ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Ban Ki Moon ຢ້ຽມຢາມ 4 ປະເທດໃນເອເຊຍ


Visitors wait in Saint Peter's Square during the second day of voting by cardinals to elect a new pope at the Vatican, March 13, 2013.
Visitors wait in Saint Peter's Square during the second day of voting by cardinals to elect a new pope at the Vatican, March 13, 2013.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານ Ban Ki Moon ໄດ້ເດີນທາງໄປ
ເຖິງປະເທດໄທແລ້ວໃນວັນອັງຄານມື້ນີ້ເພື່ອເລີ້ມທຳການຢ້ຽມຢາມ 4 ປະເທດໃນເອເຊຍ ຊຶ່ງໃນໂອກາດດັ່ງກ່າວນີ້ຄາດວ່າທ່ານຈະໄດ້ປະເຊີນໜ້າ ກັບຄຳຖາມຕ່າງໆກ່ຽວກັບມຽນມາ.

ປະເທດໄທກ່າວວ່າ ນາຍົກລັດຖະມົນຕີອະພິຊິດ ເວດຊາຊີວະ ຫວັງວ່າຈະສວຍໃຊ້ການ
ເຈລະຈາຫາລືຂອງທ່ານກັບຜູ້ນຳອົງການສະຫະປະຊາຊາດ ເພື່ອແນະນຳໃຫ້ທ່ານໄດ້ຮູ້ຈັກ
ດີຂຶ້ນກ່ຽວກັບບົດບາດໃນທາງສ້າງສັນຂອງໄທຢູ່ໃນຂົງເຂດ.

ໃນຕອນແລງຂອງວັນອັງຄານມື້ນີ້ ທ່ານ Ban ຈະອອກເດີນທາງໄປຍັງປະເທດກຳປູເຈຍ
ແລະຫຼັງຈາກນັ້ນກໍເດີນທາງໄປຍັງປະເທດຫວຽດນາມ ເພື່ອພົບປະກັບພວກຜູ້ນຳຂອງສະມາ
ຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼືອາຊ່ຽນ. ບ່ອນຢຸດແວ່ສຸດທ້າຍ ກໍຈະແມ່ນການຢ້ຽມຢາມປະເທດຈີນ.

ບັນດາກຸ່ມປົກປ້ອງສິດທິມະນຸດພວມສວຍໃຊ້ການເດີນທາງໄປຢ້ຽມຢາມຂົງເຂດຂອງທ່ານ
Ban ເພື່ອກົດດັນໃຫ້ມີການແຕ່ງຕັ້ງ ຄະນະກຳມາທິການສືບສວນ ກ່ຽວກັບຄວາມເປັນໄປ
ໄດ້ ໃນການກໍ່ໂທດກຳຕ້ານມະນຸດຊາດຂອງລັດຖະບານທະຫານມຽນມາ.

XS
SM
MD
LG