ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກຳລັງຊັ່ງຊາ ເບິ່ງການປະກາດ ກ່ຽວກັບ ການສ້າງຕັ້ງລັດຖະບານຮັກສາການ ຂອງກຸ່ມຕາລີບານ


ໂຄສົກຂອງກຸ່ມຕາລິບານ ທ່ານຊາບິຮູລລາ ມູຈາຮີດ (Zavihullah Mujahid) ກ່າວໃນລະຫວ່າງກອງປະຊຸມນັກຂ່າວ ໃນນະຄອນກາບູລ ອັຟການິສຖານ ເມື່ອວັນທີ 7 ກັນຍາ 2021.
ໂຄສົກຂອງກຸ່ມຕາລິບານ ທ່ານຊາບິຮູລລາ ມູຈາຮີດ (Zavihullah Mujahid) ກ່າວໃນລະຫວ່າງກອງປະຊຸມນັກຂ່າວ ໃນນະຄອນກາບູລ ອັຟການິສຖານ ເມື່ອວັນທີ 7 ກັນຍາ 2021.

ສະຫະລັດກ່າວວ່າ ຕົນກຳລັງຊັ່ງຊາ ເບິ່ງການປະກາດ ກ່ຽວກັບລັດຖະບານຮັກ ສາການ
ຂອງກຸ່ມຕາລິບານຢູ່ໃນອັຟການິສຖານ ແລະໄດ້ “ສະແດງໃຫ້ເຫັນຢ່າງຈະແຈ້ງ ໃນຄວາມ
ຄາດຫວັງຂອງພວກເຮົາວ່າ ປະຊາຊົນອັຟການິສຖານ ຄວນ ຈະໄດ້ຮັບ ການມີລັດຖະບານ
ທີ່ຮວມເອົາທຸກພັກຝ່າຍ.

ໂຄສົກກະຊວງການຕ່າງປະເທດຂອງສະຫະລັດ ໄດ້ກ່າວຕໍ່ວີໂອເອ ໃນວັນອັງ ຄານທີ່ຜ່ານ
ມານີ້ວ່າ “ພວກເຮົາຈະສືບຕໍ່ ໂດຍຖືວ່າກຸ່ມຕາລິບານ ຈະປະຕິບັດຕາມຄວາມໝັ້ນໝາຍ
ຂອງເຂົາເຈົ້າທີ່ຈະອະນຸຍາດໃຫ້ມີການເດີນທາງຢ່າງປອດ ໄພສຳລັບຊາວຕ່າງປະເທດ
ແລະຊາວອັຟການິສຖານ ທີ່ມີໜັງສືເດີນທາງແລ້ວ ຮວມທັງອະນຸຍາດໃຫ້ຖ້ຽວບິນຕ່າງໆ
ຊຶ່ງໃນຂະນະນີ້ພ້ອມແລ້ວທີ່ຈະບິນນັ້ນ ສາ ມາດອອກຈາກອັຟການິສຖານ ໄປສູ່ຈຸດໝາຍ
ປາຍທາງຕາມທີ່ໄດ້ມີການຕົກລົງ ກັນໄວ້. ພວກເຮົາຍັງໄດ້ກ່າວຢ້ຳ ເຖິງຄວາມຄາດຫວັງ
ຢ່າງຈະແຈ້ງຂອງພວກ ເຮົາວ່າ ກຸ່ມຕາລິບານໃຫ້ການຄໍ້າປະກັນວ່າ ດິນແດນຂອງອັຟກາ
ນິສຖານຈະບໍ່ ຖືກນຳໃຊ້ ເພື່ອຂົ່ມຂູ່ບັນດາປະເທດອື່ນໃດ ແລະອະນຸຍາດອົງການຊ່ວຍ
ເຫຼືອໃນດ້ານມະນຸດສະທຳເຂົ້າໄປໃນປະເທດ ເພື່ອໃຫ້ການສະໜັບສະໜູນແກ່ປະຊາຊົນ
ອັຟການິສຖານ. ໂລກກຳລັງຈັບຕາເບິ່ງຢ່າງໃກ້ຊິດ.”

ກຸ່ມຕາລິບານໄດ້ປະກາດໃນວັນອັງຄານທີ່ຜ່ານມານີ້ ກ່ຽວກັບການສ້າງຕັ້ງ ລັດ ຖະບານ ”
“ຮັກສາການ” ອິສລາມ ໂດຍກ່າວວ່າ ຈະນຳພາໂດຍມູລລາ ຮາຊານ ອາຄຸນ (Mullah
Hasan Akhund) ທີ່ໃກ້ຊິດກັບມູລລາ ໂອມາຣ (Mullah Omar) ມື້ລາງຜູ້ຮ່ວມກໍ່ຕັ້ງຂະ
ບວນການເຄື່ອນໄຫວລັດອິສລາມດັ່ງກ່າວ.

ການປະກາດໄດ້ມີຂື້ນນຶ່ງມື້ ຫຼັງຈາກກຸ່ມຕາລິບານເວົ້າວ່າ ຕົນໄດ້ເຂົ້າຄວບຄຸມ ແຂວງພາ
”ນເຊຍ (Panjshir) ທີ່ເປັນແຂວງ ຕັ້ງຢູ່ໃນພາກເໜືອຂອງປະເທດ ຊຶ່ງເຮັດໃຫ້ການລຸກ
ຂຶ້ນຕໍ່ຕ້ານການປົກຄອງເຂົາເຈົ້າດ້ວຍກໍາລັງອາວຸດພຽງແຫ່ງ ດຽວຢູ່ໃນປະເທດ ທີ່ປະສົບ
ກັບໄພສົງຄາມນັ້ນ ສິ້ນສຸດລົງ.

ໃນຂະນະທີ່ມີການແບ່ງປັນລາຍລະອຽດຂອງລັດຖະບານຮັກສາການ ຢູ່ໃນກອງ ປະຊຸມ
ຖະແຫຼງຂ່າວ ທີ່ນະຄອນກາບູລ ຫົວໜ້າໂຄສົກຂອງກຸ່ມຕາລິບານ ທ່ານ ຊາບິຮູລລາ ມູຈາຮີດ (Zavihullah Mujahid) ກ່າວວ່າ ພວກທີ່ຖືກແຕ່ງຕັ້ງ ທັງໝົດ ແມ່ນໃນລະດັບຮັກສາ
ການ ແລະຫົວໜ້າກະຊວງຕ່າງໆຈະຖືກແຕ່ງຕັ້ງ ໃນບໍ່ຊ້ານີ້.

ທ່ານອາຄຸນ ເຊື່ອວ່າ ມີອາຍຸໃນລະຫວ່າງ 60 ປີ ໄດ້ຖືກຊົມເຊີຍຢູ່ທີ່ແຂວງ ການດາຮາທາງ
ພາກໃຕ້ປະເທດ ຊຶ່ງເປັນບ່ອນເກີດຂອງກຸ່ມຕາລິບານ. ທ່ານ ເປັນຫົວໜ້າຂອງສະພາຜູ້ນຳ
ຊຶ່ງໄດ້ແນະນຳໃຫ້ພວກກະບົດ ໂຈມຕີສະຫະລັດ ແລະພັນທະມິດ ໃນລະຫວ່າງສົງຄາມ
ເກືອບ 20 ປີ.

ທ່ານມູລລາ ອັບດູລ ການີ ບາຣາດາ (Mullah Abdul Ghani Baradar) ຫົວໜ້າກຸ່ມຂອງ
ຫ້ອງການທາງດ້ານການເມືອງຈະຮັບໃຊ້ເປັນຮອງນາຍົກລັດ ຖະມົນຕີໃນລັດຖະບານຮັກ
ສາການ. ທ່ານຊິຣາຈູດດິນ ຮັກການີ (Sirajuddin Haqqani) ຈະເປັນລັດຖະມົນຕີກະ
ຊວງພາຍໃນ ທ່ານອາເມຍ ຄານມູຕຕາກີ (Amir Khan Muttaqi) ຈະເປັນລັດຖະມົນຕີ
ຕ່າງປະເທດ ແລະທ່່ານໂມຮໍາມັດ ຢາກຸບ (Hohammad Yaqoob) ລູກຊາຍຂອງທ່ານ
ໂອມາ ຈະເປັນຜູ້ຮັກສາ ການລັດຖະມົນຕີກະຊວງປ້ອງກັນປະເທດ ນັ້ນຄືຄຳ ເວົ້າທີ່ທ່ານ
ມູຈາຮີດ ທີ່ໄດ້ກ່າວເພີ້ມ.

ທ່ານຮັກການີ ແມ່ນຫົວໜ້າຂອງຕາໜ່າງຮັກການີ ຊຶ່ງໄດ້ຖືກລະບຸໂດຍສະຫະລັດວ່າ ເປັນ
ອົງການກໍ່ການຮ້າຍຂອງໂລກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG