ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ຂໍໃຫ້ ຣັດເຊຍ ອະທິບາຍເຖິງ 'ການເກາະຜິດ' ຢູ່ເຂດຊາຍແດນ ຕິດກັບ ຢູເຄຣນ


ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ ຮັບຄຳຖາມຕ່າງໆ ຈາກບັນດານັກຂ່າວ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 31 ມີນາ 2021.
ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ ຮັບຄຳຖາມຕ່າງໆ ຈາກບັນດານັກຂ່າວ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 31 ມີນາ 2021.

ສະຫະລັດ ໃນບົດລາຍງານທີ່ໄດ້ພົບເຫັນວ່າ ມີການເຄື່ອນໄຫວຂອງກຳລັງທະ ຫານຢູ່ເຂດຊາຍແດນຂອງຢູເຄຣນນັ້ນ ແມ່ນໜ້າເຊື່ອຖື, ຈຶ່ງໄດ້ຂໍໃຫ້ມົສກູອະທິ ບາຍເຖິງ “ການເກາະຜິດ” ແລະສະຫະລັດພ້ອມທີ່ຈະພົວພັນກັບສະຖານະການດັ່ງກ່າວ ດັ່ງທີ່ກະຊວງການຕ່າງປະເທດໄດ້ກ່າວໄປ ໃນວັນຈັນວານນີ້ ອີງຕາມລາຍງານຂອງອົງການຂ່າວາຣອຍເຕີສ໌.

ລາຍງານຂອງການເສີມກຳລັງຂອງຣັດເຊຍ ແລະການເຄື່ອນໄຫວຢູ່ເຂດຊາຍແດນທາງພາກຕາເວັນອອກຂອງຢູເຄຣນນັ້ນ ໄດ້ກາຍເປັນຈຸດເຄັ່ງຕຶງຄັ້ງຫຼ້າສຸດໃນສາຍສຳພັນທີ່ເຍືອກເຢັນລະຫວ່າງ ສະຫະລັດກັບຣັສເຊຍ ບໍ່ຮອດສາມເດືອນ ຫຼັງຈາກທີ່ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ໄດ້ເຂົ້າດຳລົງຕຳແໜ່ງ.

ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ ໄດ້ກ່າວຕໍ່ກອງປະຊຸມຖະແຫຼງຂ່າວວ່າ ສະຫະລັດຄວນມີຄວາມເປັນຫ່ວງ ຍ້ອນຄວາມພະຍາຍາມໃດໆຂອງມົສກູ ທີ່ຈະຂົ່ມຂູ່ຢູເຄຣນ ບໍ່ວ່າມັນໄດ້ເກີດຂຶ້ນຢູ່ເຂດແດນຂອງຣັດເຊຍ ຫຼືຢູ່ພາຍໃນຢູເຄຣນ.

ທ່ານໄພຣສ໌ ໄດ້ປະຕິເສດທີ່ຈະເວົ້າວ່າ ສະຫະລັດເຊື່ອວ່າ ຣັດເຊຍກຳລັງກຽມ ພ້ອມທີ່ຈະບຸກລຸກປະເທດເພື່ອນບ້ານທີ່ເຄີຍເປັນສະຫະພາບໂຊຫວຽດນັ້ນ ຫຼືບໍ່.

ໃນຕອນແລງວັນຈັນວານນີ້ ໂຄສົກກະຊວງການຕ່າງປະເທດ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີສ໌ ວ່າ ສະຫະລັດ “ເປີດກວ້າງຕໍ່ການພົວພັນກັບມົສກູ” ກ່ຽວກັບສະຖານະການດັ່ງກ່າວ ໂດຍອະທິບາຍເຖິງຄວາມໜ້າເຊື່ອຖື ຂອງລາຍງານຕ່າງໆ ກ່ຽວກັບການເຄືອນໄຫວກຳລັງທະຫານຂອງຣັສເຊຍຢູ່ເຂດຊາຍແດນຂອງຢູເຄຣນ ແລະຄຣາຍເມຍ ຊຶ່ງເປັນແຫຼມຂອງຢູເຄຣນ ທີ່ໄດ້ຖືກຍຶດເອົາໂດຍຣັດເຊຍໃນປີ 2014.

ການເຄື່ອນໄຫວທັງຫຼາຍນັ້ນ ທ່ານໂຄສົກໄດ້ກ່າວວ່າ ເປັນການລະເມີດກ່ອນໜ້າຂອງການຢຸດຍິງ ໃນເດືອນກໍລະກົດ 2020 ທີ່ໄດ້ສັງຫານທະຫານຢູເຄຣນ 4 ຄົນ ແລະອີກ 4 ຄົນໄດ້ຮັບບາດເຈັບ.

ທ່ານໂຄສົກ ໄດ້ກ່າວວ່າ “ພວກເຮົາຮຽກຮ້ອງຕໍ່ຣັດເຊຍໃຫ້ຫຼີກເວັ້ນຈາກການດຳເນີນການທີ່ທະວີຂຶ້ນ.”

ຄວາມເຫັນທັງຫຼາຍມີມາພາຍຫຼັງຈາກການໂທລະສັບລົມກັນໃນວັນສຸກທີ່ຜ່ານມາ ຊຶ່ງທ່ານໄບເດັນ ໄດ້ໃຫ້ຄວາມເຊື່ອໝັ້ນແກ່ຄູ່ຕຳແໜ່ງຂອງທ່ານຈາກຢູເຄຣນ ຄື ທ່ານໂວໂຣດີເມຍ ແຊລເລັນສກີ ວ່າ “ການສະໜັບສະໜຸນທີ່ບໍ່ຫວັ່ນໄຫວ” ໃນການປະເຊີນໜ້າຂອງຢູເຄຣນ ກັບພວກແບ່ງແຍກດິນແດນທີ່ໄດ້ຮັບການໜຸນຫຼັງໂດຍຣັດເຊຍ ທີ່ຍຶດຄອງພາກສ່ວນຂົງເຂດດອນບາສທາງພາກຕາເວັນອອກຂອງປະເທດ.

ຣັດເຊຍ ໃນວັນຈັນວານນີ້ ໄດ້ປະຕິເສດວ່າ ການເຄື່ອນໄຫວກຳລັງທະຫານຂອງຣັັສເຊຍ ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ຢູເຄຣນ ແລະບໍ່ເອົາຫົວຊານຳຄວາມຢ້ານກົວໃດໆຂອງການເສີມກຳລັງ ແມ່ນກະທັງວ່າ ຕົນໄດ້ເຕືອນວ່າ ຕົນຈະເອົາການຕອບໂຕ້ຕໍ່ມາດຕະການລົງໂທດໃໝ່ຂອງຢູເຄຣນ ຕໍ່ບໍລິສັດທັງຫຼາຍຂອງຣັດເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG