ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ປະ​ເມີນ​ຜົນ​ກະ​ທົບ ຈາກການຮົ່ວ​ໄຫລ ຂອງ​ເອ​ກະ​ສານ​ລັບ ທີ່ເຫັນໄດ້ຢ່າງຊັດເຈນ


ພາບ​ໃນ​ແຟມ​ອັນ​ນີ້​ຖ່າຍ​ໃນ​ວັນ​ທີ 27 ມີ​ນາ, 2008 ສະ​ແດງ​ໃຫ້​ເຫັນ​ທຳ​ນຽບ​ຫ້າ​ແຈ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ
ພາບ​ໃນ​ແຟມ​ອັນ​ນີ້​ຖ່າຍ​ໃນ​ວັນ​ທີ 27 ມີ​ນາ, 2008 ສະ​ແດງ​ໃຫ້​ເຫັນ​ທຳ​ນຽບ​ຫ້າ​ແຈ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ
ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ຫຼາຍ​ອົງ​ການ​ກຳ​ລັງ​ເຮັດ​ວຽກ​ເພື່ອ​ປະ​ເມີນ​ຜົນ​ກະ​ທົບ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຈາກ​ການ​ຮົ່ວ​ໄຫລ​ຂອງ​ເອ​ກະ​ສານ​ລັບ.


"ກະຊວງປ້ອງກັນປະເທດຍັງສືບຕໍ່ທົບທວນ ແລະປະເມີນຄວາມຖືກຕ້ອງຂອງເອກະສານ ທີ່ຖືກຖ່າຍຮູບເອົາ​ໄປເຜີຍແຜ່ຢູ່ໃນເວັບໄຊທ໌ຕ່າງໆ ໃນສື່ສັງຄົມອອນ​ລາຍ ແລະປາ​ກົດວ່າມີເນື້ອໃນ​ທີ່​ຫຼໍ່​ແຫລມ ແລະມີ​ຄວາມ​ລັບສູງ," ​ນັ້ນ​ຄືຄຳ​ເວົ້າ​ຂອງຮອງ​ໂຄ​ສົກທຳ​ນຽບ 5 ແຈ, ທ່ານ​ນາງ​ຊາບ​ຣີ​ນາ ຊິງ (Sabrina Singh) ທີ່ກ່າວຢູ່ໃນຖະແຫຼງການສະ​ບັບ​ນຶ່ງ.

ທ່ານນາງຊິງກ່າວ​ວ່າ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ແມ່ນ​ບູລິມະສິດສູງ​ສຸດ​ຂອງ​ທຳ​ນຽບຫ້າ​ແຈ ​ແລະ​ວ່າ ​ເຈົ້າໜ້າ​ທີ່​ສະຫະລັດ​ໄດ້ພົວພັນ​ກັບ​ບັນດາປະ​ເທດ​ພັນທະ​ມິດ ​ແລະ​ຄູ່​ຮ່ວມ​ມື ​ແລະ​ໄດ້​ແຈ້ງ​ໃຫ້​ຄະນະ​ກຳມາ​ທິການລັດ​ຖະ​ສະ​ພາ​ທີ່​ກ່ຽວ​ຂ້ອງ ຊາບ​ກ່ຽວ​ກັບຂອບເຂດຂອງ​ການ​ເປີດ​ເຜີຍເອ​ກະ​ສານ​ລັບດັ່ງກ່າວ.”

ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ສຸກ​ວານຜ່ານ​ມາ​ວ່າ ຕົນ​ໄດ້​ເປີດ​ການ​ສືບ​ສວນ​ກ່ຽວ​ກັບ​ເລື່ອງ​ນີ້ຂຶ້ນແລ້ວ.

ຂໍ້ມູນດັ່ງກ່າວ ເຊິ່ງລວມມີການປະເມີນທາງທະຫານທີ່ເຫັນໄດ້ຊັດເຈນກ່ຽວກັບ ສົງຄາມຂອງຣັດເຊຍ ໃນຢູເຄຣນ ແລະຂອງພັນທະມິດຂອງສະຫະລັດ ໄດ້ ປາ ກົດຢູ່ໃນໜ້າເວັບໄຊທ໌ ຂອງສື່ສັງຄົມອອນ​ລາຍຫຼາຍແຫ່ງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG