ເບິ່ງວີດີໂອ ພາສາລາວ:
ທໍານຽບຫ້າແຈ ຫຼືກະຊວງປ້ອງກັນປະເທດສະຫະລັດ ວາງແຜນຈະຍ້າຍກອງທັບເຮືອຂອງຕົນ 60 ເປີເຊັນ ໄປຍັງຂົງເຂດປາຊິຟິກ ພາຍໃນປີ 2020 ຊຶ່ງຈະກົງກັນຂ້າມກັບສະຖານ
ນະການໃນປັດຈຸບັນນີ້ ຄືແບ່ງກັນ ບ່ອນລະ 50-50 ກັບຂົງເຂດ ແອັດແລນຕິກ.
ການເຄື່ອນໄຫວດັ່ງກ່າວນີ້ເປັນພາກສ່ວນຂອງແຜນການຫັນປ່ຽນຍຸດທະສາດໄປຍັງຂົງເຂດເອເຊຍ ຂອງລັດຖະບານປະທານາທິບໍດີໂອບາມາ ຊຶ່ງພວກນັກວິເຄາະກ່າວວ່າ ມີເປົ້າໝາຍແນໃສ່ເພື່ອຕ້ານຢັນອໍານາດທາງທະຫານຂອງຈີນ ທີ່ຖີບຕົວສູງຂຶ້ນໄປນັບມື້ນັ້ນ.
ທ່ານ ລີອອນ ພາແນດຕ້າ ລັດຖະມົນຕີປ້ອງກັນປະເທດສະຫະລັດ ກ່າວຕໍ່ກອງປະຊຸມບັ້ນນຶ່ງທີ່ສິງຄະໂປເມື່ອບໍ່ດົນມານີ້ວ່າ ການເຄື່ອນໄຫວເພື່ອສ້າງຄວາມສົມດຸນໃໝ່ນີ້ ບໍ່ໄດ້ມີເປົ້າໝາຍເພື່ອຂົ່ມຂູ່ປັກກິ່ງແຕ່ຢ່າງໃດ. ທ່ານພາແນດຕ້າກ່າວວ່າ:
“ບາງຄົນມອງເຫັນວ່າ ການເນັ້ນຄວາມສໍາຄັນຫລາຍຂຶ້ນຂອງສະຫະລັດ ຢູ່ໃນຂົງເຂດ
ເອເຊຍ-ປາຊິຟິກນັ້ນ ເປັນການທ້າທາຍຢ່າງໃດຢ່າງນຶ່ງຕໍ່ຈີນ. ຂ້າພະເຈົ້າຂໍປະຕິເສດຕໍ່
ທັດສະນະດັ່ງກ່າວນັ້ນໂດຍສິ້ນເຊີງ.”
ງົບປະມານການໃຊ້ຈ່າຍໃນດ້ານການທະຫານຂອງຈີນ ແລະຂອງປະເທດອື່ນໆໃນຂົງເຂດ
ເອເຊຍ ກໍາລັງຖີບຕົວສູງຂຶ້ນ ແລະກໍຄາດວ່າ ຈະລື່ນງົບປະມານໃຊ້ຈ່າຍສໍາລັບກອງທັບທັງ
ໝົດຢູ່ໃນພາກພື້ນຢູໂຣບ ໃນປີນີ້ ເປັນເທື່ອທໍາອິດ.
ທ່ານ Ernest Bower ຫົວໜ້າໂຄງການເອເຊຍຕາເວັນອອກສຽງໃຕ້ ທີ່ສູນກາງການສຶກສາ
ຍຸດທະສາດແລະສາກົນ ກ່າວວ່າ
“ການສ້າງຄວາມສົນດຸນດ້ານຍຸດທະສາດໃໝ່ນີ້ ບໍ່ໄດ້ໝາຍຄວາມວ່າຈະເຂົ້າໄປຄວບຄຸມ
ຫລືກັນຈີນໄວ້. ມັນເປັນເກມຍຸດທະສາດໝາກລຸກຢ່າງນຶ່ງຫຼາຍກວ່າ ເພື່ອເກ້ຍກ່ອມຈີນ
ໃຫ້ປະຕິບັດຕາມກົດເກນ ກັບທຸກໆປະເທດໃນຂົງເຂດ.”
ກົດເກນເຫຼົ່ານັ້ນ ແມ່ນໂຮມທັງກົດເກນຄຸ້ມຄອງຂົງເຂດທະເລຈີນໃຕ້ ທີ່ອຸດົມສົມບູນດ້ວຍນໍ້າ
ມັນ ບ່ອນທີ່ປັກກິ່ງໄດ້ຈັດສົ່ງເຮືອລາດຕະເວນທີ່ທັນສະໄໝໄປປ້ວນປ້ຽນຢູ່ແຖວນັ້ນ ທ່າມ
ກາງຄວາມເຄັ່ງຕຶງທີ່ທະວີຂຶ້ນກັບບັນດາປະເທດເພື່ອນບ້ານຂອງຕົນ. ກ່ຽວກັບເລື້ອງນີ້ ທ່ານ
ພາແນດຕ້າ ກ່າວວ່າ:
“ພວກເຮົາຄັດຄ້ານຕໍ່ການເກາະຜິດ ຕໍ່ການບີບບັງຄັບແລະການໃຊ້ກໍາລັງ. ພວກເຮົາບໍ່
ເຂົ້າຂ້າງຝ່າຍໃດ ໃນເລື້ອງການຍາດແຍ່ງກັນ ອ້າງເອົາກໍາມະສິດເຂດນໍ້າແດນດິນນັ້ນ.”
ໃນການເດີນທາງຢ້ຽມຢາມຂອງທ່ານຄັ້ງນີ້ ທ່ານລັດຖະມົນຕີພາແນດຕ້າໄດ້ ເນັ້ນຍໍ້າວ່າ ການ
ຫັນປ່ຽນຍຸດທະສາດຂອງອາເມຣິກາໄປຍັງຂົງເຂດເອເຊຍນັ້ນ ແມ່ນຈະຂຶ້ນຢູ່ກັບລະດັບຄວາມ
ສໍາພັນທາງທະຫານທີ່ດີຂຶ້ນ ກັບຫວຽດນາມ ອິນເດຍ ແລະປະເທດອື່ນໆ.
ສ່ວນປະເທດຈີນນັ້ນ ແມ່ນໄດ້ມີຄວາມລະແວງສົງໄສ ກ່ຽວກັບການສ້າງຕັ້ງພັນທະມິດຂອງ
ສະຫະລັດໃນຂົງເຂດນັ້ນ ມາເປັນເວລາດົນນານແລ້ວ.
ເບິ່ງວີດີໂອ ພາສາອັງກິດ:
ທ່ານ ຫຼິວ ເຫວ້ມິນ ໂຄສົກກະຊວງຕ່າງປະເທດຈີນ ກ່າວວ່າ
“ວິທີການເນັ້ນໜັກໃສ່ຄວາມໝັ້ນຄົງດ້ານທະຫານ ໃສ່ການຍົກລະດັບປະຈໍາການຂອງ
ທະຫານ ແລະການສ້າງຄວາມເຂັ້ມແຂງແກ່ພັນທະມິດທະຫານແບບຈອມປອມນັ້ນ ມັນ
ບໍ່ສອດຄ່ອງກັບຢຸກສະໄໝແລ້ວ. ເຂດເອເຊຍປາຊີຟິກແມ່ນເປັນເຂດທີ່ຈີນແລະສະຫະລັດ
ມີຜົນປະໂຫຍດກວມກັນຫລາຍທີ່ສຸດ ແລະພວກເຮົາຂໍຈະຍິນດີ ຖ້າສະຫະລັດຈະເອົາ
ບົດບາດໃນທາງສ້າງສັນຢູ່ໃນຂົງເຂດນີ້.”
ແຕ່ວ່າ ຂະນະທີ່ສະຫະລັດສົ່ງທະຫານໄປຍັງຂົງເຂດເອເຊຍຫຼາຍເພີ່ມຂຶ້ນນັ້ນ ຄວາມແຕກຕ່າງ
ທີ່ສໍາຄັນໆ ກັບຈີນກໍຍັງຄົງມີຢູ່ ຊຶ່ງທ່ານ Ernest Bower ແຫ່ງສູນກາງການສຶກສາຍຸດທະ
ສາດແລະສາກົນ ກ່າວອີກວ່າ:
“ຖ້າຫາກວ່າເກີດມີຂໍ້ຂັດແຍ້ງແລະຂໍ້ບາດໝາງກັນ ທີ່ຈະສັ່ນສະເທືອນຂົງເຂດເອເຊຍ
ນັ້ນແລ້ວ ມັນກໍຈະເປັນບັນຫາຄວາມເປັນຫ່ວງດ້ານຄວາມໝັ້ນຄົງອັນແທ້ຈິງ ສໍາລັບ
ສະຫະລັດ ຍ້ອນວ່າ ຄວາມຈິງກໍແມ່ນວ່າ ການຄ້າຂອງພວກເຮົາ ຈໍານວນຫລວງ
ຫລາຍ ແມ່ນມາຈາກເຂດນັ້ນ ແລະພວກເຮົາກໍມີການລົງທຶນຢ່າງມະຫາສານ ຢູ່ທີ່
ນັ້ນນໍາອີກ.”
ເຖິງແມ່ນວ່າ ກະຊວງປ້ອງກັນປະເທດສະຫະລັດກໍາລັງປະເຊີນກັບການຕັດງົບປະມານລົງ
ຢ່າງຫລວງຫລາຍສົມຄວນ ໃນໄລຍະສິບປີຕໍ່ໜ້ານີ້ ກໍຕາມ ແຕ່ບັນດາເຈົ້າໜ້າທີ່ກໍກ່າວວ່າ
ມັນຈະບໍ່ກະທົບກະເທືອນຕໍ່ແຜນຍຸດທະສາດໃໝ່ ໃນການເສີມສະມັດຖະພາບຂອງກອງທັບ
ສະຫະລັດ ຢູ່ໃນຂົງເຂດເອເຊຍ-ປາຊິຟິກນັ້ນແຕ່ຢ່າງໃດ.