ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະເມີນຜົນຕໍ່ການຂະຫຍາຍ ການຄວບຄຸມໃນການສົ່ງອອກຊິປ ທີ່ມີຜົນກະທົບຕໍ່ກອງທັບຂອງຈີນ


ລັດຖະມົນຕີກະຊວງການຄ້າສະຫະລັດ ທ່ານນາງ ຈີນາ ຣາຍມອນໂດ ໂອ້ລົມຢູ່ຄຽງຂ້າງ ລັດຖະມົນຕີກະໍຊວງການຄ້າແລະອຸດສາຫະກຳ ທ່ານອາລແຟຣໂດ ປາສກູອາລ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ເມືອງ ປາຣານາເກ (Paranaque) ຂອງຟີລິບປິນ, ວັນທີ 11 ມີນາ 2024.
ລັດຖະມົນຕີກະຊວງການຄ້າສະຫະລັດ ທ່ານນາງ ຈີນາ ຣາຍມອນໂດ ໂອ້ລົມຢູ່ຄຽງຂ້າງ ລັດຖະມົນຕີກະໍຊວງການຄ້າແລະອຸດສາຫະກຳ ທ່ານອາລແຟຣໂດ ປາສກູອາລ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ເມືອງ ປາຣານາເກ (Paranaque) ຂອງຟີລິບປິນ, ວັນທີ 11 ມີນາ 2024.

ສະຫະລັດ ກຳລັງປະເມີນຜົນຢ່າງຕໍ່ເນື່ອງເຖິງຄວາມຈຳເປັນທີ່ຈະຂະຫຍາຍ ການຄວບຄຸມການສົ່ງອອກ ເພື່ອຢຸດ ຈີນ ບໍ່ໃຫ້ໄດ້​ຮັບ​ໄມ​ໂຄ​ຣ​ຊິບ ຄອມພິວເຕີ ທີ່​ທັນ​ສະ​ໄໝ ແລະອຸບປະກອນການຜະລິດ ທີ່ອາດຖືກນຳໃຊ້ເພື່ອພັດ​ທະ​ນາ ກອງທັບຂອງພວກເຂົາ, ລັດຖະມົນຕີການຄ້າຂອງສະຫະລັດ ທ່ານນາງ ຈີນາ ຣາຍມອນໂດ ໄດ້ກ່າວໃນວັນຈັນວານນີ້.

ການຄວບຄຸມໃນການສົ່ງອອກຂອງສະຫະລັດ ໄດ້ເລີ້ມຂຶ້ນຄັ້ງທຳອິດໃນປີ 2022 ເພື່ອຕ້ານການນຳໃຊ້ ພວກຊິບທັງຫຼາຍສຳລັບດ້ານການທະຫານ ທີ່ລວມມີການພັດທະນາລູກສອນໄຟທີ່ໄວກວ່າສຽງ ຫຼື hypersonic ແລະ ປັນຍາປະດິດ.

ເມື່ອປີກາຍນີ້ ກະຊວງການຄ້າຂອງສະຫະລັດ ໄດ້ຂະຫຍາຍການຄວບຄຸມການ ສົ່ງອອກໃນວົງກວ້າງຂຶ້ນ ຈຶ່ງກະຕຸ້ນໃຫ້ມີການປະທ້ວງຈາກກະຊວງການຄ້າ ຂອງຈີນ ທີ່ວ່າການຈຳກັດທັງຫຼາຍນັ້ນ ໄດ້ລະເມີດກົດລະບຽບການຄ້າສາກົນ ແລະ “ເປັນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ສະຖຽນລະພາບຂອງຕ່ອງໂສ້ການສະໜອງ ທາງດ້ານອຸດສາຫະກຳ.”

ຈີນ ໄດ້ກ່າວວ່າ ຕົນຈະເອົາ “ທຸກມາດຕະການທີ່ຈຳເປັນ” ເພື່ອປັກປັກຮັກສາ ສິດແລະຜົນປະໂຫຍດຂອງຕົນ ແລະຮຽກຮ້ອງຕໍ່ວໍຊິງຕັນໃຫ້ຍົກເລີກການຄວບ ຄຸມໃນການສົ່ງອອກໄວທີ່ສຸດເທົ່າທີ່ເປັນໄປໄດ້.

ເມື່ອຖືກຖາມວ່າ ຖ້າສະຫະລັດ ວາງແຜນທີ່ຈະຂະຫຍາຍການຄວບຄຸມສົ່ງອອກ ໄມ​ໂຄ​ຣຊິບໄປຈີນ ອອກໄປຕື່ມອີກບໍ່ນັ້ນ ທ່ານນາງ ຣາຍມອນໂດ ໄດ່ກ່າວໃນ ກອງປະຊຸມຖະແຫລງຂ່າວຢູ່ນະຄອນຫຼວງມານີລາຂອງຟີລິບປິນວ່າ ມັນຢູ່ພາຍ ໃຕ້ການພິຈາລະນາຢ່າງຕໍ່ເນື່ອງ.

ທ່ານນາງຣາຍມອນໂດ ໄດ້ເວົ້າວ່າ “ພວກເຮົາເບິ່ງໃນເລື້ອງນີ້ທຸກໆມື້, ເທັກໂນ ໂລຈີ ກຳລັງປ່ຽນແປງໄວຂຶ້ນກວ່າເກົາຢ່າງຫຼວງຫຼາຍ ຊຶ່ງໝາຍຄວາມວ່າ ພວກເຮົາຕ້ອງຕື່ນຕົວໃນທຸກໆມື້ ແລະຖາມພວກເຮົາເອງວ່າ ‘ພວກເຮົາເຮັດພຽງ ພໍແລ້ວບໍ່?’”

The United States is constantly assessing the need to expand export controls to stop China from acquiring advanced computer chips and manufacturing equipment that could be used to boost its military, U.S. Commerce Secretary Gina Raimondo said Monday.

The U.S. export controls were launched in 2022 to counter the use of chips for military applications that include the development of hypersonic missiles and artificial intelligence.

Last year, the U.S. Commerce Department broadened the export controls, sparking protests from China’s Commerce Ministry that the restrictions violated international trade rules and “seriously threaten the stability of industrial supply chains."

China said it would take “all necessary measures” to safeguard its rights and interests and urged Washington to lift the export controls as soon as possible.

'Are we doing enough?'

Asked if the U.S. was planning to further broaden the chip export controls to China, Raimondo said in a news conference in Manila that it was constantly under consideration.

“We look at this every single day,” Raimondo said. “Technology is changing faster than ever, which means we have to wake up every day and ask ourselves, ‘Are we doing enough?’ "

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG