ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Gates ໄປຢ້ຽມຢາມ ເອເຊຍ


ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Robert Gates
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Robert Gates

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດທ່ານ Robert Gates ອອກເດີນທາງໄປ
ປະເທດຈີນໃນວັນເສົາມື້ນີ້ ເພື່ອທຳການເຈລະຈາຫາລື ເປັນເວລາ 3 ມື້ ແນໃສ່ຫາທາງຫຼຸດ
ຜ່ອນຄວາມເຄັ່ງຕຶງທາງດ້ານທະຫານ.

ທ່ານ Gates ຈະໄດ້ພົບປະກັບປະທານປະເທດຈີນ ທ່ານຫູ-ຈິນເຖົາ ແລະເຈົ້າໜ້າທີ່ຄົນ
ອື່ນໆອີກຂອງຈີນ ນຶ່ງສັບປະດາກ່ອນແຜນການເດີນທາງມາຢ້ຽມຢາມກຸງວໍຊິງຕັນຂອງ
ທ່ານຫູ.

ເປັນທີ່ຄາດກັນວ່າ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ຈະດຳເນີນຄວາມພະ
ຍາຍາມອີກເທື່ອນຶ່ງ ເພື່ອຊັກຊວນໃຫ້ກອງທັບປົດປ່ອຍປະຊາຊົນຈີນສ້າງຕັ້ງການສື່ສານ
ຄົມມະນາຄົມທີ່ທຸ່ນທ່ຽງໝັ້ນຄົງກັບສະຫະລັດ ສຳລັບປ້ອງກັນບໍ່ໃຫ້ມີການເຂົ້າໃຈຜິດ ທີ່ ອາດກໍ່ໃຫ້ເກີດການປະເຊີນໜ້າກັນຂຶ້ນ.

ກອງທັບຈີນໄດ້ຟື້ນຟູຄວາມສຳພັນແບບຈຳກັດ ກັບທຳນຽບ 5 ແຈ ໃນປີກາຍນີ້ ຫຼັງຈາກ
ໄດ້ຕັດຂາດການຕິດຕໍ່ເມື່ອນຶ່ງປີກ່ອນຍ້ອນການຂາຍອາວຸດໃນມູນຄ່າຫຼາຍພັນລ້ານໂດລາ
ຂອງສະຫະລັດໃຫ້ແກ່ໄຕ້ຫວັນ.

ລຸນຫຼັງການຢ້ຽມຢາມປະເທດຈີນແລ້ວທ່ານ Gates ຍັງຈະເດີນທາງໄປເກົາຫຼີໃຕ ແລະຍີ່
ປຸ່ນ ເພື່ອສົນທະນາຫາລືກ່ຽວກັບຄວາມເຄັ່ງຕຶງໃນແຫຼມເກົາຫຼີ.

XS
SM
MD
LG