ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ​ແລະ​ຍີ່ປຸ່ນ ​ຕົກລົງ​​ ທີ່​ຈະ​ຕິດ​ຕັ້ງ ​ລະບົບເຣດາໃໝ່ ເພື່ອ​ປ້ອງ​ກັນລູກ​ສອນ​ໄຟ


ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສຫລ ທ່ານ Leon Panetta (ກາງ) ກຽມຈະມອບຫຼຽນກ້າຫານ ໃຫ້ທະຫານອາເມຣິກັນ ທີ່ປະຈໍາການຢູ່ ຖານທັບອາກາດ Yokota, ຍີ່ປຸ່ນ.
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສຫລ ທ່ານ Leon Panetta (ກາງ) ກຽມຈະມອບຫຼຽນກ້າຫານ ໃຫ້ທະຫານອາເມຣິກັນ ທີ່ປະຈໍາການຢູ່ ຖານທັບອາກາດ Yokota, ຍີ່ປຸ່ນ.
ສະຫະລັດອາ​ເມຣິກາ ​ແລະ​ຍີ່ປຸ່ນ ​ໄດ້​ຕົກລົງ​ກັນ​ ທີ່​ຈະ​ຕິດ​ຕັ້ງ​ລະບົບ
ເຣດາໃໝ່ ສໍາລັບ​ປ້ອງ​ກັນລູກ​ສອນ​ໄຟ​ ຢູ່​ໃນດິນ​ແດນ​ຂອງ​ຍີ່​ປຸ່ນ ​ເພື່ອ​ປ້ອງ​ກັນໄພ​ຂົ່ມຂູ່​ຈາກລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ຂອງ ​ເກົາຫລີ​ເໜືອ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Leon Panetta ​ແລະ​ຄູ່​ຕໍາ ແໜ່​ງຍີ່ປຸ່ນ ທ່ານ Satoshi Morimoto ​ໄດ້​ປະກາດ​ການ​ຕົກລົງ​ດັ່ງກ່າວ ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ປະ​ຊຸມ​ກັນ​ທີ່​ກຸງໂຕກ​ຽວ.

ທ່ານ Panetta ກ່າວ​ວ່າ ​ຈຸດ​ປະ​ສົງ​ໃນ​ການ​ຕິດ​ຕັ້ງລະບົບເຣດາ ທີ່ຊື່ວ່າ X-band ນີ້ ​ແມ່ນ​ເພື່ອ​ປ້ອງ​ກັນ​ທັງຍີ່ປຸ່ນ ​ແລະ​ດິນແດນ​ຂອງສະຫະລັດ. ທ່ານເນັ້ນ​ໜັກ​ວ່າ ລະບົບ​ດັ່ງກ່າວ​ບໍ່​ໄດ້​ແນ່​ໃສ່​ຈີນ. ສ່ວນທ່ານ Morimoto ກ່າວ​ວ່າ ສະຖານ​ທີ່​ຕິດ​ຕັ້ງເຣດາ ຍັງ​ບໍ່​ທັນ​ໄດ້​ເລືອກກັນ​ເທື່ອ.

ປັດ​ຈຸ​ບັນ ສະຫະລັດມີລະບົບເຣດາເຕືອນ​ໄພລ່ວງ​ໜ້າ ຕິດ​ຕັ້ງ​ຢູ່​ເຮືອ​ລົບ​ທີ່ລາດ ຕະ​ເວນ​ຢູ່​ໃນ​ຂົງ​ເຂດ. ບັດ​ນີ້ ພວກເຮືອ​ເຫລົ່ານັ້ນຈະ​ມີ​ເສລີພາບ​ໃນ​ການ​ເຄື່ອນ​ຍ້າຍ​ຢູ່​ໃນ​ຂົງ​ເຂດ ຫລາຍ​ຂຶ້ນ.

​ກ່ອນ​ທີ່​ຈະ​ບິນ​ໄປ​ຍັງປະ​ເທດ​ຈີນ ໃນ​ວັນ​ຈັນມື້​ນີ້ ທ່ານ Panetta ຍັງກ່າວຕື່ມວ່າ ສະຫະລັດ ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ຜິດຖຽງ​ກັນ​ເລື້ອງໝູ່​ເກາະ ໃນ​ເຂ​ດ​ທະ​ເລ​ຈີນຕາ​ເວັນ​ອອກນັ້ນ.

ທ່ານ Panetta ກ່າວ​ວ່າ:
“ມັນ​ຢູ່​ໃນ​ຜົນ​ປະ​ໂຫຍ​ດ​ຂອງ​ທຸກໆ​ຄົນ ຢູ່​ໃນ​ຜົນ​ປະ​ໂຫຍ​ດ​ຂອງ​ທຸກໆ​ຄົນ ຂອງ​ທັງ ຍີ່ປຸ່ນ ​ແລະ​ຈີນ ທີ່​ຈະ​ຕ້ອງ​ຮັກສາຄວາມ​ສໍາພັນ​ທີ່​ດີຕໍ່​ກັນ​ໄວ້ ​ແລະ​ຊອກ​ຫາ​ທາງ​ອອກ​ ເພື່ອ​ຫລີກ​ລ່ຽງ​ບໍ່​ໃຫ້​ສະຖານ​ນະ​ການ​ຮ້າຍ​ແຮງຂຶ້ນໄປ​ຕື່ມ​ອີກ."
XS
SM
MD
LG