ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຂໍ​ໃຫ້​ ສ​ປ​ຊ ຫາ​ລື ກ່ຽວ​ກັບ​ການ​ທົດ​ລອງ​ ລູກ​ສອນ​ໄຟ ທີ່​ສາ​ມາດ​ຍິງ​ໄປ​ເຖິງເກາະ​ກວມ


​ແຟ້ມ: ໃນ​ວັນ​ທີ 15 ເມ​ສາ 2017 ຮູບນີ້ ແມ່ນ​ສິ່ງທີ່​ພວກ​ນັກ​ວິ​ເຄາະ​ເຊື່ອ​ວ່າ ເປັນ​ລູກ​ສອນ​ໄຟ ​ຮ​ວາ​ຊອງ- 12 ໄດ້​ຖືກ​ນຳ​ມາ ​ສວນ​ສະ​ໜາມທາງ​ທະ​ຫານ ທີ່​​ຈະ​​ຕຸ​ລັດ ກິມ​ອິນ​ຊຸງ ​ນະ​ຄອນຫຼວງ​ພຽງ​ຢາງ.
​ແຟ້ມ: ໃນ​ວັນ​ທີ 15 ເມ​ສາ 2017 ຮູບນີ້ ແມ່ນ​ສິ່ງທີ່​ພວກ​ນັກ​ວິ​ເຄາະ​ເຊື່ອ​ວ່າ ເປັນ​ລູກ​ສອນ​ໄຟ ​ຮ​ວາ​ຊອງ- 12 ໄດ້​ຖືກ​ນຳ​ມາ ​ສວນ​ສະ​ໜາມທາງ​ທະ​ຫານ ທີ່​​ຈະ​​ຕຸ​ລັດ ກິມ​ອິນ​ຊຸງ ​ນະ​ຄອນຫຼວງ​ພຽງ​ຢາງ.

ສະ​ຫະ​ລັດ ໃນ​ວັນ​ອັງ​ຄານ​ວານນີ້ ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເປີດ​ປະ​ຊຸມ​ເພື່ອ​ຫາ​ລື​ກ່ຽວ​ກັບ​ການ​ທົດ​ລອງລູກ​ສອນ​ໄຟ ໄລ​ຍະ​ປານ​ກາງ ຊຶ່ງ​ມີ​ຄວາມ​ສຳ​ຄັນ​ສຸດ ​ໃນ​ຮອບ​ຫຼາຍໆ​ປີ ເມື່ອ​ໄວ​ໆ​ມານີ້ ຂອງ​ເກົາ​ຫຼີ​ເໜືອ ທີ່​ສາ​ມາດ​ຍິງ​ໄປ​ເຖິງເກາະ​ກວມ ​ດິນ​ແດນ​ຂອງ​ສະ​ຫະ​ລັດໃນ​ມະ​ຫາສະ​ໝຸດ​ປາ​ຊີ​ຟິກ ອີງ​ຕາມ​ລາຍງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ລັດ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຢາກ​ໃຫ້​ສະ​ພາ​ຄວາມສະ​ພາ​ຄວາມ​ໝັ້ນ​ຄົງ ເປີດກອງ​ປະ​ຊຸມ​ແບບ​ປິດ​ລັບ​ໃນ​ວັນ​ພະ​ຫັດ​ມື້​ອື່ນນີ້ ​ທີ່ພວກນັກ​ການ​ທູດ​ໃນ​ສະ​ພາຄວາມ​ໝັ້ນ​ຄົງ​ເວົ້າສູ່​ຟັງ​ໂດຍ​ຂໍ​ສະ​ຫງວນ​ຊື່ ກ່ອນຈະ​ມີ​ການປະ​ກາດ​ຂອງສະ​ພາ​ດັ່ງ​ກ່າວ.

ຫຼັງ​ຈາກ​ໄດ້​ມີ​ການ​ຍິງ​ທົດ​ລອງ​ໃນ​ວັນ​ອາ​ທິດ​ແລ້ວ ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ​ກ່າ​ວ​ວ່າ ພວກ​ທ່ານ​ເຫັນ​ວ່າ ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ເທື່ອ​ຫຼ້າ​ສຸດ ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ເພີ້ມ​ທະ​ວີ​ທ້າ​ທາຍ​ເກາະ​ຜິດ ທີ່​ມີ​ມາ​ເປັນ​ລຳ​ດັບ ໃນ​ຮອບ​ຫຼາຍໆ​ເດືອນທີ່​ພາໃຫ້​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນຕື່ມ​ຂຶ້ນ ​ແລະ​ແນ​ໃສ່​ເພື່ອ​ໃຫ້​ໄດ້​ຮັບ​ການ​ບັນ​ເທົາ​ຈາກ​ການ​ລົງ​ໂທດ.

ການ​ຍິງ​ລູກ​ສອນ​ໄຟ ​ຮ​ວາ​ຊອງ-12 ​ໃນ​ວັນ​ອາ​ທິດ​ແລ້ວ ແມ່ນ​ເປັນ​ການ​ທົດ​ລອງ​ລູກ​ສອນ​ໄຟ​ທີ່​ແຮງ​ສຸດ​ ຂອງ​ເກົາ​ຫຼີ​ເໜືອ​ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາ ເວ​ລາປະ​ເທດ​ດັ່ງ​ກ່າວ ​ໄດ້​ຍິງລູກ​ສ​ອນ​ໄຟ ​ຮ​ວາ​ຊອງ-12 ແລະ​ລູກ​ສອນ​ໄຟ​ ໄລ​ຍະ​ໄກ​ຈຳນວນ​ນຶ່ງ ໃນ​ການ​ທົດ​ລອງ​ອາ​ວຸດ​ ຢ່າງ​ຮ້າຍ​ແຮງ​ເພື່ອ​ໃຫ້​ໄດ້​ມາ​ຊຶ່ງ​ຄວາມ​ສາ​ມາດໃນ​ການ​ຍິງ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍຕໍ່​ຖານ​ທັບ​ແຫ່ງ​ຕ່າງໆ​ຂອງ​ສະ​ຫະ​ລັດ​ໃນເຂດ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ເອ​ເຊຍ​ແລະ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ແລະແມ່ນ​ກະ​ທັງ​ແຜ່ນ​ດິນ​ໃຫຍ່​ຂອງ​ສະ​ຫະ​ລັດ.

ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ເດືອນຜ່ານ​ມານີ້ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລະ​ບົບ​ອາ​ວຸດ​ຊະ​ນິດ​ຕ່າງ​ໆ ແລະ​ຂົ່ມ​ຂູ່​ທີ່​ຈະ​ຍົກ​ເລີກ​ການ​ຫ້າມ​ທີ່​ມີ​ມາ​ເປັນ​ເວ​ລາ 4 ປີ ກ່ຽວ​ກັບ​ການ​ທົດ​ລອງອາ​ວຸດ​ທີ່​ຮ້າຍ​ແຮງ​ເຊັ່ນ​ລະ​ເບີດ​ນິວ​ເຄ​ລຍ​ແລະ​ລູກ​ສອນ​ໄຟ​ຂ້າມ​ທະ​ວີບ. ການ​ຍິງໃນ​ວັນ​ອາ​ທິດ​ແລ້ວນີ້ ແມ່ນ​ການ​ຍິງ​ລູກ​ສອນ​ໄຟຮອບ​ທີ 7 ຂອງ​ເກົາ​ຫຼີ​ເໜືອ ໃນ​ເດືອນ​ມັງ​ກອນ ພຽງ​ເດືອນ​ດຽວ ແລະ​ການ​ທົດ​ລອງ​ອາ​ວຸດ​ຊະ​ນິດ​ອື່ນໆ​ເມື່ອ​ໄວໆມານີ້ ຮວມ​ທັງ​ການ​ພັ​ດ​ທະ​ນາ​ລູກ​ສອນ​ໄຟ​ໄວ​ກວ່າ​ສຽງແລະ​ເຮືອ​ດຳ​ນ້ຳ​ທີ່​ສາ​ມາດຍິງ​ລູກ​ສອນ​ໄຟ​ໄດ້.

ສະ​ພາ​ຄວາມ​ໝັ້ນ​ຄົງ ໃນ​ຂັ້ນ​ຕົ້ນ​ໄດ້ທຳ​ການ​ລົງ​ໂທດ​ຕໍ່​ເກົາ​ຫຼີ​ເໜືອ ຫຼັງ​ຈາກ​ພຽງ​ຢ​າງ​ໄດ້​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ​ໃນ​ປີ 2006 ແລະ​ໄດ້​ລົງ​ໂທດ​ໜັກ​ຂຶ້ນ​ຕື່ມ​ເພື່ອເປັນ​ການ​ຕອບ​ໂຕ້​ຕໍ່​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ​ຕື່ມແລະ​ການ​ເພີ້ມ​ທະ​ວີ​ຄວາມຊັບ​ຊ້ອນ​ໃນ​ໂຄງ​ການ​ອາ​ວຸດ​ນິວ​ເຄ​ລຍ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ປະ​ເທດດັ່ງ​ກ່າວ.

ຈີນ​ແລະ​ຣັດ​ເຊຍ ຊຶ່ງ​ມີ​ຊາຍ​ແດນ​ຕິດ​ກັບ​ເກົາ​ຫຼີ​ເໜືອ ໄດ້​ນຳ​ສະ​ເໜີ ​ຮ່າງ​ມະ​ຕິ ​ໃນເດືອນ​ພະ​ຈິກທີ່​ຜ່ານ​ມາ ໂດຍ​ກ່າວ​ຢ້ຳ​ເຖິງ​ຄວາມ​ສັບ​ສົນ​ຫຍຸ້ງ​ຍາກ ​ທາງ​ດ້ານ​ເສດຖະ​ກິດ​ຂອງ​ເກົາ​ຫຼີ​ເໜື​ອ. ປະ​ເທດ​ທັງ​ສອງ​ໄດ້​ຮຽກ​ຮ້ອງ​ໃຫ່​ຍົກ​ເລີກ​ການ​ລົງ​ໂທດທີ່​ຮວມ​ທັງ​ການ​ຫ້າມ​ສົ່ງ​ອອກ​ອາ​ຫານ​ທະ​ເລ ແລະ​ຜ້າ​ແພ ພ້ອມ​ທັງ​ການ​ຫ້າມ​ນຳເຂົ້າ​ຜະ​ລິດ​ຕະ​ພັນ​ປ​ຣີ​ໂຕ​ຣຽມ ແລະ​ການ​ຫ້າມ​ບໍ່​ໃຫ້​ປ​ະ​ຊາ​ຊົນ​ຂອງ​ເກົາ​ຫຼີ​ເໜືອ​ໄປເຮັດ​ວຽກ​ໃນ​ຕ່າງ​ປະ​ເທດ ແລະ​ສົ່ງ​ເງິນ​ຂອງ​ພວກ​ເຂົາ​ກັບ​ຄືນ​ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG