ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ພວມເຄື່ອນໄຫວ ເພື່ອສ້າງຕັ້ງ ເຂດການຄ້າໃໝ່ TPP (ວີດີໂອ)


ປະທານາທິບໍດີຣັດເຊຍ ທ່ານ Vladimir Putin (ກາງ) ແລະລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ທີ 4 ຈາກຂວາ) ໄປຮ່ວມພິທີຕ້ອນຮັບ ທີ່ກອງປະ ຊຸມສຸດຍອດ APEC ຢູ່ນະຄອນ Vladivostok ປະເທດຣັດເຊຍ (8 ກັນຍາ 2012)
ປະທານາທິບໍດີຣັດເຊຍ ທ່ານ Vladimir Putin (ກາງ) ແລະລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ທີ 4 ຈາກຂວາ) ໄປຮ່ວມພິທີຕ້ອນຮັບ ທີ່ກອງປະ ຊຸມສຸດຍອດ APEC ຢູ່ນະຄອນ Vladivostok ປະເທດຣັດເຊຍ (8 ກັນຍາ 2012)

ສະຫະລັດກຳລັງດຳເນີນງານ ເພື່ອເຮັດສັນຍາການຄ້າໃນຂອບເຂດທີ່ກວ້າງຂວາງສະບັບໃໝ່ ອັນເປັນພາກສ່ວນນຶ່ງ ໃນການຫັນໄປສູ່ຂົງເຂດເອເຊຍ. ເພື່ອເປົ້າໝາຍດັ່ງກ່າວລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ໄດ້ຊຸກຍູ້ສັນຍາການຄ້າທີ່ເອີ້ນວ່າ ພາຄີຂ້າມມະຫາສະມຸດປາຊີຟິກຫລື TPP ຢູ່ທີ່ກອງປະຊຸມສຸດຍອດຮ່ວມ ມືດ້ານເສດຖະກິດໃນເຂດເອເຊຍປາຊີຟິກຫຼື APEC ຢູ່ທີ່ປະເທດຣັດເຊຍ. ຜູ້ສື່ຂ່າວວີໂອເອປະຈຳກະຊວງການຕ່າງ ປະເທດສະຫະລັດ Scott Sterns ມີລາຍງານກ່ຽວກັບເລື່ອງນີ້ ຈາກນະຄອນ Vdilavostok ດັ່ງໄພສານຈະນຳມາສະ ເໜີທ່ານໃນອັນດັບຕໍ່ໄປ.

ຂໍ້ຕົກລົງການຄ້າທີ່ເອີ້ນວ່າ ພາຄີຂ້າມມະຫາສະມຸດປາຊີຟິກຫລື
TPP ແມ່ນມີຈຸດປະສົງແນໃສ່ເພື່ອນຳເອົາປະເທດອັອສເຕຼເລຍ,
ບຣູນາຍ, ຊີເລ່, ມາເລເຊຍ, ນິວຊີແລນ, ເປຣູ, ສິງກະໂປ, ຫວຽດ
ນາມ ແລະສະຫະລັດເຂົ້າມາຮ່ວມແຮງກັນ ເພື່ອຊຸກຍູ້ຫົວຄິດປະ
ດິດຄິດສ້າງໃໝ່ແລະການລົງທຶນ. ລັດຖະມົນຕີການຕ່າງປະເທດ
Clinton ກ່າວວ່າ ນັ້ນແມ່ນເປັນສິ່ງທີ່ດີສຳຫຼັບທຸລະກິດ.

ທ່ານນາງ Clinton ເວົ້າວ່າ “ພາກສ່ວນເອກກະຊົນຈຳເປັນ
ຕ້ອງໄດ້ຢືນຢັດເພື່ອ ລະບົບທີ່ຈະອຳນວຍໃຫ້ພວກທ່ານ
ກ້າວໜ້າຮຸ່ງເຮືອງໃນໄລຍະຍາວ. ນັ້ນແມ່ນໝາຍຄວາມ
ວ່າ ຊຸກຍູ້ໃຫ້ລັດຖະບານ ສະໜັບສະໜຸນ ຂໍ້ຕົກລົງການ
ຄ້າ ທີ່ມີມາດຕະຖານສູງເຊັ່ນການເປັນພາຄີຂ້າມມະຫາ
ສະມຸດປາຊີຟິກ ຊຶ່ງຈະຍົກເລີກ ນະໂຍບາຍປົກປ້ອງສິນ
ຄ້າຂອງຕົນ ທີ່ເປັນໄພອັນຕະລາຍນັ້ນ.”


ກຸ່ມພາຄີດັ່ງກ່າວ ຈະບັງຄັບໃຫ້ບັນດາປະເທດສະມາຊິກ ຕົກລົງຮັບເອົາການດຳເນີນຄະດີ ຂອງປະເທດທີສາມເພື່ອຕັດສິນວ່າ ຕົນໄດ້ປະຕິບັດຕາມພັນທະການລົງທຶນຂອງຕົນແລ້ວ ຫຼືບໍ່. ທ່ານ Dan Ikenson ນັກວິເຄາະຈາກສະຖາບັນ Cato ທີ່ຕັ້ງຢູ່ກຸງວໍຊິງຕັນ ກ່າວວ່າ ຂອບເຂດຄວາມກວ້າງຂວາງຂອງຂໍ້ຕົກລົງສະບັບນີ້ ເຮັດໃຫ້ເກີດຄວາມຊັກຊ້າ ໃນການທີ່ ຈະບັນລຸກັນ.

ທ່ານ Ikenson ເວົ້າວ່າ “ສິ່ງທີ່ເຮັດໃຫ້ມັນມີຄວາມຍຸ່ງຍາກແລະໃນຂະນະດຽວກັນ ບາງທີເຮັດໃຫ້ມັນມີຄຸນຄ່າໃນການທີ່ຈະໄດ້ມານັ້ນ ທີ່ຈິງແລ້ວກໍຄືວ່າ ຂໍ້ຕົກລົງນີ້ ຊອກຫາຊ່ອງທາງ ໃຫ້ມີການຮວມຕົວກັນ ທາງດ້ານເສດຖະກິດ ທີ່ຫຼາຍໄປກວ່າ ການຫຼຸດພາສີ ການລຶບລ້າງໂຄຕ້າແລະການຕັດເງິນເກື້ອກຸນອຸດໜຸນລົງທໍ່ນັ້ນ.”

ລັດຖະມົນຕີການຕ່າງປະເທດ Clinton ກ່າວຕໍ່ພວກຜູ້ນຳທຸລະກິດທີ່ກອງປະຊຸມສຸດຍອດ ອົງການ APEC ທີ່ປະເທດຣັດເຊຍວ່າ ການປົກປ້ອງຄຸ້ມຄອງສິນຄ້າຂອງຕົນອາດສະ ໜອງຜົນກຳໄລ ໃຫ້ແກ່ບັນດາບໍລິສັດພາຍໃນປະເທດ ໃນໄລຍະສັ້ນ ແຕ່ມັນຈະລົບກວນ ສາຍໂສ້ອຸບປະທານແລະເຮັດໃຫ້ພວກນັກລົງທຶນຢ້ານ ບໍ່ກ້າເຂົ້າມາລົງທຶນ.

ທ່ານນາງ Clinton ເວົ້າວ່າ “ພວກເຮົາຮູ້ດີວ່າ ຍັງມີກົດລະບຽບ ທີ່ຈຳແນກກີດກັນ ຢ່າງສຳຄັນ ຢູ່ໃນດ້ານການຈັດຊື້ ແລະຂໍ້ບັງຄັບຂອງທ້ອງຖິ່ນທີ່ເອີ້ນວ່າ “ຄ່າທຳ ນຽມ” ທີ່ນໍາໃຊ້ເງື່ອນໄຂອັນບໍ່ຍຸຕິທຳຕໍ່ບັນດາບໍລິສັດຕ່າງປະເທດ ພຽງເພື່ອຈະ ເຂົ້າສູ່ຕະຫຼາດຫຼືຂະຫຍາຍຕະຫຼາດທໍ່ນັ້ນ.”

ນັກວິເຄາະ Dan Ikenson ເວົ້າວ່າ ຂອບເຂດຂອງຂໍ້ຕົກລົງ TPP ແມ່ນຈະອໍານວຍໃຫ້ ພວກນັກລົງທຶນໄດ້ກຳໄລຫຼາຍກວ່າຈາກການເຮັດຂໍ້ຕົກລົງກັບເປັນແຕ່ລະປະເທດໆໄປ.

ທ່ານ Ikenson ເວົ້າວ່າ “ທັງນີ້ກໍເນື່ອງຈາກວ່າ ມີລະບຽບການຫຼາຍໆຢ່າງທີ່ຕັ້ງໄວ້ ແລ້ວ ອັນເປັນກົດລະບຽບສອງຝ່າຍທີ່ເຮັດໃຫ້ມັນເປັນການຍາກຫຼາຍຂຶ້ນສຳຫຼັບ ບໍລິສັດຕ່າງໆທີ່ຈະໄດ້ກໍາໄລ ເວລາເຂົາເຈົ້າສົ່ງອອກຫຼືນຳເຂົ້າສິນຄ້າ.”

ເປັນທີ່ສັງເກດເຫັນໄດ້ວ່າ ຈີນບໍ່ໄດ້ຮ່ວມຢູ່ໃນຂໍ້ຕົກລົງການຄ້າ TPP ຫລືພາຄີຂ້າມມະຫາ ສະມຸດປາຊີຟິກນີ້. ທ່ານ Dan Ikenson ເຊື່ອວ່າ ນັ້ນແມ່ນເປັນສ່ວນນຶ່ງຂອງຍຸດທະສາດ ດ້ານຄວາມໝັ້ນຄົງແລະເສດຖະກິດ ໃນການຫັນໄປສູ່ເຂດເອເຊຍຂອງວໍຊິງຕັນ.

ທ່ານ Ikenson ເວົ້າວ່າ “ຈີນບໍ່ພໍໃຈກັບຂໍ້ຕົກລົງ TPP ນີ້ ຍ້ອນຈີນຮູ້ສຶກວ່າ ມັນແນ ເປົ້າໝາຍໃສ່ຕົນແລະກີດກັນບໍ່ໃຫ້ ຕົນເຂົ້າຮ່ວມນຳ. ເວົ້າກົງໆແລ້ວຂ້າພະເຈົ້າບໍ່ ຕິພວກເຂົາເຈົ້າດອກ. ຂ້າພະເຈົ້າຄິດວ່າ ພວກເຂົາເຈົ້າຕີຄວາມໝາຍ ຂອງສຳ ນວນຄຳເວົ້າທີ່ວ່ານີ້ ຖືກຕ້ອງແລ້ວ.”

ລັດຖະມົນຕີການຕ່າງປະເທດ Clinton ກ່າວວ່າ ສະຫະລັດ ຍິນດີຕ້ອນຮັບປະເທດຈີນທີ່ ອຸດົມຮັ່ງມີທີ່ເປີດໂອກາດໃຫ້ແກ່ປະຊາຊົນຂອງຕົນຍ້ອນວ່າມັນຊ່ອຍເສດຖະກິດຂອງໂລກ. ທ່ານນາງເວົ້າວ່າ ຂໍ້ຕົກລົງ ພາຄີຂ້າມມະຫາສະມຸດປາຊີຟິກ ຈະຍົກມາດຕະຖານໃນການ ແຂ່ງຂັນໃຫ້ສູງຂຶ້ນກວ່າເກົ່າໃນວິທີທາງທີ່ໃຫ້ຜົນປະໂຫຍດແກ່ເສດຖະກິດຂອງບັນດາປະ ເທດໃນເອເຊຍທັງໝົດ ບໍ່ວ່າບັນດາປະເທດເຫຼົ່ານີ້ເປັນພາຄີໃນຂໍ້ຕົກລົງການຄ້າທີ່ວ່ານີ້ຫຼື ບໍ່ກໍຕາມ.

XS
SM
MD
LG