ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຂໍ​ໃຫ້​ບັນ​ດາ​ປະ​ເທດ​ອ່າວ​ເປີ​ເຊຍ ຊ່ວຍ​ປິດ​ການ​ລະ​ດົມ​ທຶນ​ສຳ​ລັບ​ກຸ່ມ ຮາ​ມາ​ສ


ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ລັດ​ທິ​ກໍ່​ການ​ຮ້າຍ ແລະ ການ​ສືບ​ລັບ​ດ້ານ​ການ​ເງິນ ທ່ານ ບ​ຣາຍ​ອັນ ແນ​ລ​ສັນ ກັບ​ໄອ​ຍະ​ການ ສະ​ຫະ​ລັດ ທ່ານ ແມັດ​ທິວ ເກ​ຣ​ຟ​ສ໌ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ກະ​ຊວງ​ຍຸ​ຕິ​ທຳ, 25 ເມ​ສາ 2023.
ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ລັດ​ທິ​ກໍ່​ການ​ຮ້າຍ ແລະ ການ​ສືບ​ລັບ​ດ້ານ​ການ​ເງິນ ທ່ານ ບ​ຣາຍ​ອັນ ແນ​ລ​ສັນ ກັບ​ໄອ​ຍະ​ການ ສະ​ຫະ​ລັດ ທ່ານ ແມັດ​ທິວ ເກ​ຣ​ຟ​ສ໌ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ກະ​ຊວງ​ຍຸ​ຕິ​ທຳ, 25 ເມ​ສາ 2023.

ໃນ​ກອງ​ປະ​ຊຸມ​ສຸກ​ເສີນຂອງ​ສູນ​ກາງ​ກຳ​ນົດ​ເປົ້າ​ໝາຍ​ການ​ໃຫ້​ເງິນ​ທຶນ​ພວກ​ກໍ່​ການ​ຮ້າຍ ຫຼື TFTC ໃນ​ອາ​ທິດ​ນີ້, ສະ​ຫະ​ລັດ ໄດ້​ຮຽກ​ຮ້ອ​ງ​ບັນ​ດາ​ພັນ​ທະ​ມິດ​ໃນ​ຕາ​ເວັນ​ອອກ​ກາງ​ໃຫ້​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຕັດ​ເງິນ​ທຶນ​ໃຫ້​ພາຍ ນອກ​ສຳ​ລັບ​ກຸ່ມ​ຮາ​ມາ​ສ, ເຊິ່ງ​ແມ່ນ​ອົງ​ການ​ທີ່​ໄດ້​ທຳ​ການ​ໂຈມ​ຕີ​ຂະ​ໜາດ​ໃຫຍ່​ຕໍ່​ພົນ​ລະ​ເຮືອນ ອິ​ສ​ຣາ​ແອ​ລ ເມື່ອ​ວັນ​ທີ 7 ຕຸ​ລາ​ທີ່​ຜ່ານ​ມາ.

ກະ​ຊວງ​ການ​ເງິນ​ໄດ້​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ TFTC ໃຫ້​ໃຊ້​ອິດ​ທິ​ພົນ​ຂອງ​ເຂົາ​ເຈົ້າ​ເພື່ອ​ຕັດ​ການຫຼັ່ງ​ໄຫຼ​ຂອງ​ເງິນ​ທຶນ​ໄປ​ໃຫ້​ກຸ່ມ​ຮາ​ມາ​ສ, ເຊິ່ງ​ຄວບ​ຄຸມ​ເຂດ​ກາ​ຊາ, ທີ່​ເປັນບ້ານ​ຂອງ​ປະ​ຊາ​ຊົນ​ປາ​ແລັ​ສ​ໄຕ​ນ​ປະ​ມານ​ສອງ​ລ້ານ​ສາມ​ແສນ​ຄົນ, ຜູ້​ທີ່​ໄດ້ຢູ່​ພາຍ​ໃນ​ການ​ລະ​ດົມ​ຍິງ​ໃສ່​ຢ່າງບໍ່​ຢຸດ​ຢັ້ງ​ໂດຍ​
ອິ​ສ​ຣາ​ແອ​ລ ​ເປັນ​ເວ​ລາ​ດົນ​ກວ່າ​ສອງ​ອາ​ທິດ​ແລ້ວ.

ສະ​ຫະ​ລັດ ໄດ້​ຈັດ​ພວກ​ຮາ​ມາ​ສ ເປັນ​ອົງ​ການ​ກໍ່​ການ​ຮ້າຍ​ນັບ​ຕັ້ງ​ແຕ່​ປີ 1997 ເປັນ​ຕົ້ນ​ມາ.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ລັດ​ທິ​ກໍ່​ການ​ຮ້າຍ ແລະ ການ​ສືບ​ລັບ​ດ້ານ​ການ​ເງິນ ທ່ານ ບ​ຣາຍ​ອັນ ແນ​ລ​ສັນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ທີ່​ຖືກ​ເປີດ​ເຜີຍ​ຕໍ່​ກຸ່ມ​ດັ່ງ​ກ່າວ​ໃນ​ວັນ​ອົງ​ຄານ​ທີ່​ຜ່ານ​ມາ​ວ່າ “ຈາກ​ທັດ​ສະ​ນະ​ຄະ​ຕິ​ຂອງ​ພວກ​ເຮົາ, ການບໍ່​ດຳ​ເນີນ​ການ​ຕໍ່​ກຸ່ມ​ຮາ​ມາ​ສ ແລະ ລັດ​ທິ​ກໍ່​ການ​ຮ້າຍ​ຂອງ​ພວກ​ເຂົາ​ແມ່ນ​ອັນ​ຕະ​ລາຍຕໍ່​ປະ​ຊາ​ຊົນ ປາ​ແລັ​ສ​ໄຕ​ນ.”

ທ່ານ​ກ່າວ​ຕື່ມ​ວ່າ “ຈາກ​ທັດ​ສະ​ນະ​ດ້ານ​ການ​ເງິນ, ພວກ​ເຮົາ​ສາ​ມາດ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ​ກຸ່ມ​ຮາ​ມາ​ສ ໄດ້​ສ້າງ​ຄວາມ​ລຳ​ບາກ​ທາງ​ເສດ​ຖະ​ກິດ​ເປັນ​ເວ​ລາຫຼາຍ​ທົດ​ສະ​ວັດ​ຢ່າງ​ຮຸນ​ແຮງ​ໃນ​ເຂດ​ກາ​ຊາ, ດ້ວຍ​ການ​ຫັນ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ໄປ​ສະ​ໜັບ​ສະ​ໜູນ​ການ​ຕໍ່​ສູ້​ກໍ່​ການ​ຮ້າຍ​ຂອງ​ພວກ​ເຂົາ, ແລະ ພວກ​ເຮົາ​ຕ້ອງປະ​ນາມ​ກາ​ນ​ກະ​ທຳ​ດັ່ງ​ກ່າວນີ້ຢ່າງ​ເປີດ​ເຜີຍ.”

ກຸ່ມ TFTC ​ປະ​ກອບ​ມີ​ປະ​ເທດ ບາ​ເຣນ, ຄູ​ເຫວດ, ໂອ​ມານ, ກາ​ຕ້າ, ຊາ​ອຸ​ດີ ອາ​ຣາ​ເບຍ, ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ, ແລະ ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG