ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ສະຫະລັດຈະຮັກສາ ການມີໜ້າທາງທະຫານໄວ້ ຢ່າງເຂັ້ມແຂງ ໃນເອເຊຍແລະພາກຕາເວັນອອກກາງ


ທ່ານ Leon Panetta ລັດຖະມົນຕີປ້ອງກັນປະເທດສະຫະລັດກ່າວປາໄສ ຕໍ່ກໍາລັງສະຫະລັດແລະ ຍີ່ປຸ່ນ ທີ່ຖານທັບອາກາດ Yokota ນອກກຸງໂຕກຽວ, ວັນທີ 24 ຕຸລາ 2011.

ທ່ານ Leon Panetta ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ໄດ້ບອກ​ກອງ​ກໍາລັງ​ຂອງ​ສະຫະລັດ​ໃນ​ຍີ່ປຸ່ນ​ ​ໃນ​ວັນ​ຈັນ​ມື້​ນີ້ວ່າ ສະຫະລັດ​ແມ່ນ​ມີ​ຄວາມ​ຕັ້ງ​ໃຈ​ແນ່​ວ​ແນ່ທີ່​ຈະ​ຮັກສາ​ໄວ້​ແລະ​ເສີມ​ສ້າງ​ໃຫ້​ເຂັ້​ມ​ແຂງ​ຍິ່ງ​ຂຶ້ນ ການ​ມີໜ້າ​ທາງ​ທະຫານ​ຂອງ​ຕົນ​ຢູ່​ໃນ​ເອ​ເຊຍ​ນັ້ນ.

ທ່ານ Panetta ​ໄດ້​ກ່າວ​ເຊ່ນ​ນີ້ ຢູ່​ທີ່​ຖານ​ທັບ​ອາ​ກາດ​ແຫ່ງ​ນຶ່ງທາງ​ກໍ້າ​ຕາ​ເວັນ​ຕົກ​ຂອງ​ໂຕ​ກຽວ ບ່ອນ​ທີ່​ທ່ານ​ເດີນທາງ​ໄປ​ເຖິງ ຫລັງ​ຈາກ​ໄດ້​ກ່າວຂໍ້ຄວາມ​ໃນ​ທໍານອງ​ດຽວ​ກັນ​ນີ້ ຕໍ່​ບັນດາ​ລັດ ຖະມົນຕີ​ປ້ອງ​ກັນປະ​ເທດຂອງ​ກຸ່ມ​ອາ​ຊຽນ ທີ່​ອິນ​ໂດ​ເນ​ເຊຍ.

ແລະ​ຢູ່​ໃນ​ການພົບ​ປະ​ກັບ​ຊາວ​ເມືອງ​ບັ້ນ​ນຶ່ງ ທ່ານ​ພາ​ແນັດຕາ​ໄດ້​ບອກ​ທະຫານຍີ່ປຸ່ນ​ຄົນ​ນຶ່ງ​ວ່າ ກາ​ນຕັດ​ງົບປະມານ​ດ້ານ​ການ​ປ້ອງ​ກັນ​ຂອງ​ສະຫະລັດ​ລົງ​ນັ້ນ ບໍ່​ໄດ້​ໝາຍ​ເຖິງ​ການ​ຕັດ​ກໍາລັງ​ທະຫານ​ຂອງ​ສະຫະລັດ ໃນຂົງເຂດປາຊີຟິກລົງ​ ແຕ່​ຢ່າງ​ໃດ.

ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ ສະຫະລັດ​ຈະ​ຮັກສາ​ການ​ມີໜ້າ​ຂອງ​ຕົນ​ຢ່າງ​ແຂງ​ແຮງ​ ໃນ​ພາກ​ຕາ​ເວັນ​ອອກ​ກາງ ຫລັງ​ຈາກ​ທີ່​ຖອນທະຫານ​ອອກ​ໄປ​ຈາກ​ອິຣັກ​ໝົດແລ້ວ ຊຶ່ງ​ກໍາ​ໜົດຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ທັນວາ​ຈະ​ມາ​ເຖິງ​ນີ້. ​ແລະ​ທ່ານ​ເຕືອນ​ອີຣ່ານວ່າ​ ການ​ຖອນ​ທະຫານ​ອອກ​ນີ້​ ຈະ​ບໍ່​ສ້າງ​ຊ່ອງ​ວ່າງ​ຂຶ້ນ​ສໍາລັບ​ພວກ​ຄູ່​ປໍ​ລະ​ປັກ​ຂອງ​ອາ​ເມຣິກາ​ໃນ​ພາກ​ພື້ນ.

XS
SM
MD
LG