດຈີນ ທີ່ປູກຢູ່ສະຖານີອະວະກາດສາກົນ ໃນລະຫວ່າງການປະຕິ
ບັດພາລະກິດຄັ້ງທີສາມ ແລະ ຄັ້ງຫຼ້າສຸດຂອງລາວ. ນັກຊີ
ວະເຄມີ ອາຍຸ 57 ປີ ໄດ້ກາຍເປັນແມ່ຍິງທີ່ມີອາຍຸຫຼາຍທີ່ສຸດທີ່ໄດ້ຢູ່ໃນອະວະກາດ ແລະ ຕອນນີ້ໄດ້ໃຊ້ເວລາຫຼາຍກວ່ານັກອະວະກາດ ອາເມຣິກັນ ຄົນອື່ນໆຢູ່ເທິງອະວະກາດ.
ນັກອະວະກາດ ທ່ານນາງ Peggy Whitson ຖືຜັກກາດຈີນ ທີ່ປູກຢູ່ສະຖານີອະວະກາດສາກົນ ໃນລະຫວ່າງການປະຕິ ບັດພາລະກິດຄັ້ງທີສາມ ແລະ ຄັ້ງຫຼ້າສຸດຂອງລາວ. ນັກຊີ ວະເຄມີ ອາຍຸ 57 ປີ ໄດ້ກາຍເປັນແມ່ຍິງທີ່ມີອາຍຸຫຼາຍທີ່ສຸດທີ່ໄດ້ຢູ່ໃນອະວະກາດ ແລະ ຕອນນີ້ໄດ້ໃຊ້ເວລາຫຼາຍກວ່ານັກອະວະກາດ ອາເມຣິກັນ ຄົນອື່ນໆຢູ່ເທິງອະວະກາດ.

ໃນເວລາທີ່ນັກອະວະກາດ ສະຫະລັດ ທ່ານນາງ Peggy Whitson ໄດ້ເດີນທາງກັບ
ຄືນສູ່ໂລກ ຈາກສະຖານິອະວະກາດສາກົນ ໃນວັນເສົາວານນີ້ ລາວໄດ້ໃຊ້ເວລາຢູ່ເທິງ
ອະວະກາດດົນກວ່າຄົນ ອາເມຣິກັນ ຄົນອື່ນໆ.

ທ່ານນາງ Whitson ໄດ້ສ້າງສະຖິຕິ 665 ມື້ຢູ່ເທິງອະວະກາດ ໃນການປະຕິບັດພາລະ
ກິດແຍກກັນສາມຄັ້ງ, ເຊິ່ງທຽບເທົ່າກັບ ໜຶ່ງປີ ກັບ ສິບເດືອນ ຢູ່ນອກບັນຍາກາດຂອງ
ໂລກ.

ສະຖິຕິໂລກແມ່ນເປັນຂອງນັກອະວະກາດ ຣັດເຊຍ ທ່ານ Gennady Padalka ຜູ້ທີ່
ໄດ້ອາໄສຢູ່ເທິງອະວະກາດ 879 ວັນ.

ທ່ານນາງ Whitson ໄດ້ເດີນທາງຮອດໂລກ ໃນຕອນຄໍ່າຂອງວັນເສົາວານນີ້ ທີ່ປະ
ເທດ ກາຊັກສຖານ ໃນກະສວຍອະວະກາດ Soyus ຂອງ ຣັດເຊຍ. ຕໍ່ໄປ ລາວຈະ
ເດີນທາງໄປປະເທດ ເຢຍລະມັນ ກ່ອນຈະມຸ່ງໜ້າກັບຄືນບ້ານ ໃນເມືອງ Houston
ລັດ Texas, ເຊິ່ງຍັງໄດ້ຮັບຄວາມເສຍຫາຍໂດຍພາຍຸເຮີຣິເຄນ Harvey ຢູ່.

ທ່ານນາງ Whitson ໄດ້ກ່າວໃນອີເມລທີ່ໄດ້ຂຽນຫາອົງການຂ່າວ AP ວ່າ ເຮືອນຂອງ
ລາວບໍ່ໄດ້ຮັບຄວາມເສຍຫາຍຍ້ອນພາຍຸດັ່ງກ່າວ. ແນວໃດກໍຕາມ, ລາວໄດ້ກ່າວວ່າ
ສູນກາງອະວະກາດ Johnson ຂອງອົງການ NASA ທີ່ຕັ້ງຢູ່ໃນເມືອງ Houston ນັ້ນ
ແມ່ນໄດ້ຖືກປິດເປັນການຊົ່ວຄາວ ສຳລັບເຈົ້າໜ້າທີ່ຄົນສຳຄັນ, ນອກຈາກຄະນະຜູ້ບັນ
ຊາກການປະຕິບັດພາລະກິດ ສຳລັບການປະຕິບັດພາລະກິດ ໃນສະຖານີອາວະກາດ
ດັ່ງກ່າວ.

ນາງໄດ້ກ່າວວ່າ “ທຸກໆຄວາມກັງວົນໃຈ ທີ່ຂ້າພະເຈົ້າອາດມີ ກ່ຽວກັບ ການເດີນທາງ
ກັບຄືນ ພາຍຫຼັງພາຍຸເຮີຣິເຄນນັ້ນ ແມ່ນໄດ້ຖືກບົດບັງທັງໝົດໂດຍເພື່ອນຮ່ວມງານ
ທຸກຄົນ ຜູ້ທີ່ຮັກສາການປະຕິບັດພາລະກິດຂອງພວກເຮົາໃຫ້ສືບຕໍ່ໄປ.”

ທ່ານນາງ Whitson ນັກຊີວະເຄມີ ໄດ້ເລີ່ມການປະຕິບັດການຄັ້ງທີສາມ ແລະ ເປັນ
ຄັ້ງຫຼ້າສຸດໃນສະຖານີອະວະກາດສາກົນ ໃນເດືອນພະຈິກທີ່ຜ່ານມາ. ໃນລະຫວ່າງ
ການປະຕິບັດພາລະກິດນັ້ນ, ລາວໄດ້ທຳການຍ່າງຢູ່ເທິງອະວະກາດ ແລະ ກໍຍັງໄດ້
ກາຍເປັນແມ່ຍິງຄົນທຳອິດທີ່ໄດ້ບັງຄັບສະຖານີອະວະກາດສອງຄັ້ງ.

ລາວ ແລະ ສະມາຊິກອະວະກາດຄົນອື່ນໆຢູ່ເທິງສະຖານີອະວະກາດສາກົນ ກໍຍັງໄດ້
ທຳການວິໄຈດ້ານ ຊີວະວິທະຍາ, ເທັກໂນໂລຈີຊີວະພາບ, ວິທະຍາສາດກາຍະພາບ
ແລະ ວິທະຍາສາດໂລກນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG