ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Gates ຢ້ຽມຢາມເອເຊຍ


ທ່ານ Robert Gates, ລັດຖະມົນຕີປ້ອງກັນປະເທດສະຫະລັດ ໄດ້ຮັບການຕ້ອນຮັບຈາກຫົວໜ້າເສນາທິການ ກອງທັບຈີນ, ນາຍພົນ Mao Xiaotian, ຢູ່ສະໜາມບິນລະຫວ່າງຊາດທີ່ກຸງປັກກິ່ງ, ວັນອາທິດ ທີ 9 ມັງກອນ 2011.
ທ່ານ Robert Gates, ລັດຖະມົນຕີປ້ອງກັນປະເທດສະຫະລັດ ໄດ້ຮັບການຕ້ອນຮັບຈາກຫົວໜ້າເສນາທິການ ກອງທັບຈີນ, ນາຍພົນ Mao Xiaotian, ຢູ່ສະໜາມບິນລະຫວ່າງຊາດທີ່ກຸງປັກກິ່ງ, ວັນອາທິດ ທີ 9 ມັງກອນ 2011.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Robert Gates ​ເດີນທາງ​ໄປ​ຮອດນະ​ຄອນ​ຫລວງ​ປັກ​ກິ່ງ​ຂອງ​ຈີນ ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ຢ້ຽມ​ເປັນ​ເວລາ 3 ມື້ ທີ່​ແນ​ໃສ່​ເພື່ອ​ປັບປຸງ​ສາຍ​ພົວພັນ​ທາງ​ທະທານ​ລະຫວ່າງ​ວໍ​ຊິງ​ຕັນ​ກັບ​ປັກ​ກິ່ງ​ໃຫ້ດີ​ຂຶ້ນ.

ໃນ​ຂະນະ​ທີ່ຢ້ຽມຢາມ​ປັກ​ກິ​ງນັ້ນ ທ່ານ Gates ມີ​ໝາຍ​ກໍານົດ​ທີ່​ຈະ​ພົບ​ປະກັບ​ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນ ​ແລະ​ເຈົ້າ​ໜ້າ​ທີ່​ອື່ນໆ​ຂອງ​ຈີນ. ທ່ານ​ຍັງ ວາງ​ແຜນ​ທີ່​ຈະ​ທໍາ​ຄວາມ​ພະຍາຍາມ​ຕື່ມ​ອີກ​ເພື່ອເກ້​ຍກ່ອມ​ໃຫ້​ກອງທັບ​ຈີນ​ສ້າງ​ຕັ້ງ ການ​ສື່ສານ​ທີ່​ໝັ້ນຄົງ​ກັບ​ສະຫະລັດ​ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ເຂົ້າໃຈ​ຜິດ​ກັນ​ ທີ່​ອາດ​ສາມາດ​ພາ​ໃຫ້ເກີດ​ການ​ປະ​ເຊີນ​ໜ້າ​ກັນ​ໄດ້​ນັ້ນ.

ໃນ​ການ​ກ່າວ​ກັບ​ບັນດາ​ນັກ​ຂ່າວ​ ຢູ່​ເທິງ​ເຮືອບິນໃນ​ລະຫວ່າງ​ການ​ເດີນທາງໃນ​ວັນ​ເສົາ​ວານ​ນີ້​ ທ່ານ Gates ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ​ກ່ຽວ​ກັບ​ອາວຸດ​ຍຸດ​ໂທ​ປະກອນ​ເທັກ​ໂນ​ໂລ​ຈີ​ຂັ້ນ​ສູງ ​ຫລ້າ​ສຸດ​ຂອງ​ຈີນ ຊຶ່ງ​ທ່ານກ່າວ​ວ່າ ຈີນ​ປາກົດ​ວ່າ​ໄດ້​ທໍາ​ຄວາມ​ຄືບ​ໜ້າ​ ​ໃນ​ການ​ຜະລິດ​ເຮືອບິນ​ລົບ​ໄອ​ພົ່ນ Stealth ລໍາ​ທໍາ​ອິດ​ຂອງ​ຕົນ ຫລາຍ​ກວ່າ​ທີ່ໄດ້​ຄຶດ​ກັນມາກ່ອນ ​ແລະ​ທ່ານໄດ້ກ່າວ​ເຖິງຄວາມ​ຄືບ​ໜ້າ​ອື່ນໆທາງ​ດ້ານ​ທະຫານ​ຂອງ​ຈີນ ​ເຊ່ນ​ລູກ​ສອນ​ໄຟ​ຕໍ່ຕ້ານ​ເຮືອນັ້ນ ວ່າ​ເປັນ​ເລື້ອງ​ທີ່​ໜ້າ​ເປັນ​ຫ່ວງ​ເຊ່ນ​ກັນ.

ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ Gates ມີ​ຂຶ້ນ 1 ສັບປະດາ​ກ່ອນ​ກໍານົດການ​ຢ້ຽມຢາມກຸງ​ວໍ​ຊິງ ​ຕັນ​ຂອງ​ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນ.

XS
SM
MD
LG